Homeຂ່າວຕ່າງປະເທດລັດຖະບານແຟັງລັງ ມີແຜນຈ່າຍເງິນເບ້ຍລ້ຽງລາຍເດືອນ 800 ເອີໂຣ ໃຫ້ພົນລະເມືອງທຸກຄົນ!

ລັດຖະບານແຟັງລັງ ມີແຜນຈ່າຍເງິນເບ້ຍລ້ຽງລາຍເດືອນ 800 ເອີໂຣ ໃຫ້ພົນລະເມືອງທຸກຄົນ!

Published on

Finland Prime Minister Stubb listens during the Europe's Twin Challenges: Growth and Stability event in the Swiss mountain resort of Davos
ທ່ານ ອະເລັກຊານເດີ້ ສະຕຸບ ລັດຖະມົນຕີວ່າການ ກະຊວງການເງິນແຟັງລັງ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ທັນວານີ້ວ່າ ທາງການແຟັງລັງ (ຟິນແລນ) ກຳລັງພິຈາລະນາແຜນການ ຈ່າຍເງິນເບ້ຍລ້ຽງລາຍເດືອນ ແບບບໍ່ຫັກອາກອນ ໃຫ້ແກ່ພົນລະເມືອງຊາວແຟັງລັງທຸກຄົນ ໃນທົ່ວປະເທດ ເດືອນລະ 800 ເອີໂຣ ຫລື ປະມານ 7 ລ້ານກີບຕໍ່ຄົນ ຊຶ່ງແຜນການດັ່ງກ່າວ ຖືກນຳສະເໜີໂດຍ ສະຖາບັນປະກັນສັງຄົມແຫ່ງຊາດແຟັງລັງ ແລະ ທ່ານ ອະເລັກຊານເດີ້ ສະຕຸບ ລັດຖະມົນຕີວ່າການ ກະຊວງການເງິນແຟັງລັງ ໂດຍເງິນເບ້ຍລ້ຽງດັ່ງກ່າວນີ້ ຈະຖືກນຳມາຈ່າຍ ແທນລະບົບຜົນປະໂຫຍດ ດ້ານສະຫວັດດີການສັງຄົມຮູບແບບອື່ນໆ ເພື່ອກະຕຸ້ນເຮັດໃຫ້ ປະຊາຊົນຊາວແຟັງລັງ ທີ່ກຳລັງວ່າງງານ ແລະ ຮັບການອຸດໜູນວ່າງງານ ກັບຄືນເຂົ້າມາເຮັດວຽກ ໃນລະບົບເສດຖະກິດຄືນ.

ທັງນີ້ ອັດຕາການວ່າງງານ ຂອງປະເທດແຟັງລັງ ໄດ້ຂຶ້ນສູງເປັນປະຫວັດການເຖິງ 10% ແລະ ຜູ້ວ່າງງານສ່ວນໃຫຍ່ ມັກຈະເລືອກລໍຖ້າເງິນຊ່ວຍເຫລືອ ຫລາກຫລາຍຮູບແບບ ຈາກລັດຖະບານ ແທນການກັບໄປເຮັດວຽກ ອອກແຮງງານກັບພາກສ່ວນເສດຖະກິດຕ່າງໆ.

ຈາກຜົນຂອງການສຳຫລວດຄວາມເຫັນ ຂອງປະຊາຊົນຊາວແຟັງລັງ ເຫັນວ່າເກືອບ 69% ເຫັນດີກັບແຜນການດັ່ງກ່າວນີ້ ຊຶ່ງຄາດວ່າຈະເລີ່ມຈັດຕັ້ງປະຕິບັດ ພາຍໃນເດືອນພະຈິກ 2016 ເປັນຕົ້ນໄປ ເຖິງແມ່ນວ່າ ວິທີການດັ່ງກ່າວນີ້ ຈະສົ່ງຜົນເຮັດໃຫ້ ລັດຖະບານແຟັງລັງ ຕ້ອງແບກຮັບພາລະດ້ານງົບປະມານ ສູງເຖິງ 46.7 ຕື້ເອີໂຣຕໍ່ປີກໍຕາມ.

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...