Homeຂ່າວການພັດທະນາໄຟຟ້າລາວສະຫລອງຜົນສໍາເລັດການກໍ່ສ້າງເຂື່ອນໄຟຟ້ານໍ້າຄານ 2

ໄຟຟ້າລາວສະຫລອງຜົນສໍາເລັດການກໍ່ສ້າງເຂື່ອນໄຟຟ້ານໍ້າຄານ 2

Published on

Dam

ໃນວັນທີ 28 ພະຈິກຜ່ານມານີ້, ລັດວິສາຫະກິດໄຟຟ້າລາວໄດ້ຈັດງານສະຫລອງຜົນສໍາເລັດການກໍ່ສ້າງເຂື່ອນໄຟຟ້ານໍ້າຄານ 2 ຂຶ້ນທີ່ເມືອງຊຽງເງິນແຂວງຫລວງພະບາງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະ ກິດການຜະລິດ ແລະ ຈໍລະຈອນ, ມີທ່ານເຈົ້າແຂວງຫລວງພະບາງ, ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່, ປະທານບໍລິສັດຜູ້ຮັບເໝົາ ແລະ ມວນຊົນເຂົ້າຮ່ວມເປັນຈໍານວນຫລາຍ.

ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຄານ 2 ແມ່ນໂຄງການໜຶ່ງທີ່ນອນຢູ່ໃນແຜນແມ່ບົດພັດທະນາລະບົບ

ໄຟຟ້າໃນ ສປປ ລາວ, ມີກໍາລັງຕິດຕັ້ງທັງໝົດ 130 ເມກາວັດ, ມີມູນຄ່າກໍ່ສ້າງຫລາຍກວ່າ 308 ລ້ານໂດລາສະຫະລັດ,ໂດຍແມ່ນບໍລິສັດຊີໂນໄຮໂດຼ ສປ ຈີນ ເປັນຜູ້ຮັບເໝົາກໍ່ສ້າງ, ມີລະບົບສາຍສົ່ງ 115 ກິໂລໂວນສົ່ງເຂົ້າສະຖານີໄຟຟ້າ230 ກິໂລໂວນຫລວງພະບາງ 2, ເປັນໂຄງການພັດທະນາລະບົບໄຟຟ້າຕາມແນວທາງນະໂຍບາຍຂອງພັກ-ລັດຖະບານເພື່ອໃຫ້ປະຊາຊົນໄດ້ມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...