spot_img
Homeຂ່າວພາຍ​ໃນພົບປະຜູ້ຊົງຄຸນວຸດທິທົ່ວປະເທດ ສົ່ງເສີມການເຕົ້າໂຮມຄວາມສາມັກຄີພາຍໃນ ເປັນອັນໜຶ່ງອັນດຽວກັນ

ພົບປະຜູ້ຊົງຄຸນວຸດທິທົ່ວປະເທດ ສົ່ງເສີມການເຕົ້າໂຮມຄວາມສາມັກຄີພາຍໃນ ເປັນອັນໜຶ່ງອັນດຽວກັນ

Published on

12ff7d8b33e409099bbff5375ce07feb

ກອງ​ປະຊຸມ​ພົບ​ປະ​ຜູ້​ຊົງ​ຄຸນວຸດ​ທິ​ທົ່ວ​ປະເທດ ປີ 2015 ໄດ້​ຈັດຂຶ້ນ​ວັນ​ທີ 30 ພະຈິກ 2015 ຢູ່​ຫໍປະຊຸມ​ແຫ່ງ​ຊາດ ນະຄອນຫຼວງວຽງ​ຈັນ ໂດຍ​ເປັນ​ປະທານ​ຂອງທ່ານ ​ສຈ.​ດຣ. ພັນ​ດວງ​ຈິດ ວົງສາ ກຳມະການ​ສູນ​ກາງ​ພັກ ປະທານ​ສູນ​ກາງ​ແນວ​ລາວ​ສ້າງຊາດ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງທ່ານ ຈູມ​ມາລີ ໄຊ​ຍະ​ສອນ ເລຂາ​ທິ​ການ​ໃຫຍ່​ຄະນະ​ບໍລິຫານງານ​ສູນ​ກາງ​ພັກ ປະທານ​ປະເທດ ບັນດາ​ທ່ານ​ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ກຳມະການສູນ​ກາງ​ພັກ ອະດີດ​ການ​ນຳ​ຂັ້ນສູງ ພ້ອມ​ດ້ວຍ​ຜູ້​ຊົງ​ຄຸນ​ວຸດ​ທິຈາກ​ນະຄອນຫຼວງ​ວຽງ​ຈັນ ແລະ 17 ແຂວງ​ທົ່ວ​ປະເທດ ຫຼາຍ​ກວ່າ 1.400 ທ່ານ.

