spot_img
Homeຂ່າວພາຍ​ໃນໂຄງການລ້ຽງງົວພັນຢູ່ແຂວງຊຽງຂວາງ ນຳເຂົ້າງົວຈາກອົດສະຕາລີ ເພີ່ມອີກ 300 ກວ່າໂຕ!

ໂຄງການລ້ຽງງົວພັນຢູ່ແຂວງຊຽງຂວາງ ນຳເຂົ້າງົວຈາກອົດສະຕາລີ ເພີ່ມອີກ 300 ກວ່າໂຕ!

Published on

3-1

ນັບວ່າເປັນຄັ້ງທີ 2 ແລ້ວ ທີ່ໂຄງການລ້ຽງງົວພັນຂອງ ບໍລິສັດ ພັດທະນາກະສິກຳລາວ-ຍີ່ປຸ່ນ ຊຽງຂວາງ ຈຳກັດ ໄດ້ນຳເຂົ້າງົວພັນນົມ ແລະ ພັນຊີ້ນຈຳນວນ 305 ໂຕຈາກ ປະເທດອົດສະຕຣາລີ ເຂົ້າມາລ້ຽງຢູ່ແຂວງຊຽງຂວາງ, ພາຍຫຼັງທີ່ໄດ້ນຳເຂົ້າຄັ້ງທຳອິດເມື່ອ ວັນທີ 3 ພະຈິກທີ່ຜ່ານມາ ແລະ ຍັງຈະທະຍອຍນຳເຂົ້າມາອີກໃນທ້າຍເດືອນ ທັນວາປີນີ້ ແລະ ເດືອນ 3-4/2016 ເພື່ອຜະລິດຕະພັນຈາກນົມງົວ ແລະ ຊີ້ນເພື່ອຈຳໜ່າຍທັງພາຍໃນ ແລະ ຕ່າງປະເທດ ຊຶ່ງບໍລິສັດໄດ້ສຳປະທານທີ່ດິນປະມານ 2.000 ເຮັກຕາ, ມາຮອດປະຈຸບັນສາມາດປູກຫຍ້າແລ້ວ 160 ເຮັກຕາ.
ພິທີຕ້ອນຮັບຖ້ຽວບິນຂົນ ສົ່ງງົວພັນນົມ ແລະ ພັນຊີ້ນຈາກປະເທດອົດສະຕຣາລີເຖິງ ສປປ ລາວ ໄດ້ມີຂຶ້ນໃນວັນທີ 1 ທັນວານີ້ ທີ່ສະໜາມບິນສາ ກົນວັດໄຕ, ເປັນ ກຽດເຂົ້າຮ່ວມມີທ່ານ ດຣ. ສົມກົດ ມັງໜໍ່ເມກ  ເຈົ້າແຂວງຊຽງຂວາງ; ທ່ານ ວິໄລວັນ ພົມເຂ ອະດີດລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້, ມີທ່ານ ລັດຖະມົນຕີຊ່ວຍວ່າການ, ທ່ານຫົວໜ້າກົມລ້ຽງສັດ ພ້ອມ ດ້ວຍພະນັກງານວິຊາການບໍລິ ສັດພັດທະນາກະສິກຳລາວ- ຍີ່ປຸ່ນ ຊຽງຂວາງ ຈຳກັດເຂົ້າ ຮ່ວມ.
ຖ້ຽວບິນທີ່ຂົນສົ່ງງົວພັນນົມ ແລະ ພັນຊີ້ນຈາກປະເທດ ອົດສະຕຣາລີ ເຖິງ ສປປ ລາວ ໃນຄັ້ງນີ້ມີຈຳນວນ 305 ໂຕເພື່ອນຳໄປລ້ຽງໃນເຂດໂຄງການລ້ຽງງົວ ຂອງບໍລິສັດ ພັດທະນາກະສິກຳລາວ-ຍີ່ປຸ່ນ ຊຽງຂວາງ ຈຳກັດ, ຫຼັງຈາກທີ່ເມື່ອວັນທີ 3 ພະຈິກຜ່ານມານີ້ ຈຳນວນ 304 ໂຕ ຊຶ່ງໄດ້ນຳໄປຢູ່ລ້ຽງ ສະຖານທີ່ດັ່ງກ່າວເປັນທີ່ຮຽບ ຮ້ອຍແລ້ວ ຊຶ່ງບໍລິສັດໄດ້ສຳ ປະທານເນື້ອທີ່ດິນໃນໄລຍະ ທຳອິດ ໃນເນື້ອທີ່ 2.000 ເຮັກ ຕາ ຊຶ່ງຄາດວ່າຈະຂະຫຍາຍ ອອກໄປຕື່ມອີກໃນອະນາຄົດ ໃກ້ໆນີ້.

3-2
ແຂວງຊຽງຂວາງ ແມ່ນມີ ຄວາມເໝາະສົມທີ່ສຸດສຳລັບ ການກະສິກຳ ໂດຍສະເພາະ ສຳລັບການລ້ຽງສັດໃຫຍ່ ເນື່ອງ ຈາກວ່າການວິນິດໄສກ່ຽວກັບ ພືດທີ່ຈຳເປັນ ແລະ ອາກາດ. ເຖິງຢ່າງໃດກໍຕາມ, ພື້ນທີ່ດັ່ງ ກ່າວ ກໍຖືກປະປ່ອຍມາເປັນເວ ລາດົນນານແລ້ວ ໂດຍບໍ່ໄດ້ ຮັບການພັດທະນາຍ້ອນບັນ ຫາລະເບີດບໍ່ທັນແຕກ ແລະ ພື້ນຖານ ໂຄງລ່າງທາງດ້ານ ການຄົມມະນາຄົມຂົນສົ່ງທີ່ຍັງຂາດເຂີນ, ບໍລິສັດພັດທະນາກະສິກຳລາວ-ຍີ່ປຸ່ນ ຊຽງຂວາງຈຳກັດ ຈຶ່ງພະຍາຍາມປັບປຸງດິນ ແລະ ປູກຫຍ້າເປັນອາ ຫານສັດໃນເນື້ອທີ່ 1.500 ເຮັກຕາ ແລະ ສາມາດປູກຫຍ້າໄດ້ແລ້ວ 160 ເຮັກຕາ, ເພື່ອເລີ່ມຕົ້ນໂຄງການລ້ຽງສັດໃຫຍ່ບໍ່ພຽງແຕ່ເປັນການສ້າງຜະລິດຕະພັນທີ່ເປັນ ສິນຄ້າຂອງແຂວງເທົ່ານັ້ນ,ແຕ່ມູນສັດ ຍັງໃຊ້ໃນການສ້າງຄວາມອຸດົມສົມບູນໃຫ້ກັບດິນ ແລະ ພື້ນທີ່ທຳການຜະລິດນຳອີກ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...