HomeມູມໄອທີລາວiPhone 7 ຈະສາມາດກັນນ້ຳໄດ້ ແຕ່ຕ້ອງແລກດ້ວຍຮູສຽບຫູຟັງ

iPhone 7 ຈະສາມາດກັນນ້ຳໄດ້ ແຕ່ຕ້ອງແລກດ້ວຍຮູສຽບຫູຟັງ

Published on

ຍ້ອນກັບໄປເມື່ອ ເດືອນກັນຍາ ທີ່ຜ່ານມານັ້ນມີຂ່າວລືວ່າ iPhone 7 ຈະສາມາດກັນນ້ຳໄດ້ ເນື່ອງຈາກ Apple ໄດ້ມີການຈົດສິດບັດໃໝ່ໃນການເຮັດລະບົບກັນນ້ຳ ແຕ່ວ່າບັນຫາທີ່ສຳຄັນສຳລັບຜູ້ໃຊ້ແບບເຮົາກໍຄື ຈະເສຍຮູສຽບຫູຟັງ 3.5 ມິນລີແມັດໄປ, ເພາະສິດບັດດັ່ງກ່າວນີ້ ເວົ້າເຖິງການປິດກັ້ນພອຣດ ທີ່ມີຄວາມສ່ຽງສູງທີ່ຈະຖືກນ້ຳຊຶມເຂົ້າໄປທຳລາຍສ່ວນປະກອບທີ່ສຳຄັນຂອງໂຕເຄື່ອງໄດ້.

image

image

ລາຍງານຫຼ້າສຸດນີ້ມີລາຍລະອຽດອ້າງອີງຈາກສິດບັດການອອກແບບຂອງ Apple ທີ່ເບິ່ງແລ້ວວ່າອາດຈະເປັນການອອກແບບມາໃຫ້ໂຕເຄື່ອງນັ້ນສາມາດປ້ອງກັນນ້ຳໄດ້ຢ່າງເຕັມຮູບແບບ ໂດຍສິດບັດດັ່ງກ່າວນີ້ຈະມີການໃຊ້ເຊັນເຊີ້ຄວບຄຸມສ່ວນຕ່າງໆ ອ້ອມຮອບໂຕເຄື່ອງ ເຊິ່ງຈະຄວບຄຸມສ່ວນທີ່ມີການເປີດ/ປິດ ບໍລິເວນຕ່າງໆອ້ອມໂຕເຄື່ອງ ເຊິ່ງສາມາດຄວບຄຸມຈຸດຕ່າງໆເຫຼົ່ານີ້ໃຫ້ປິດຢູ່ຕະຫຼອດເວລາ ຈົນກວ່າຈະມີການໃຊ້ງານເຊັ່ນ: ໃນສ່ວນຂອງລຳໂພງຈະປິດຢູ່ຕະຫຼອດເວລາ ແຕ່ເມື່ອເຮົາມີການໂທອອກ ສ່ວນລຳໂພງກໍຈະເປີດອອກ ຫຼືດ້ວຍປັດໄຈອື່ນໆ… ສິດບັດນີ້ແມ່ນມີຊື່ເອີ້ນວ່າ: “Electronic Devices With Housing Port Shutters”

image

image

ແລະຍັງມີການອ້າງອີງຈາກເວັບໄຊ ຍີ່ປຸ່ນ Macotakara  ທີ່ໄດ້ບອກເອົາໄວ້ວ່າ Apple ອາດຈະຕັດສິນໃຈບໍ່ໃຊ້ງານພອຣດສຽບຫູຟັງຂະໜາດ 3.5 ມິນລີແມັດ ເພື່ອບໍ່ໃຫ້ໂຕເຄື່ອງມີຈຸດອ່ອນໃນການອອກແບບໃນຄັ້ງນີ້ ໂດຍແທນທີ່ດ້ວຍການໃຊ້ງານພອຣດ Lighting ໃຫ້ສາມາດໃຊ້ງານໄດ້ໃນແບບ All-in-One ທີ່ຈະສາມາດສາກແບັດແລະໃຊ້ສຽບຫູຟັງໃນບ່ອນດຽວກັນ, ແລະຜູ້ຜະລິດຫູຟັງທີ່ບໍ່ແມ່ນ Apple ນັ້ນອາດຈະຕ້ອງໄດ້ຈ່າຍເງິນເພື່ອຊື້ອະແດັບເຕີ້ໂຕແປງມາໃຊ້ງານຮ່ວມນຳ ຫຼື ປ່ຽນໄປໃຊ້ແບບບລູທູດແທນ ກໍເປັນໄດ້

image

image

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...