ທ່ານ ​ສຈ.​ດຣ. ພັນ​ດວງ​ຈິດ ວົງສາ ໄດ້​ຜ່ານ​ບົດ​ລາຍ​ງານ​ສະພາບ​ລວມ​ຂອງ​ການຈັດຕັ້ງ​ປະຕິບັດ ​ວຽກ​ງານ​ວິຊາ​ສະເພາະ​ຂອງ​ສູນກາງ​ແນວ​ລາວ​ສ້າງ​ຊາດ ກໍ່​ຄືການ​ເຕົ້າໂຮມ​ຄວາມ​ສາມັກຄີປະຊາຊົນ​ລາວ​ບັນດາເຜົ່າ ​ໃນຂອບ​ເຂດ​ທົ່ວ​ປະເທດ ເພື່ອ​ຈັດ​ຕັ້ງປະຕິບັດ​ແນວທາງ​ນະໂຍບາຍຂອງ​ພັກ-ລັດຖະບານ ນຳພາ​ປະເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ປະເທດ​ດ້ອຍ​ພັດທະນາ ໃຫ້​ປາກົດຜົນ​ເປັນ​ຈິງ ເຊິ່ງ​ໄລຍະ​ຜ່ານ​ມາ ເຫັນ​ວ່າບັນດາເຜົ່າ​ຂອງ​ລາວເຮົາ ​ແມ່ນ​ມີ​ຄວາມ​ສາມັກຄີ​ປອງດອງ ມີ​ການ​ຊ່ວຍເຫຼືອ​ກັນ ແລະ ກັນ​ຢ່າງ​ຕັ້ງໜ້າ ບັນດາ​ຊົນເຜົ່າໃນ​ລາວ ໄດ້​ມີ​ຄວາມ​ເຈືອ​ຈານກັນ​ທາງ​ດ້ານ​ເສດຖະກິດ ວັດ​ທະນະ​ທຳ-ສັງຄົມ ທີ່​ພົ້ນ​ເດັ່ນ​ແມ່ນພໍ່​ແມ່​ປະຊາຊົນ​ທີ່​ເຄີຍ​ອາໄສ​ຢູ່ຕາມ​ຂົງເຂດ​ໜ່ວຍ​ພູ​ສູງ ທຳ​ການຜະລິດ​ແບບ​ເອື່ອຍ​ອີງ​ທຳ​ມະ​ຊາດ ຖາງ​ປ່າ​ເຮັດໄຮ່​ເລື່ອນລອຍ ແມ່ນ​ໄດ້​ມີ​ການ​ຫັນປ່ຽນ​ການ​ດຳລົງ​ຊີວິດ​ໃຫ້​ນັບ​ມື້​ດີ​ຂຶ້ນ ໂດຍ​ການມາ​ເຮັດ​ການ​ຜະລິດ​ທີ່​ໃຊ້​ເຕັກ​ໂນໂລ​ຊີ ສ້າງ​ບ້ານ-ສ້າງ​ເຮືອນ​ທີ່​ຖາວອນ ແລະ ສ້າງ​ອາຊີບ​ທີ່​ໝັ້ນຄົງ ເຊິ່ງ​ນັ້ນ​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນຢູ່​ຂອງ​ເຂົາເຈົ້າ​ໄດ້​ຮັບ​ການ​ປັບປຸງນັບ​ມື້​ດີ​ຂຶ້ນ ​ຕາມ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-ລັດຖະບານ​ວາງອອກ​ເທື່ອ​ລະ​ກ້າວ.

