Homeຂ່າວເຫດການຊາວແຂວງໄຊຍະບູລີ ໂຮມຊຸມນຸມສະຫລອງວັນຊາດ ຄົບຮອບ 40 ປີ

ຊາວແຂວງໄຊຍະບູລີ ໂຮມຊຸມນຸມສະຫລອງວັນຊາດ ຄົບຮອບ 40 ປີ

Published on

DSC_3339.06.12.1

ຂປລ. ພິທີ​ໂຮມ​ຊຸມນຸມ​ ສະ​ເຫລີ​ມສະຫລອງ​ ວັນ​ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ ​ໄດ້​ຈັດ​ຂຶ້ນ​ຢ່າງຄຶກຄື້ນ ໃນ​ວັນ​ທີ 5 ທັນວາ 2015 ຜ່ານມາ, ​ຢູ່​ແຂວງໄຊຍະບູລີ ​ໂດຍ​​ເປັນ​ກຽດ​ເຂົ້າຮ່ວມ​ຂອງທ່ານ ດຣ. ບຸນປອນ ບຸດຕະນະວົງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ທ່ານ ພົງສະ ຫວັນ ສິດທະວົງ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ບັນດາການນຳຂອງແຂວງ, ເມືອງ, ຫົວໜ້າ, ຮອງຫົວໜ້າ ພະແນກການອ້ອມຂ້າງແຂວງ, ຜູ້ຊົງຄຸນວຸດທິ, ອາວຸໂສບຳນານ, ພະນັກງານ, ນັກຮຽນ-ນັກສຶກສາ ຕະຫລອດຮອດພໍ່ ແມ່ປະຊາຊົນລາວ ບັນດາເຜົ່າ ເຂົ້າຮ່ວມ ຢ່າງເປັນຂະບວນຟົດຟື້ນ.

ພິທີ​ໂຮມ​ຊຸມນຸມ​ດັ່ງກ່າວ, ເລີ່​ມຕົ້ນດ້ວຍການເດີນສວນສະໜາມຂອງກ້ອນກຳລັງຕ່າງໆ ອ້ອມຂ້າງແຂວງ ໂດຍ ເລີ່ມຈາກກ້ອນກຳລັງເຍົາວະຊົນທັນວາ, ກ້ອນທຸງຊາດ-ທຸງພັກ, ກ້ອນຊາວໜຸ່ມປະຊາຊົນປະຕິວັດລາວ, ກ້ອນນັກຮຽນ-ນັກສຶກສາ, ກ້ອນກອງບັນຊາການທະຫານແຂວງ, ກ້ອນ ປກສ ແຂວງ, ກ້ອນກຸ່ມການເມືອງ, ກ້ອນເສດຖະກິດ, ກ້ອນ ວັດທະນະທຳ-ສັງຄົມ ແລະ ກ້ອນກຳລັງຈາກບັນດາເມືອງຕ່າງໆ ອ້ອມຂ້າງແຂວງ ຈາກນັ້ນ, ທ່ານ  ພົງສະຫວັນ ສິດທະວົງໄດ້ຂຶ້ນກ່າວຄຳປາໄສ ໂດຍທ່ານ ໄດ້ຫວນຄືນມູນເຊື້ອປະຫວັດສາດ ແຫ່ງການຕໍ່ສູ້ ແລະ ວິລະກຳອັນລຳ້ເລີດ ຂອງບັນພະບູລຸດ ທີ່ໄດ້ນຳພາປະຊາຊົນລາວບັນດາເຜົ່າຕໍ່ສູ້ກູ້ຊາດ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາ ເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງປັດຈຸບັນ. ເຊິ່ງໃນໄລຍະ 40 ປີ ຜ່ານມາ ປະຊາ ຊົນລາວບັນດາເຜົ່າ ໄດ້ສາມະຄີກັນພາຍໃຕ້ການນຳພາຂອງພັກ ປະຕິບັດສອງໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງເຮັດໃຫ້ ສປປ ລາວ ໄດ້ມີການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງ ຮອບດ້ານ, ການພັດທະນາເສດຖະກິດ-ສັງຄົມ ໄດ້ມີຜົນສຳເລັດ ແລະ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.

ທ່ານ ພົງສະຫວັນ ສິດທະວົງ ກ່າວ ​ຕື່ມວ່າ: ຕະຫລອດໄລຍະ 40 ປີ ຜ່ານມາ ແຂວງໄຊຍະບູລີ ໄດ້ມີການປັບປຸງ ແລະ ພັດທະນາເປັນກ້າວໆ, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ປອດໄພ ແລະ ເປັນລະ ບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາ ໂດຍສະເພາະຖະ ໜົນຫົນທາງ, ໄຟຟ້າ, ນຳ້ປະປາ, ໂທລະຄົມມະນາຄົມ ແລະ ອື່ນໆ.

DSC_3339.06.12.2

DSC_3339.06.12.3

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...