ພາຍໃຕ້ລະບອບໃໝ່ ຄອບຄົວທຸກຍາກຫຼຸດລົງ ຍັງເຫຼືອ 6,59% ໃນຂອບເຂດທົ່ວປະເທດ!

3-1

ພາຍຫຼັງມີມະຕິ 03 ຂອງກົມການເມືອງວ່າດ້ວຍ 3 ສ້າງ, ຄະນະພັກ, ອົງການປົກຄອງແຂວງ, ນະຄອນ ຫຼວງວຽງຈັນ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໂດຍມີການຈັດຕັ້ງຊີ້ນຳ – ບັນຊາຢ່າງເປັນລະບົບຕໍ່ເນື່ອງ ແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ໄດ້ເຮັດໃຫ້ມະຕິ 3 ສ້າງ ກາຍເປັນຄວາມຮັບຮູ້ ແລະ ໄດ້ ຖືກຜັນຂະຫຍາຍເປັນຂະບວນການກະທຳຂອງຄະນະພັກ, ອົງການປົກຄອງທຸກຂັ້ນ, ສະມາຊິກພັກ, ພະນັກງານ ແລະ ປະຊາຊົນ, ຊັ້ນ ຄົນຕ່າງໆ ຢູ່ທ້ອງຖິ່ນຮາກຖານຢ່າງກວ້າງຂວາງ, ໂດຍສະເພາະຢູ່ 52 ເມືອງ, 109 ບ້ານເປົ້າໝາຍ ແລະ ໄດ້ກາຍເປັນຂະບວນການແຂ່ງຂັນຮັກຊາດ ແລະ ສ້າງບ້ານພັດ ທະນາໃນຂອບເຂດທົ່ວປະເທດ.
ສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຊີ້ນຳເຮັດທົດລອງວຽກງານ 3 ສ້າງ ໄດ້ສັງລວມສະພາບ ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ; ສ້າງບ້ານ ພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກ ໃນທົ່ວປະເທດ ໃນ ກອງປະຊຸມເມື່ອວັນທີ 25 ພະຈິກຜ່ານມານີ້ ວ່າ: ຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານ 3 ສ້າງເຮັດ ໃຫ້ອັດຕາຄອບຄົວທຸກຍາກຫຼຸຸດລົງຍັງເຫຼືອ 6,59% ຈາກ ຈຳນວນບ້ານທຸກຍາກໄດ້ຫຼຸຸດລົງຍັງເຫຼືອ 1.736 ບ້ານ ກວມ 20,5% ຈຳນວນບ້ານພັດທະນາໄດ້ເພີ່ມຂຶ້ນເປັນ 3.557 ບ້ານກວມ 42,23% ຈຳນວນ ບ້ານໃຫຍ່ ທີ່ມີລັກສະນະເປັນຕົວເມືອງ ແລະ ເປັນໃຈກາງບໍລິການທາງດ້ານເສດຖະກິດ – ສັງຄົມຢູ່ຊົນນະບົດມີເຖິງ 47 ບ້ານ . ໃນນີ້ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງ ຖິ່ນທີ່ກ່ຽວຂ້ອງໄດ້ສຸມທຶນຮອນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ ແລະ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ຂອງປະຊາຊົນມີເຖິງ 586,61 ຕື້ກວ່າກີບ ຕິດພັນກັບ ການຝຶກອົບຮົມດ້ານວິຊາການໃນດ້ານຕ່າງໆ, ເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດໂດຍກົງຈາກການລົງທຶນດັ່ງກ່າວ ແລະ ໄດ້ກະຕຸກຊຸກຍູ້ໃຫ້ເຂົາເຈົ້າມີຄວາມ ກະຕືລື ລົ້ນໃນການຜະລິດເປັນ ສິນຄ້າ ແລະ ເກີດມີຕົວແບບການຜະລິດເປັນສິນຄ້າປະເພດ ຕ່າງໆຫຼາຍຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ ຮັບການປັບປຸງ ໃຫ້ດີຂຶ້ນຢ່າງຈະແຈ້ງ, ປະຊາຊົນມີຄວາມຕື່ນ ຕົວປະກອບສ່ວນທຶນຮອນຮ່ວມກັບລັດ ກໍ່ສ້າງພື້ນຖານໂຄງ ລ່າງຕ່າງໆຂອງບ້ານ ແລະ ໄດ້ຕັ້ງໜ້າເຂົ້າຮ່ວມໃນການ ປົກປັກ ຮັກສາບ້ານຊ່ອງຂອງຕົນຫຼາຍຂຶ້ນ, ຊຶ່ງໄດ້ເຮັດໃຫ້ທິດນຳ “ລັດ ແລະ ປະຊາຊົນພ້ອມກັນເຮັດ” ໄດ້ປະກົດຜົນເປັນຈິງຂຶ້ນ.

