HomeມູມໄອທີລາວKDDI ແລະ Kyocera ແນະນຳ Digno Rafre ໂທລະສັບເຄື່ອງທຳອິດຂອງໂລກທີ່ສາມາດລ້າງດ້ວຍສະບູ

KDDI ແລະ Kyocera ແນະນຳ Digno Rafre ໂທລະສັບເຄື່ອງທຳອິດຂອງໂລກທີ່ສາມາດລ້າງດ້ວຍສະບູ

Published on

image

KDDI ແລະ Kyocera ຈາກປະເທດຍີ່ປຸ່ນໄດ້ມີການແນະນຳໂທລະສັບມືຖືລຸ້ນໃໝ່ນັ້ນກໍຄືື Digno Rafre ເຊິ່ງເປັນໂທລະສັບມືຖືລຸ້ນທຳອິດຂອງໂລກທີ່ສາມາດລ້າງຫຼືເຮັດຄວາມສະອາດດ້ວຍສະບູ!! ບໍ່ຕ້ອງຕົກໃຈເຈົ້າອ່ານຖືກແລ້ວ, ເຈົ້າສາມາດໃຊ້ສະບູເພື່ອລ້າງຫຼືເຮັດຄວາມສະອາດໂທລະສັບມືຖືຂອງເຈົ້າໄດ້.

ສຳລັບໂທລະສັບມືຖືລຸ້ນ Digno Rafre ແມ່ນໄດ້ຮັບການຈັດອັນດັບຄວາມທົນທານຕໍ່ນ້ຳຮ້ອນທີ່ 43° ອົງສາ (ເຊິ່ງນ້ຳຮ້ອນແມ່ນບໍ່ໄດ້ລວມຢູ່ໃນການຈັດອັນດັັບໃນມາດຕະຖານ IP, ສ່ວນມາດຕະຖານຂອງ Rafre ແມ່ນ IP58 )

ເຊິ່ງໂທລະສັບມືຖື Digno Rafre ແມ່ນມາພ້ອມ 3 ສີຄື: ສີຟ້າ, ສີຂາວ ແລະສີບົວ. ສຳລັັບໃຜທີ່ເປັນຫ່ວງເມື່ອເວລາເອົາໄປລ້າງນ້ຳຫຼືສະບູ ນັ້ນໜ້າຈໍຈະຍັງໃຊ້ງານໄດ້ຫຼືບໍ່? ຄຳຕອບຄືບໍ່ຕ້ອງຫ່ວງບັນຫານີ້ເລີຍເພາະວ່າໜ້າຈໍຈະຍັງສາມາດສຳຜັດຫຼືຫຼິ້ນໄດ້ຕາມປົກກະຕິເຖິງວ່າມັນຈະຍັງປຽກຢູ່ ແລະ ຍັງຖືກປົກປ້ອງດ້ວຍແກ້ວ Dragontrail X ເພື່ອປ້ອງກັນໃນເວລາເກີດອຸບັດຕິເຫດ.  ໂທລະສັບລຸ້ນດັ່ງກ່າວຍັງຮອງຮັບມາດຕະຖານກັນສັ່ນ (MIL-SSTD-810G) ອີກນຳ.

ສຳລັບລາຍລະອຽດສະເປັກຂອງ Digno Rafre ມີດັ່ງນີ້:

– ໜ້າຈໍຂະໜາດ 5 ນິ້ວ ຄວາມລະອຽດ 720p (HD)
– ໃຊ້ງານລະບົບປະຕິບັດການ Android 5.1 Lollipop
– Ram 2 GB
– Rom 16 GB  ສາມາດເພີ່ມ microSD ໄດ້
– ກ້ອງຫຼັງ 13MP
– ຮອງຮັບ 4G LTE ແລະ WiMAX plus VoLTE
– ແບັດເຕີຣີໃຫ້ມາ 3,000mAh
– ມີໃຫ້ເລືອກ 3 ສີຄື: ສີຟ້າ (Navy Blue), ສີຂາວ  (Cashmere White) ແລະ ສີບົວ (Coral Pink)

Kyocera ກຳລັງຈະເປີດໂຕ Digno Rafre ທີ່ KDDI ໃນວັນສຸກອາທິດໜ້ານີ້ ດ້ວຍລາຄາ 57,420 ເຢນ ( 3.800.000 ກີບ).

ທີ່ມາ: gsmarena

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...