spot_img
Homeຂ່າວພາຍ​ໃນກອງປະຊຸມຊຸກຍູ້ວຽກງານ 3 ສ້າງອັດລົງດ້ວຍຄວາມເປັນເອກະພາບ

ກອງປະຊຸມຊຸກຍູ້ວຽກງານ 3 ສ້າງອັດລົງດ້ວຍຄວາມເປັນເອກະພາບ

Published on

ກຸ້ງ

ກອງປະຊຸມທົ່ວປະເທດ ເພື່ອປຸກລະດົມຂະບວນການ ແຂ່ງຂັນຮັກຊາດແລະສ້າງບ້ານ ພັດທະນາ,ຊຸກຍູ້ວຽກງານ 3ສ້າງ ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງ ຈັນລະຫວ່າງວັນທີ24-25 ທັນວາ 2013 ໄດ້ອັດລົງ ໃນວັນທີ 25/12/2013 ນີ້, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍຈູມມາລີ ໄຊຍະ ສອນ ເລຂາທິການໃຫຍ່, ປະ
ທານປະເທດແຫ່່ງ ສປປ ລາວ
ເຊິ່ງມີສະຫາຍບຸນຍັງ ວໍລະ ຈິດ ຮອງປະທານປະເທດ, ມີບັນດາຜູ້ນຳພັກ-ລັດ, ຜູ້ ແທນຈາກສູນກາງ ແລະ ທ້ອງ ຖິ່ນຂັ້ນຕ່າງໆເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ແມ່ນສືບ ຕໍ່ເສີມຂະຫຍາຍຜົນສຳເລັດ ຂອງວຽກງານກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດ ໃນຊຸມປີຜ່ານມາ ກໍ່ຄືຫມາກ ຜົນທີ່ບັນລຸໄດ້ໃນເຄິ່ງສະໄໝ ທຳອິດແຫ່ງການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງ ທີ IX ຂອງພັກ, ຊຸກຍູ້ການສ້າງ ບາດກ້າວບຸກທະລຸທັງ 4 ດ້ານ ໃຫ້ແຂງແຮງກ່ວາເກົ່າເພື່ອ ປະຕິບັດໃຫ້ເປັນຈິງບັນດາ ຄາດຫມາຍສູ້ຊົນທີ່ວາງໄວ້ ໂດຍສະເພາະແມ່ນຄາດ ຫມາຍການແກ້ໄຂຄວາມທຸກ ຍາກໃຫ້ຫຼຸດລົງຍັງເຫຼືອບໍ່ກາຍ 10% ແລະ ບັນລຸເປົ້າຫມາຍ ສະຫັດສະວັດດ້ານການພັດ ທະນາໃນປີ 2015, ສະນັ້ນ ຂະບວນການແຂ່ງຂັນຈຶ່ງສຸມ ໃສ່ການສ້າງບ້ານພັດທະນາ ໂດຍຖືເອົາການຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າ ແລະ ການບໍລິການສ້າງລາຍໄດ້ ເພື່ອແກ້ໄຂຄວາມທຸກຍາກ, ສ້າງຄວາມຮັ່ງມີໃຫ້ແກ່ຄອບ ຄົວເປັນໃຈກາງຂອງວຽກງານ ອື່ນໆ.
ໃນໂອກາດເຂົ້າຮ່ວມຕິດຕາມ ການດຳເນີນກອງປະຊຸມດັ່ງ ກ່າວໃນຕອນບ່າຍຂອງວັນທີ 25 ທັນວາ ສະຫາຍຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄຳເຫັນ ຕໍ່ພິທີອັດກອງປະຊຸມມີບາງ ຕອນວ່າ:
ໂດຍລວມພວກເຮົາຕ້ອງ ເຂົ້າໃຈນຳກັນວ່າສ້າງບ້ານ ພັດທະນານັ້ນແມ່ນການປະ ຕິບັດ 4 ເນຶ້ື້ອໃນ ຫຼື 4 ວຽກທີ່ ກຳນົດໄວ້ໃນຄຳສັ່ງແນະນຳ ເລກທີ 03 ແລະ ມະຕິ 03 ຂອງກົມການເມືອງ. ສະນັ້ນ ຈຶ່ງສະເຫນີໃຫ້ບັນດາກະຊວງ ອົງການອ້ອມຂ້າງສູນກາງ, ນະຄອນຫຼວງ ແລະ ແຂວງ, ລວມທັງເມືອງ ແລະ ບ້ານກຳ ແຫນ້ນ ແລະ ສຸມໃສ່ປະຕິບັດ 4 ວຽກສຳຄັນຄື:
1. ສຸມໃສ່ປັບປຸງລະບົບການ ເມືອງຢູ່ຮາກຖານບ້ານໃຫ້ ເຂັ້ມແຂງ ໂດຍຖືການປັບປຸງ ຫນ່ວຍພັກ ແລະ ອົງການປົກ ຄອງບ້ານໃຫ້ມີຄວາມສາ ມາດນຳພາຊາວບ້ານສ້າງສາ ບ້ານຊ່ອງຂອງຕົນ.