ທັງ ໝົດນັ້ນ, ໄດ້ເຮັດໃຫ້ບ້ານເຮັດ ທົດລອງວຽກງານ 3 ສ້າງ ໄດ້ມີເງື່ອນໄຂສ້າງເປັນບ້ານພັດທະນາຕາມຈຸດປະສົງຄາດໝາຍທີ່ວາງໄວ້, ຊຶ່ງສະແດງອອກ: ໄດ້ມີ 39 ບ້ານກາຍເປັນບ້ານພັດ ທະນາ, ມີ 55  ບ້ານມີເງື່ອນໄຂສ້າງເປັນບ້ານໃຫຍ່ກາຍເປັນ ຕົວເມືອງນ້ອຍໃນຊົນນະບົດ, ໃນນີ້ ມີ 6 ບ້ານໄດ້ປະກາດເປັນ ບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ມີ 2     ບ້ານໄດ້ເປັນຕົວແບບດີເດັ່ນໃນການສ້າງບ້ານໃຫຍ່ກາຍເປັນ ຕົວເມືອງນ້ອຍໃນຊົນນະບົດ (ບ້ານເມືອງປາ ແລະ ບ້ານຜາ ແກ້ວ) ແຂວງໄຊຍະບູລີ, ທຸກບ້ານໄດ້ ເປັນບ້ານແບບຢ່າງ ປກສ –  ປກຊ ດີ, ບ້ານປອດຢາເສບຕິດ, ບ້ານປອດຄະດີ, ມີ 107 ບ້ານ ເປັນບ້ານແບບຢ່າງສາທາລະນະສຸກ ແລະ ມີ 93 ບ້ານ ເປັນບ້ານວັດ ທະນະທຳ; ການແບ່ງຂັ້ນຄຸ້ມຄອງລະຫວ່າງ ຂັ້ນສູນກາງກັບແຂວງ, ລະຫວ່າງຂັ້ນແຂວງກັບເມືອງ ແລະ ເມືອງກັບບ້ານ ໄດ້ຮັບການປັບປຸງຄືນໃໝ່ ໃຫ້ມີຄວາມສອດ ຄ່ອງກວ່າເກົ່າ, ບັນດາກະຊວງ, ອົງການຂັ້ນສູນກາງ ທີ່ເປັນເປົ້າໝາຍເຮັດທົດລອງວຽກງານ 3 ສ້າງ ໄດ້ແບ່ງຂັ້ນຄຸ້ມຄອງ, ໄດ້ມອບສິດ, ມອບວຽກ, ມອບຄວາມ ຮັບຜິດຊອບ, ແບ່ງ ປັນຜົນປະໂຫຍດ ແລະ ແບ່ງການຄຸ້ມຄອງບໍລິຫານລັດ ໃຫ້ ແກ່ທ້ອງຖິ່ນຮາກຖານຢ່າງຈະແຈ້ງ ຊຶ່ງໄດ້ເຮັດໃຫ້ຂັ້ນເມືອງ ແລະ ບ້ານ ມີຄວາມ ຮັບຜິດຊອບສູງຂຶ້ນ ໃນການຄຸ້ມຄອງ, ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນທ້ອງຖິ່ນ ຂອງຕົນຢ່າງເປັນ ເຈົ້າການ, ພ້ອມທັງມີຄວາມສູ້ຊົນບຸກບືນ, ກຸ້ມຕົນເອງ, ເພິ່ງ ຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງສູງກວ່າເກົ່າ, ອັນທີ່ພົ້ນເດັ່ນແມ່ນບັນດາເມືອງ ແລະ ບ້ານທີ່ເຮັດ ທົດລອງເຮັດວຽກງານ 3 ສ້າງ ສາມາດຂຸດຄົ້ນເກັບລາຍຮັບ ເຂົ້າງົບປະມານໄດ້ເພີ່ມຂຶ້ນ ແລະ ລື່ນຄາດໝາຍທີ່ກຳນົດໄວ້, ມີບາງບ້ານ, ເມືອງ ສາມາດກຸ້ມຕົນເອງທາງດ້ານລາຍ ຈ່າຍບໍລິຫານປົກກະຕິໄດ້ໂດຍພື້ນຖານ ຊຶ່ງສະແດງ ອອກມີ 41 ເມືອງ ສາມາດເກັບລາຍຮັບໄດ້ເກີນແຜນການທີ່ກຳນົດໄວ້; ການພັດທະນາພື້ນຖານໂຄງລ່າງຕ່າງໆ ຮັບໃຊ້ການຜະລິດ ແລະ ຊີວິດການເປັນ ຢູ່ຂອງປະຊາ ຊົນ ໄດ້ຮັບການ ປັບປຸງ, ກໍ່ສ້າງ ແລະ ຂະຫຍາຍລົງສູ່ເຂດຊົນນະບົດຫ່າງໄກ ສອກຫຼີກຢ່າງກວ້າງຂວາງ, ມາເຖິງປະຈຸບັນ ບ້ານທີ່ມີເສັ້ນ  ທາງເຂົ້າເຖິງ ທຽວໄດ້ຕະຫຼອດ ປີ ໄດ້ເພີ່ມຂຶ້ນກວມ 84,40%, ບ້ານທີ່ມີນ້ຳສະອາດຊົມໃຊ້ກວມ 91,65%, ບ້ານທີ່ໄດ້ຊົມໃຊ້ ໄຟຟ້າກວມ 87% ຂອງຈຳນວນບ້ານທັງໝົດ; ການພັດທະນາ ດ້ານວັດ ທະນະທຳ-ສັງຄົມ ເປັນຕົ້ນແມ່ນດ້ານການສຶກສາ, ສາທາລະນະສຸກ ແລະ ວັດທະນະທຳ ກໍໄດ້ຮັບການປັບປຸງ ແລະ ຂະຫຍາຍຕາໜ່າງການບໍລິການຂອງຕົນ ລົງສູ່ເຂດ ຊົນນະບົດ ຢ່າງຕັ້ງໜ້າ, ມາຮອດປະຈຸບັນ ບ້ານທີ່ມີໂຮງຮຽນປະຖົມ ໄດ້ ເພີ່ມຂຶ້ນກວມ 98,78% ຊຶ່ງໄດ້ສ້າງເງື່ອນໄຂໃຫ້ລູກຫຼານ ໄດ້ ເຂົ້າຮຽນເປັນປົກກະຕິ, ເປັນລະ ບົບຕໍ່ເນື່ອງ. ພ້ອມກັນນີ້ ກໍໄດ້ ເອົາໃຈໃສ່ແກ້ໄຂບັນຫາ ການຂາດແຄນອຸປະກອນການຮຽນ- ການສອນ, ໄດ້ເພີ່ມໂກຕາຄູສອນໃຫ້ພຽງພໍ ແລະ ທົ່ວເຖິງ ນັບ ທັງເຂດຊົນ ນະບົດຫ່າງໄກສອກຫຼີກ ເຮັດໃຫ້ອັດຕາເຂົ້າຮຽນ ສຸດທິຊັ້ນປະຖົມ ເພີ່ມຂຶ້ນກວມ 100%, ອັນພົ້ນເດັ່ນ ແມ່ນສາ ມາດປະກາດຈົບຊັ້ນປະຖົມບຳລຸງ ສຳເລັດໃນທົ່ວ ປະເທດ. ພ້ອມກັນນີ້ ກໍມີ 42 ເມືອງ ແລະ 1 ແຂວງ (ແຂວງໄຊຍະບູລີ) ສາມາດປະກາດຈົບຊັ້ນມັດທະຍົມຕົ້ນບຳລຸງ; ທົ່ວປະເທດມີ ສຸກສາລາ 993 ແຫ່ງ, ມີຕູ້ຢາ ປະຈຳບ້ານຫຼາຍກວ່າ 5.000 ບ້ານ, ມີກອງທຶນສຸຂະພາບສຳລັບຜູ້ທຸກຍາກ ຢູ່ໃນ 102 ເມືອງ ແລະ ໄດ້ປະຕິບັດນະໂຍບາຍການອອກລູກບໍ່ເສຍຄ່າຢູ່ 62 ສຸກສາລາ, ໃນ 7 