Homeຂ່າວການພັດທະນາລາວ ແລະ ບຸນກາລີ ສືບຕໍ່ເສີມຂະຫຍາຍການຮ່ວມມືທີ່ດີ

ລາວ ແລະ ບຸນກາລີ ສືບຕໍ່ເສີມຂະຫຍາຍການຮ່ວມມືທີ່ດີ

Published on

780c992eb1016277db0051783c8f469f

ໂດຍ​ຕອບ​ສະໜອງ​ຄຳ​ເຊີນຂອງ​ທ່ານ ບຸນ​ຍັງ ວໍລະ​ຈິດ ຮອງປະທານ​ປະເທດ ທ່ານ​ນາງ ມາກາ​ຣີ​ຕາ ໂປ​ໂປ​ວາ (Magarita POPOVA) ຮອງ​ປະ​ທາ​ນາ​ທິ​ບໍດີ​ແຫ່ງ​ສາທາລະນະ​ລັດ​ບຸນ​ກາລີ ພ້ອມ​ດ້ວຍ​ຄະນະ ໄດ້​ເດີນທາງ​ມາຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ໃນ​ລະຫວ່າງ​ວັນ​ທີ 29-30 ພະຈິກ 2015.

ຕອນ​ເຊົ້າ​ວັນ​ທີ 30 ພະຈິກ 2015 ຢູ່​ທຳ​ນຽບ​ປະທານ​ປະເທດ ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ ເຊິ່ງຝ່າຍ​ລາວ​ນຳ​ໂດຍ​ທ່ານ ບຸນ​ຍັງ ວໍລະ​ຈິດ ແລະ ຝ່າຍ​ບຸນ​ກາລີ ນຳໂດຍ​ທ່ານ​ນາງ Magarita POPOVA ການ​ພົບ​ປະ​ຄັ້ງ​ນີ້ ​ທັງສອງ​ຝ່າຍ​ໄດ້​ແຈ້ງ​ສະພາບ​ການພັດທະນາ​ເສດຖະກິດ-ສັງຄົມຂອງ​ຕົນ​ໃຫ້​ກັນ​ຮັບ​ຊາບ ພ້ອມທັງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນຮ່ວມ​ມື​ຂອບ​ສອງ​ຝ່າຍ ແລະ ຂອບ​ຫຼາຍ​ຝ່າຍ ທິດ​ທາງ​ການຮ່ວມ​ມື​ໃນຕໍ່ໜ້າ ໂດຍ​ສະເພາະ ດ້ານ​ເສດຖະກິດ ການ​ຄ້າ ການສຶກ​ສາ ການ​ລົງທຶນ ການ​ທ່ອງທ່ຽວ ແລະ ວຽກ​ງານ​ສຳຄັນອື່ນໆ​ທີ່​ສອງ​ຝ່າຍໃຫ້​ຄວາມ​ສົນໃຈ ເພື່ອ​ແນໃສ່​ເຮັດ​ໃຫ້ການຮ່ວມ​ມື​ລະຫວ່າງ​ສອງ​ປະເທດ ລາວ-ບຸນ​ກາລີ ເຕີບ​ໃຫຍ່​ຂະຫຍາຍ​ຕົວ ແລະ ນັບ​ມື້​ແໜ້ນແຟ້ນ​ຍິ່ງ​ຂຶ້ນ.

ໃນ​ໂອກາດ​ການ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ລາວ​ຄັ້ງ​ນີ້​ຂອງທ່ານ​ນາງ Magarita POPOVA ຍັງ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ບັນດາການ​ນຳ​ຂັ້ນ​ສູງ​ຂອງ​ລາວ ພ້ອມທັງ​ໄດ້​ໄປ​ຢ້ຽມ​ຊົມ​ແຫຼ່ງ​ທ່ອງ​ທ່ຽວທາງ​ດ້ານ​ປະຫວັດສາດ ແລະ ວັດທະນະ​ທຳ​ຈຳນວນ​ໜຶ່ງ ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ອີກ​ດ້ວຍ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...