2. ສຸມໃສ່ນຳພາປະຊາ ຊົນຈັດຕັ້ງປະຕິບັດໂຄງການ ພັດທະນາຢູ່ບ້ານ, ຂະຫຍາຍ ການຜະລິດເປັນສິນຄ້າ, ສ້າງ ລາຍໄດ້ເຂົ້າຄອບຄົວ.
3. ພາປະຊາຊົນແກ້ໄຂ ບັນຫາທ້າທາຍຈຳນວນຫນຶ່ງ ເພື່ອບັນລຸເປົ້າຫມາຍສະຫັດ ສະວັດດ້ານການພັດທະນາ ໃນປີ 2015.
4. ໃນການສງບ້ານພັດທະ ນາ, ຕ້ອງສຸມໃສ່ສ້າງພະນັກ ງານກັບທີ່ ຫຼື ພະນັກງານບ້ານ ໃຫ້ໄດ້ທັງຈຳນວນ ແລະ ຄຸນ ນະພາບ. ອັນນີ້ພັກເຮົາໄດ້ສະ ຫຼຸບເປັນບົດຮຽນໄວ້ແລ້ວວ່າ, ພະນັກງານມີບົດບາດຕັດສິນ ຕໍ່ຜົນໄດ້-ຜົນເສຍຂອງແນວ ທາງ ສະຫາຍປະທານປະເທດ ໄດ້ຮຽກຮ້ອງໃຫ້ແຕ່ລະພາກ ສ່ວນ.
1. ໃຫ້ການນຳແຕ່ລະຂັ້ນ ຕັ້ງແຕ່ຂັ້ນເທິງຮອດຂັ້ນລຸ້ນ, ຕັ້ງແຕ່ສູນກາງຮອດຮາກຖານ ພ້ອມກັນສືບຕໍ່ສ້າງບາດກ້າວ ບຸກທະລຸທັງ 4 ດ້ານໃຫ້ແຂງ ແຮງກວ່າເກົ່າໂດຍສະເພາະ ກົນໄກ ແລະ ລະບຽບການບໍ ລິຫານຄຸ້ມຄອງຂອງລັດທີ່ຍັງ ກົດຫນ່ວງຄວາມເປັນເຈົ້າ ການຫ້າວຫັນໃນການທຳມາ ຫາກິນ-ຜະລິດເປັນສິນຄ້າ ຂອງປະຊາຊົນ.
2. ໃຫ້ແຕ່ລະກະຊວງ-ອົງ ການອ້ອມຂ້າງສູນກາງ, ນະ ຄອນຫຼວງ ແລະ ແຕ່ລະ ແຂວງກວດກາຄືນບັນດາ ແຜນງານ-ໂຄງການຂອງຕົນ ທີ່ພົວພັນເຖິງການພັດທະນາ ຊົນນະບົດກໍ່ຄືວຽກ 3 ສ້າງ, ຈາກນັ້ນໃຫ້ຮີບຮ້ອນປັບປຸງ ໃຫ້ຖືກທິດ.
3. ສຳລັບນະຄອນຫຼວງ ແລະ ແຂວງກໍ່ຕ້ອງສ້າງບາດ ກ້າວບຸກທະລຸລົງສູ່ເມືອງ, ລົງ ສູ່ບ້ານຢ່າງເຖິງຖອງ.
4. ໃຫ້ທຸກເມືອງ ແລະ ທຸກ ບ້ານໃນທ່ົວປະເທດສືບຕໍ່ ວຽກງານກໍ່ສ້າງຮາກຖານ ການເມືອງຕິດພັນກັບການ ພັດທະນາຊົນນະບົດຢ່າງຕັ້ງ ຫນ້າ.
5. ສົ່ງເສີມປັດໄຈໃຫມ່, ໜໍ່ ແຫນງໃຫມ່ ແລະ ບົດຮຽນທີ່ ດີດ້ານການຜະລິດເປັນສິນ ຄ້າເພີ່ມຈຳນວນຄອບຄົວຕົວ ແບບໃຫ້ຫຼາຍຂຶ້ນຢູ່ແຕ່ລະ ບ້ານແຕ່ລະເມືອງ.
6. ສົ່ງເສີມວິສາຫະກິດ, ນັກທຸລະກິດ ແລະ ຜູ້ປະກອບ ການຜະລິດຂອງທຸກພາກ ສ່ວນເຂົ້າໃນການພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກ ຍາກ.
ສົ່ງເສີມບົດບາດ ແລະ ຄວາມສາມາດຂອງວິສາຫະ ກິດເຂົ້າໃນການຊຸກຍູ້ການຜະ ລິດໃຫ້ຕັ້ງຫນ້າກ່ວາເກົ່າ.
7. ຊຸກຍູ້ ແລະ ສົ່ງເສີມນັກ ວິຊາການກໍ່ຄືພະນັກງານຂອງ ພັກ ແລະ ລັດທັງຢູ່ສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມໃນ ຂະບວນການແຂ່ງຂັນຮັກ ຊາດ ແລະ ສ້າງບ້ານພັດທະ ນາຢ່າງຈຸດສຸມ, ຮູ້ຂົນຂວາຍ ປຸກລະດົມປະຊາຊົນເຮັດ ແລະ ຮູ້ຮ່ຳຮຽນນຳພາປະຊາ ຊົນພ້ອມກັນນັ້ນກໍ່ຝຶກຝົນຄຸນ ທາດການເມືອງ ແລະ ຫຼໍ່ຫຼອມ ຄຸນສົມບັດສິນທຳໂດຍຜ່ານ ຂະບບວນການວຽກງານຕົວ ຈິງຢູ່ຮາກຖານ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...