Homeຂ່າວເຫດການການນໍາພວກເຮົາ ເຂົ້າຮ່ວມສະຫລອງວັນຊາດ ຄົບຮອບ 40 ປີ ຢູ່ບັນດາແຂວງທົ່ວປະເທດ

ການນໍາພວກເຮົາ ເຂົ້າຮ່ວມສະຫລອງວັນຊາດ ຄົບຮອບ 40 ປີ ຢູ່ບັນດາແຂວງທົ່ວປະເທດ

Published on

Untitled-1 .07.12.1

ຂປລ. ລະຫວ່າງ​ວັນ​ທີ 3-6 ທັນວາ 2015, ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະທານ​ປະ​ເທດ​​ເຮົາ​ໄດ້​​​ເດີນທາງຢ້ຽມຢາມ ​ແລະ ເຂົ້າຮ່ວມພິທີ​ໂຮມ​ຊຸມນຸມ​ສະຫລອງ​ ວັນ​ສະຖາປະນາ ສປປ ຄົບຮອບ 40 ປີ ຢູ່​ແຂວງ​ອັດ​ຕະປື ​ແລະ ຈໍາປາ​ສັກ ​ເຊິ່ງໄດ້ເຮັດໃຫ້ບັນຍາກາດມີຄວາມຟົດຟື້ນມ່ວນຊື່ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ.

ໂອກາດ​ດັ່ງກ່າວ ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ​ ກໍໄດ້​ຮັບ​ຟັງການ​ລາຍງານ​ຈາກບັນດາ​ສະ ຫາຍ ​ເຈົ້າ​ແຂວງ​ໄດ້​ຍົກ​ໃຫ້​ເຫັນບາງ ​ເນື້ອ​ໃນຜົນ​ສໍາ​ເລັດ ​ທີ່​ຍາດ​ມາ​ໄດ້​ຕະຫລອດ 40 ປີ ​ໂດຍ​ສະ​ເພາະ ຜົນງານທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນໍາ-ນໍາພາອັນສະຫລາດສ່ອງໃສ ຂອງພັກປະຊາ ຊົນປະຕິ ວັດລາວ ຕະຫລອດໄລຍະ 40 ປີທີ່ຜ່ານມາ ​ໃນ​ນັ້ນ​ໄດ້​ຕິດ​ພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍ​ໃນ​ແຂວງອັດ​ຕະປື ​ແລະ ​ຈຳປາ​ສັກ​ເຊິ່ງ​ໄດ້ຂຸດຄົ້ນ ທ່າແຮງຄວາມ ອາດສາມາດບົ່ມຊ້ອນ ດ້ວຍການປຸກລະດົມ ທຸກພາກສ່ວນເສດຖະກິດທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຈັດຕັ້ງປະຕິບັດ ແຜນງານຈຸດສຸມຂອງແຂວງ, ການປູກ-ການລ້ຽງຂອງປະ ຊາຊົນ ໄດ້ມີການຫັນ ປ່ຽນຈາກເຄີຍເຮັດແບບຄອບຄົວ ພໍ​ແຕ່​ກຸ້ມ​ກິນ​ໄດ້ຫັນມາເຮັດເປັນກຸ່ມການ​ຜະລິດ, ເປັນຟາມ​ເພື່ອ​ເລັ່ງ​ໃສ່​ຕອບ​ສະໜອງ ຄວາມຕ້ອງການຂອງຕະຫລາດ ເຮັດໃຫ້ເສດຖະກິດຂອງ ແຂວງ ເຕີບໃຫຍ່ຂະຫຍາຍຕົວ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໄດ້​ຮັບ​ການ​ປັບປຸງດີ​ຂຶ້ນ​ເປັນກ້າວໆ.

Untitled-1 .07.12.2

​ໃນ ​ໄລຍະ​ດຽວ​ກັນ​ນີ້, ບັນດາ​ແຂວງ​ຕ່າງໆ​ທົ່ວ​ປະ​ເທດ​ກໍ​​ໄດ້​ສືບ​ຕໍ່​ຈັດ​ພິທີ​ສະ​ເຫລີ​ມສະຫລອງ​ ວັນ​ດັ່ງກ່າວ ​ເຊິ່ງປະກອບ​ມີ 5 ​ແຂວງ​ຄື:  ແຂວງສະຫວັນນະເຂດກໍໄດ້ຈັດງານໂຮມ ຊຸມນຸມສະເຫລີມ ສະ ຫລອງວັນຊາດທີ 2 ທັນວາ ຄົບຮອບ 40 ປີຂຶ້ນ ຢ່າງຍິ່ງໃຫຍ່ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິ ການສູນ ກາງພັກ ຮອງປະທານປະເທດ ພ້ອມສະຫາຍ ​ເຈົ້າ​ແຂວງ, ອົງການ​ພາກ​ລັດ-​ເອກະ​ຊົນ ​ແລະ ມ່ວນ​ຊົນ 12 ພັນ​ກວ່າ​ຄົນ​ເຂົ້າ​ຮ່ວມ; ແຂວງ​ບໍ່​ແກ້ວ​ໄດ້​ຈັດ​ພິທີໂຮມ​ຊຸມນຸມ​ສະຫລອງວັນ​ສະຖາປະນາ​ ສປປ ລາວ​ ຄົບຮອບ 40​ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ນາງ ປານີ ຢາ​ທໍ່​ຕູ້ ກໍາມະການ​ກົມ​ການ​ເມືອງ​ສູນ​ກາງພັກ, ປະທານ​ສະພາ​ແຫ່ງ​ຊາດ ພ້ອມ​ສະຫາຍ ​ເຈົ້າ​ແຂວງ, ອົງການ​ຈັດ​ຕັ້ງ​ພາກ​ລັດ-​ເອກະ​ຊົນ ​ແລະ ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ; ແຂວງ​ບໍລິ​ຄໍາ​ໄຊ​ ກໍ​ໄດ້​ຈັດ​ພິທີໂຮມ​ຊຸມນຸມ​ສະ ຫລອງວັນ​ສະຖາປະນາ​ ສປປ ລາວ​ ຄົບຮອບ 40 ປີ​ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ​ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງສະຫາຍ ສົມ​ສະຫວາດ ​ເລັ່ງສະຫວັດ ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດ ຖະມົນຕີ ພອ້ມ ສະຫາຍ​ເຈົ້າ​ແຂວງ ​ແລະ ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ ​ແລະ ​ແຂວງ​ໄຊ​ຍະ​ບູລີ​ກໍໄດ້​ຈັດພິທີໂຮມ​ຊຸມນຸມ​ສະຫລອງວັນ​ສະຖາປະນາ​ ສປປ ລາວ​ ຄົບຮອບ 40​ເຊັ່ນ​ດຽວ​ກັນ​ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງສະຫາຍ ບຸນ​ປອນ ບຸດ​ຕະນະ​ວົງ ກໍາມະການ​ກົມ​ການ​ເມືອງ​ສູນ​ກາງພັກ, ຮອງ​ນາຍົກ ລັດຖະມົນຕີ.

Untitled-1 .07.12.3

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...