Homeຂ່າວຕ່າງປະເທດຈີນ ສ້າງກຳແພງປ້ອງກັນນ້ຳຖ້ວມ 520 ກວ່າກິໂລແມັດ

ຈີນ ສ້າງກຳແພງປ້ອງກັນນ້ຳຖ້ວມ 520 ກວ່າກິໂລແມັດ

Published on

Trung-Quoc-lao-dao-doi-pho-bao-Fitow-3 400

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນທີ  6 ທັນວາ 2015, ຈີນ ​ສ້າງ​ກຳ​ແພງ​ ປ້ອງ​ກັນ ​ນ້ຳ​ຖ້ວມ​ ບໍລິ​ເວນ​ແຄມ ​ຝັ່ງ​ນະຄອນ ​ຊຽງ​ໄຮ້ ມີ​ຄວາມ​ຍາວ ​520 ກວ່າກິ​ໂລ​ແມັດ ​ເນື່ອງຈາກ​ ມີ​ຄວາມ ​ສ່ຽງ​ສູງ ​ທີ່​ຈະ​ຖືກ ​ນ້ຳ​ຖ້ວມ ຢ່າງ​ຮຸນ​ແຮງ​​ໃນ​ແຕ່ລະ​ປີ ​ເກີດ​ຝົນຕົກໜັກ ​ສະ​ເລ່ຍ ຫລາຍ​ກວ່າ​ພື້ນ​ທີ່​ ອຶ່ນໆ​ເຖິງ 20% ​ແລະ ​ຍັງ​ມີ​ບັນ​ຫາ​ ໃນ​ການ ​ເພີ່ມ​ລະດັບ​ນ້ຳ​ທະ​ເລ. ນອກ​ນີ້ ຍັງ​ມີ​ມາດ​ຕະການ​ ປ້ອງ​ກັນ ​ນຳ​ຖ້ວມ ​ຈາກ​ແມ່​ນ້ຳ​ ຫລາຍ​ສາຍ​ ເພື່ອ​ປ້ອງ​ກັນ​ຜົນ​ກະທົບ​ທີ່ ​ຈະ​ເກີດ​ຂຶ້ນ​ກັບ​ປະຊາກອນ 23 ລ້ານ​ຄົນ ​ແລະ ລວມ​ທັງ ​ເສດຖະກິດ ຂະໜາດ​ໃຫຍ່.​ ນອກ​ນີ້ ນະຄອນ​ຊຽງ​ໄຮ້ ຍັງ​ປະສົບ ​ບັນຫາ ​ແຜ່ນດິນຍຸບ ​ສະ​ເລ່ຍ​​ປີ​ລະ 8 ມິ​ນລີ​ແມັດ ​ແຕ່​ໃນ ​ປັດຈຸບັນ ​ຫລຸດ​ລົງ​ເຫ​ລື​ອປີ​ລະ 1,3 ມິ​ນລີ​ແມັດ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...