ໂອກາດ​ດັ່ງກ່າວ ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ໄດ້​ກ່າວບາງ​ຕອນ​ສຳ​ຄັນວ່າ: ກອງ​ປະຊຸມ​ພົບ​ປະ​ຕົວ​ແທນ​ຜູ້​ຊົງ​ຄຸນ​ວຸດ​ທິທົ່ວ​ປະເທດ ປີ 2015 ນີ້ ແມ່ນ​ມີຄວາມ​ໝາຍ​ຄວາມ​ສຳຄັນ​ຍິ່ງ​ ຕໍ່ການ​ສົ່ງເສີມ​ຄວາມ​ສາມັກຄີ​ປອງ​ດອງ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ທ່າມກາງ​ບັນຍາ​ກາດ​ທົ່ວ​ພັກ-ທົ່ວ​ລັດ ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ ກະກຽມ​ສະເຫຼີມສະຫຼອງ​ວັນ​ ສະ​ຖາປະ​ນາ ສປປ ລາວ ຄົບຮອບ 40 ປີ ຕະຫຼອດ​ໄລຍະ​ຜ່ານ​ມາ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ-ລັດ ກໍ່​ຄື​ການ​ປະກອບສ່ວນ​ອັນ​ສຳຄັນຂອງ​ຜູ້​ຊົງ​ຄຸນ​ວຸດ​ທິ ທີ່​ໄດ້​ເຕົ້າໂຮມຄວາມ​ສາມັກຄີ​ປະຊາຊົນ​ລາວບັນດາເຜົ່າ​ຢ່າງ​ເຂັ້ມແຂງ ອັນ​ໄດ້ເຮັດ​ໃຫ້​ພວກ​ເຮົາ​ສາມາດ​ຍາດ​ໄດ້ຜົນສຳເລັດ​ອັນ​ໃຫຍ່​ຫຼວງ ​ໃນ​ການປົກ​ປັກ​ຮັກສາ ແລະ ສ້າງສາພັດທະນາ​ປະເທດ​ຊາດ ສ້າງ​ລະບອບ​ໃໝ່ ເສດຖະກິດ-ສັງຄົມ​ມີການ​ຂະຫຍາຍຕົວ​ຢ່າງ​ຈະແຈ້ງ ແຕ່​ຄຽງ​ຄູ່​ກັບ​ການ​ຂະຫຍາຍຕົວນັ້ນ​ໃນ​ອະນາຄົດ ເພື່ອ​ຮອງ​ຮັບການ​ຂະຫຍາຍຕົວ​ຂອງ​ພາກ​ພື້ນ ແລະ ສາກົນ ພວກ​ເຮົາ​ຕ້ອງ​ໄດ້ເພີ່ມ​ທະວີ​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ ວຽກ​ງານ​ສົ່ງເສີມ​ຄວາມ​ສາມັກ​ຄີ​ປະຊາຊົນ​ບັນດາເຜົ່າ​ໃຫ້ເຂັ້ມແຂງ​ຍິ່ງ​ຂຶ້ນ ເພີ່ມ​ຄວາມ​ເປັນເອກະ​ພາບ ເປັນ​ປຶກ​ແຜ່ນ​ແໜ້ນໜາ ພາຍ​ໃຕ້​ການ​ຊີ້​ນຳ-ນຳພາຂອງ​ພັກ ສ້າງ​ຄວາມ​ພ້ອມ​ກ້າວສູ່​ບາດ​ລ້ຽວ​ໃໝ່​ໃນ​ການ​ພັດ​ທະນາຕາມ​ທິດ​ຍືນ​ຍົງ ໂດຍ​ສຸມ​ໃສ່ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ປົກ​ປັກ​ຮັກສາ ແລະ ເສີມ​ຂະຫຍາຍ​ວັດທະນະທຳ ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ຊາດ ແລະ ບັນດາເຜົ່າ ຕິດ​ພັນ​ກັບ​ການ​ຍົກລະດັບ​ດ້ານ​ການ​ສຶກ​ສາ ແລະ ການ​ພັດທະນາ​ຊັບພະຍາກອນມະນຸດ ເປັນຕົ້ນແມ່ນ​ໃນ​ເຂດຊົນນະບົດ​ເຜົ່າ​ຊົນ ຮ່ວມ​ກັນ​ແກ້ໄຂ​ປາກົດການ​ຫຍໍ້ທໍ້​ຕ່າງໆ​ໃນສັງຄົມ ໂດຍ​ສະເພາະແມ່ນ​ບັນຫາ​ຢາ​ເສບ​ຕິດ ການ​ຄ້າຂາຍ​ຜິດກົດໝາຍ ແລະ ການ​ຄ້າ​ມະນຸດ ສຸມ​ໃສ່​ສ້າງ​ບ້ານ ແລະ ກຸ່ມ​ບ້ານພັດທະນາ ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ໃຫ້ເຂັ້ມແຂງ​ຕາມ​ທິດ 3 ສ້າງ ແລະ ທຸກ​ພາກສ່ວນ​ໃນ​ສັງຄົມ ຕ້ອງເປັນ​ເຈົ້າ​ການ​ສ້າງ​ລັດ​ທີ່​ປົກຄອງດ້ວຍ​ກົດໝາຍ ແລະ ຮັບປະກັນຄວາມ​ຍຸຕິ​ທຳ​ໃນ​ສັງຄົມ ເພື່ອເປັນ​ການ​ປັບປຸງ​ການຈັດຕັ້ງ​ລັດ ປັບປຸງ​ລັດ​ຖະ​ທຳ​ມະນູນ​ໃຫ້​ມີຄວາມ​ສອດຄ່ອງ​ກັບ​ການ​ພັດ​ທະນາ​ເສດຖະກິດ-ສັງຄົມ​ໃນ​ປັດ​ຈຸບັນ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...