ແຂວງ, ອັນໄດ້ສ້າງເງື່ອນໄຂໃຫ້ປະຊາຊົນ ຜູ້ທຸກຍາກຢູ່ເຂດຊົນນະບົດ ໄດ້ເຂົ້າເຖິງການບໍລິການດ້ານສາ ທາລະນະສຸກ ເພີ່ມຂຶ້ນກວມ 94,18%, ຂະບວນການສ້າງ ບ້ານສາທາລະນະສຸກແບບຢ່າງ ແລະ ບ້ານວັດທະນະທຳ ກໍໄດ້ດຳເນີນໄປຢ່າງຕັ້ງໜ້າ ເຮັດໃຫ້ບ້ານສາທາລະນະສຸກ ແບບຢ່າງເພີ່ມຂຶ້ນກວມ 64,84%, ບ້ານວັດທະນະ ທຳເພີ່ມ ຂຶ້ນກວມ 55,40% ຊຶ່ງຜົນສຳເລັດທັງໝົດນັ້ນ, ໄດ້ສ້າງເງື່ອນ ໄຂ ແລະ ປະກອບສ່ວນອັນສຳຄັນ ເຮັດໃຫ້ຂະແໜງການສຶກ ສາ ແລະ ສາທາລະນະສຸກ ໄດ້ບັນລຸເປົ້າໝາຍສະຫັດສະວັດ ດ້ານການພັດທະນາ ຕາມຄາດໝາຍທີ່ວາງໄວ້; ການບໍລິການ ດ້ານສິນເຊື່ອ ເພື່ອສົ່ງເສີມການຜະລິດເປັນສິນຄ້າ, ສ້າງລາຍ ໄດ້ຂອງ ຄອບຄົວ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ຮັບການເອົາໃຈໃສ່ຂະຫຍາຍຕາໜ່າງ ການບໍລິການເຂົ້າ ເຖິງບ້ານທຸກຍາກ, ບັນດາຈຸດສຸມຂອງສູນກາງ ແລະ ທ້ອງຖິ່ນ, ບ້ານເຮັດທົດລອງວຽກງານ 3 ສ້າງຢ່າງທົ່ວເຖິງ ເປັນຕົ້ນແມ່ນ: ທະນາຄານນະໂຍບາຍ ໄດ້ຂະຫຍາຍໜ່ວຍບໍລິການ ແລະ ປ່ອຍສິນເຊື່ອໃຫ້ຄອບຄົວ ປະຊາຊົນໄດ້ທັງໝົດ 104.294 ຄອບຄົວ ໃນ 2.242 ບ້ານ, ເປັນທຶນທັງໝົດ 3.384,5 ຕື້ກີບ, ໃນນີ້ປ່ອຍກູ້ໃຫ້ 109 ບ້ານເຮັດທົດລອງວຽກງານ 3 ສ້າງ ຈຳນວນ 338,61 ຕື້ກີບ ໃນອັດຕາດອກເບ້ຍ 5,6,7% ຕໍ່ປີ; ກອງທຶນພັດທະນາບ້ານຕ່າງໆ ໄດ້ສືບຕໍ່ຮັບການສົ່ງເສີມ ແລະ ເຄື່ອນໄຫວຢູ່ 6.531 ບ້ານ, ໃນ 148 ເມືອງທົ່ວ ປະເທດ ແລະ ມີທຶນໝູນວຽນທັງໝົດ 1.357 ຕື້ກວ່າກີບ ຊຶ່ງໄດ້ສ້າງເງື່ອນໄຂ ໃຫ້ປະຊາຊົນຜູ້ທຸກຍາກ ໄດ້ເຂົ້າເຖິງແຫຼ່ງທຶນ ແລະ ສາມາດ ກູ້ຢືມມາເຮັດການຜະລິດ ສ້າງລາຍໄດ້ໃຫ້ແກ່ຄອບຄົວ, ປັບ ປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ສາມາດຫຼຸຸດພົ້ນອອກຈາກ ຄວາມທຸກຍາກເປັນກ້າວໆ.

 

ແຫລ່ງຂ່າວ:

ປຊຊ