spot_img
Homeຂ່າວການພັດທະນາລັດຖະບານລາວ ປະດັບຫລຽນກາແຮງງານ ໃຫ້ອາສາສະໝັກອາວຸໂສຍີ່ປຸ່ນ

ລັດຖະບານລາວ ປະດັບຫລຽນກາແຮງງານ ໃຫ້ອາສາສະໝັກອາວຸໂສຍີ່ປຸ່ນ

Published on

DSC_6173.12.1.15.1

ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ)ໄດ້ປະດັບຫລຽນກາແຮງງານ ໃຫ້ ທ່ານ ອາກິໂອະ ຟຸຈິຕະ ອາສາສະໝັກອາວຸໂສ ຈາກອົງການຮ່ວມມືສາກົນຍີ່ປຸ່ນ ປະຈຳກົມໂຄສະນາການທ່ອງທ່ຽວ ໃນວັນທີ 1 ທັນວາ 2015 ຢູ່ ນະຄອນຫລວງວຽງຈັນ ທີ່ໄດ້ປະກອບສ່ວນປະຕິບັດໜ້າທີ່ ເປັນຜູ້ຊ່ຽວຊານດ້ານການຕະຫລາດ ແລະ ໂຄສະນາການທ່ອງ ທ່ຽວ ຂອງ ສປປ ລາວ ຕະ ຫລອດໄລຍະ 7 ປີ ກວ່າ (ປີ2008 –  ເດືອນມີນາ 2015 ).

ຕະຫລອດໄລຍະຜ່ານມາ ທີ່ໄດ້ປະຕິບັດໜ້າທີ່ເປັນຜູ້ຊ່ຽວຊານ ແລະ ເປັນທີ່ປຶກສາ ກ່ຽວກັບວຽກງານການໂຄສະນາດຶງດູດນັກທ່ອງທ່ຽວ, ທ່ານ ອາກິໂອະ ຟູຈິຕະ ໄດ້ສຸມສະຕິປັນຍາທຸ້ມເທເຫື່ອແຮງຂອງ ຕົນຢ່າງບໍ່ຮູ້ອິດຮູ້ ເມື່ອຍເພື່ອເຮັດສຳເລັດໜ້າທີ່ໆໄດ້ຮັບມອບໝາຍ ໂດຍສະເພາະໜ້າວຽກຕົ້ນຕໍ ຄື: ສຶກສາຄົ້ນຄວ້າ ແລະ ວິໄຈຕະ ຫລາດນັກທ່ອງທ່ຽວຍີ່ປຸ່ນ, ບົນພື້ນຖານຂອງຜົນການວິໄຈຕະຫລາດນັກທ່ອງທ່ຽວ ຈຶ່ງໄດ້ວາງແຜນການເຄື່ອນ ໄຫວໃນການສົ່ງເສີມການທ່ອງທ່ຽວຂອງລາວ, ໃຫ້ຄຳປຶກສາກ່ຽວກັບການວາງແຜນ ໃນການດຶງດູດນັກທ່ອງທ່ຽວຍີ່ປຸ່ນ, ຜະລິດສິ່ງພິມໂຄສະນາການທ່ອງທ່ຽວລາວ ເປັນພາສາຍີ່ປຸ່ນ, ໂຄສະນາການທ່ອງທ່ຽວລາວ ໃນຕະຫລາດ ນັກທ່ອງທ່ຽວຍີ່ປຸ່ນ ແລະ ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນໃນຂະແໜງການທ່ອງທ່ຽວ ອັນໄດ້ປະກອບສ່ວນ ເຮັດໃຫ້ຄົນຍີ່ປຸ່ນ ຮູ້ຈັກ ແລະ ເດີນທາງມາທ່ອງທ່ຽວ ສປປ ລາວ ນັບມື້ນັບຫລາຍຂຶ້ນ ຄື ຈາກຈຳນວນ 28 ພັນກວ່າຄົນ ໃນປີ 2009 ມາເປັນ 34 ພັນກວ່າຄົນ ໃນປີ 2010 ເປັນ 37 ພັນກວ່າຄົນ ໃນປີ 2011 ເປັນ 42 ພັນກວ່າຄົນໃນປີ 2012 ເປັນ 48 ພັນກວ່າຄົນ ໃນປີ 2013 ແລະ ມາເປັນຈຳນວນ 44 ພັນກວ່າຄົນໃນປີ 2014.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...