Homeຂ່າວເຫດການແຂວງຊຽງຂວາງ ສະຫລອງວັນຊາດ ຄົບຮອບ 40 ປີຢ່າງຍິ່ງໃຫຍ່!

ແຂວງຊຽງຂວາງ ສະຫລອງວັນຊາດ ຄົບຮອບ 40 ປີຢ່າງຍິ່ງໃຫຍ່!

Published on

07

ຂປລ. ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ໄດ້ຈັດຂຶ້ນ ທີ່ສະໜາມກິລາແຂວງຊຽງຂວາງ ໃນຕອນເຊົ້າວັນທີ 4 ທັນວາ 2015 ໂດຍການເປັນປະທານ ຂອງສະຫາຍ ສຈ ດຣ. ສົມກົດ ມັງໜໍ່ເມກ ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ, ມີສະຫາຍ ຈັນສີ ໂພສີຄຳ ເລຂາທິການ ສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະມາຊິກພັກ, ພະນັກງານບຳນາມ, ທະຫານ, ຕຳຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າ ທົ່ວແຂວງຊຽງຂວາງເຂົ້າຮ່ວມ.

070

ໃນພິທີ ສະຫາຍ ສຈ ດຣ ສົມກົດ ມັງໜໍ່ເມກ ໄດ້ຂຶ້ນກ່າວບົດ​ປາ​​ໄສ ​ໂດຍໄດ້ຍົກໃຫ້​ເຫັນຜົນງານ ຕະຫລອດ​ໄລຍະ 40 ປີ. ຈາກ​ນັ້ນ ກໍມີການເດີນສວນສະໝາມ ຂອງ 32 ກ້ອນກຳລັງ ຄື: ຈຸທຸງໄຊ, ກ້ອນກຳລັງນາຍທະຫານ, ຕີພິເສດ, ລົດຕັງ, ສື່ສານ, ເພດຍິງທະຫານແຂວງ, ທະຫານອາກາດຈໍ 702, ທະຫານປ້ອງກັນອາກາດຈໍ 643,  ທະຫານເພດບໍລິເວນ101, ກອງຫລອນ, ຕຳຫລວດຊາຍ, ຕຳຫລວດຍິງ. ເຍົາວະຊົນ,  ໂຮງຮຽນວິຊາຊີບ, ທຸງໄຊຊາວໜຸ່ມ,  ທຸງຊາດຊາວໜຸ່ມ, ທຸງປິວຊາວໜຸ່ມ, ກ້ອນ​ກຳລັງຄູ-ອາຈານ, ນັກສືກສາ, ນັກຮຽນມໍປາຍ, ກ້ອນ​ກຳລັງພະແນກການຕ່າງໆ​ອ້ອມ​ຂ້າງແຂວງ, ກ້ອນກຳລັງປະຊາຊົນບັນດາເຜົ່າ​ແຕ່ລະ​ເມືອງ ແລະ ກ້ອນກຳລັງ ແກວົງຈໍ 279. ຊົມການສະແດງສິລະ​ປະ ແລະ ຕອນຄໍ່າກໍມີການຍິງບັ້ງໄຟດອກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...