Homeຂ່າວຕ່າງປະເທດມະຫາອຳນາດເສດຖະກິດໂລກຕົວຈິງ! IMF ຍອມຮັບເງິນຢວນຂອງຈີນ ຂຶ້ນແທ່ນສະກຸນເງິນກາງແລ້ວ!

ມະຫາອຳນາດເສດຖະກິດໂລກຕົວຈິງ! IMF ຍອມຮັບເງິນຢວນຂອງຈີນ ຂຶ້ນແທ່ນສະກຸນເງິນກາງແລ້ວ!

Published on

File photo of a yuan banknote displayed next to a U.S. dollar banknote for the photographer at a money changer in Taiwan

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ທັນວານີ້ວ່າ ກອງທຶນການເງິນລະຫວ່າງປະເທດ ຫລື IMF ໄດ້ຮັບຮອງເອົາ ເງິນຢວນ ຂອງຈີນ ຂຶ້ນຊັ້ນທຽບເທົ່າ ກັບສະກຸນເງິນຕາຫລັກຂອງໂລກ ໃນກະຕ່າອັດຕາແລກປ່ຽນ ຂອງກອງທຶນດັ່ງກ່າວ ໃນມື້ວັນຈັນທີ 30 ພະຈິກຜ່ານມານີ້ ໂດຍການຕັດສິນໃຈດັ່ງກ່າວ ແມ່ນໄດ້ເຮັດໃຫ້ ເງິນຢວນ ເຂົ້າສູ່ກະຕ່າສະກຸນເງິນກາງ ຂອງກອງທຶນການເງິນລະຫວ່າງປະເທດ (SDR) ຄຽງຂ້າງກັບສະກຸນເງິນໂດຣາ, ເອີໂຣ, ປອນສະເຕີລິງ ແລະ ເງິນເຢນ ຊຶ່ງຖືເປັນໄຊຊະນະອັນສຳຄັນ ໃນການດຳເນີນນະໂຍບາຍຂອງຈີນ ແລະ ເປັນຂີດໝາຍ ຂອງການຍອມຮັບ ໃນຖານະມະຫາອຳນາດເສດຖະກິດໂລກ ຢ່າງເປັນທາງການ.

ທັງນີ້ ນັກວິເຄາະໄດ້ຄາດການວ່າ ການຍອມຮັບຂອງ IMF ດັ່ງກ່າວ ຈະເພີ່ມຄວາມຕ້ອງການ ໃນການຖືຄອງເງິນຢວນ ຫລາຍກ່ວາ 500 ຕື້ໂດລາ ໃນອີກບໍ່ເທົ່າໃດປີຂ້າງໜ້າ ແລະ ເຮັດໃຫ້ອັດຕາສ່ວນ ການຖືຄອງເງິນຢວນ ໃນຖານະເງິນສຳຮອງລະຫວ່າງປະເທດ ເພີ່ມຂຶ້ນປະມານ 5% ແຊງສະກຸນເງິນແຄນາດຽນ ແລະ ໂດລາອົດສະຕາລີ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...