spot_img
Homeຂ່າວພາຍ​ໃນເປີດນຳໃຊ້ເຂື່ອນໄຟຟ້ານ້ຳຄານ 2 ຢ່າງເປັນທາງການ

ເປີດນຳໃຊ້ເຂື່ອນໄຟຟ້ານ້ຳຄານ 2 ຢ່າງເປັນທາງການ

Published on

213baa8afa7536b2b4beacf9612d3e25

ພິທີ​ເປີດ​ການ​ນຳ​ໃຊ້​ໂຄງການກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳ​ຄານ 2 ເມືອງ​ຊຽງ​ເງິນ ແຂວງ​ຫຼວງ​ພະບາງ ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ ໃນ​ອາທິດ​ຜ່ານ​ມາ ມີ​ທ່ານ ສົມສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກ​ລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານເສດຖະກິດ​ການ​ຜະລິດ ແລະ ຈໍລະ​ຈອນ ທ່ານ ຄຳ​ຂັນ ຈັນທະວີ​ສຸກ ເຈົ້າແຂວງ​ຫຼວງ​ພະ​ບາງ ທ່ານ​ປະທານ​ບໍລິສັດ ຊິ​ໂນ​ໄຣ​ໂດຼ ລັດຖະມົນຕີ​ວ່າການ ຊ່ວຍ​ວ່າການ ແລະ ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ພ້ອມ​ດ້ວຍ​ພໍ່​ແມ່ປະຊາຊົນ​ເຂົ້າ​ຮ່ວມ.

ໂຄງການ​ກໍ່ສ້າງ​ເຂື່ອນໄຟຟ້າ​ນ້ຳ​ຄານ 2 ແມ່ນ​ໂຄງການ​ໜຶ່ງ​ທີ່​ນອນ​ຢູ່​ໃນ​ແຜນ​ແມ່​ບົດ​ພັດທະນາ​ລະບົບ​ໄຟຟ້າ ເຊິ່ງ​ມີກຳລັງ​ຕິດ​ຕັ້ງ​ໄຟຟ້າ​ທັງ​ໝົດ 130 ເມ​ກາ​ວັດ (MW) ສາມາດ​ຜະລິດ​ພະລັງງານ​ໄດ້ 558 ຈີ​ກາ​ວັດໂມງ (GWH) ຕໍ່​ປີ ມູນ​ຄ່າ​ການລົງທຶນ​ທັງ​ໝົດ 308.500.870 ໂດ​ລາ​ສະຫະລັດ ເຊິ່ງ​ລັດ​ວິ​ສາຫະ​ກິດ​ໄຟຟ້າ​ລາວ​ເປັນ​ເຈົ້າ​ຂອງໂຄງການ ແລະ ບໍລິສັດ ຊິ​ໂນ​ໄຣໂດຼ ​ສປ ຈີນ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ​ໃນ​ຮູບ​ແບບ​ມອບ​ເໝົາ ມີ​ລະບົບ​ສາຍ​ສົ່ງ 115 ກິ​ໂລ​ໂວນ (KV) ມີ​ລວງ​ຍາວ 23,79 ກິໂລແມັດ ວົງ​ຈອນ​ຄູ່​ເສື່ອມ​ເຂົ້າ​ສະຖານີ (230 KV) ຫຼວງ​ພະ​ບາງ 2 ທີ່ເມືອງ​ຊຽງ​ເງິນ.

ໂຄງການ​ດັ່ງກ່າວ​ແມ່ນ​ປະກອບ​ສ່ວນ​ສຳຄັນ ​ໃນ​ການ​ປັບປຸງຍົກ​ສູງ​ຄຸນະພາບ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ບັນດາເຜົ່າ ການຫັນປ່ຽນ​ໂສມ​ໜ້າ​ໃໝ່​ຢູ່​ຊົນນະບົດ ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ທ້ອງຖິ່ນ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຂະ​ບວນ​ການຈັດຕັ້ງປະຕິບັດ​ແນວທາງ ແຜນ​ຍຸດ​ທະສາດ​ພັດທະນາ​ຊົນນະບົດ ການສ້າງ​ກຸ່ມ​ບ້ານ​ພັດທະນາ ການ​ແກ້ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ບໍລິເວນ​ດັ່ງກ່າວ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...