spot_img
Homeຂ່າວຕ່າງປະເທດເສດຖະກິດອິນເດຍ ຈະເລີນເຕີບໃຫຍ່ຂຶ້ນ 7,4%

ເສດຖະກິດອິນເດຍ ຈະເລີນເຕີບໃຫຍ່ຂຶ້ນ 7,4%

Published on

41366597753_625x3 400

ຂປລ. ຕາມ​ຂ່າວ​ ຕ່າງປະ​ເທດ, ວັນ​ທີ 1 ​ເດືອນ​ທັນວາ 2015, ​ເຈົ້າໜ້າ​ທ່ີ ກະຊວງ​ ສະ​ຖິຕິ ​ຂອງ​ ອິນ​ເດຍ ​ໃຫ້​ຮູ້​ວ່າ ​​ໃນ​ໄຕ​ມາດ III ຜ່ານ​ມາ, ເສດຖະກິດ ​ປະ​ເທດ​ນີ້ ​ໄດ​​້ຈະ​ເລີ​ນ ​ເຕີບ​ໃຫຍ່​ຂຶ້ນ ​7,4% ​ໂດຍ​ສະ​ເພາະ​​ ຂົງ​ເຂດ ການ​ຜະລິດ ​ແລະ ການ​ບໍລິການ, ​ກາຍ​ເປ​ັນ ປະ​ເທດ ທ່ີ​ມີ​ພື້ນຖານ ​ເສ​ດຖະກິດ ​ຂ​ະຫຍາ​ຍຕົວ ຢ່າງ​ວ່ອງ​ໄວ​ ທ່ີ​ສຸດ​ ໃນ​​ໂລກ. ປັດຈຸບັນ, ລວມຍອດ ​ຜະລິດ​ ຕະພັນ​ ພາຍ​ໃນ ​ອິນ​ເດຍ (GDP) ບັນລຸ ​ຫລາຍ​ກວ່າ 7% ​ໃນ​ໄລ​ຍະ 3 ​ເດືອນ ​ຢ່າງຕໍ່​ເນື່ອງ. ນອກຈາກ​ນັ້ນ, ທ່ານ ອາຣູນ ​ເຈດ​ເລ ລັດຖະມົນຕີ ​ວ່າການ ກະຊວງ ​ການ​ເງິນ ຂອງ​ອິນ​ເດຍ ຍັງ​ໃຫ້​ຮູ້​ວ່າ ​ເສດຖະກິດ​ ປະ​ເທດ​ນີ້ ຈະ​ສືບ​ຕໍ່​ ຈະ​ເລີ​ນ ​ເຕີບ​ໃຫຍ່​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ ​ໃນ​ອະນາຄົດ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...