spot_img
Homeຂ່າວເຫດການທັດສະນະຜູ້ຊົງຄຸນວຸດທິເຜົ່າຕ່າງໆ ຕໍ່ການສ້າງສາພັດທະນາປະເທດຊາດ ໃນໄລຍະ 40 ປີ ຜ່ານມາ!

ທັດສະນະຜູ້ຊົງຄຸນວຸດທິເຜົ່າຕ່າງໆ ຕໍ່ການສ້າງສາພັດທະນາປະເທດຊາດ ໃນໄລຍະ 40 ປີ ຜ່ານມາ!

Published on

123p

ໃນໂອກາດທີ່ທົ່ວພັກລັດ, ທົ່ວກຳລັງປະກອບອາວຸດແລະ ທົ່ວປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 40 ປີນັ້ນ, ສູນກາງແນວລາວສ້າງ ຊາດກໍໄດ້ຈັດກອງປະຊຸມພົບປະຜູ້ຊົງຄຸນວຸດທິທົ່ວປະເທດຂຶ້ນໃນວັນທີ 28 ​ເດືອນພະຈິກ 2015 ຜ່ານ ມາ ຢູ່ສູນການຄ້າລາວ-​ໄອເຕັກ, ທັງເປັນການຖືໂອກາດດັ່ງກ່າວໃຫ້ຄະນະຜູ້ແທນຜູ້ຊົງຄຸນວຸດທິບັນດາເຜົ່າ, ຊັ້ນຄົນຕ່າງໆທົ່ວປະເທດ ໄດ້ມີໂອກາດມາເຄື່ອນໄຫວຢ້ຽມຢາມນະຄອນຫລວງວຽງຈັນແລະເຂົ້າ ຮ່ວມສະເຫລີມສະຫລອງວັນສຳຄັນຄັ້ງຍິ່ງໃຫຍ່ຄັ້ງນີ້, ​ເຊິ່ງບັນດາຜູ້ແທນບັນດາເຜົ່າກໍໄດ້ສະແດງທັດ ສະນະຂອງຕົນຕໍ່ການສ້າງສາພັດທະນາປະເທດຊາດຕະຫລອດໄລຍະ 40 ປີແລະ ຄວາມສາມັກຄີຂອງປະຊາຊົນບັດດາເຜົ່າໃນການຕໍ່ສູ້ຊາດຈົນໄດ້ຮັບການປົດປ່ອຍຢ່າງເປັນທາງການໃນປີ 1975.

ທ່ານ ນາງເຢັ້ງຊົ່ງ ຈື່ດາໄມ ປະທານສະຫະພັນແມ່ຍິງເມືອງຊຽງເງິນແຂວງຫລວງພະບາງ ​ ​ໄດ້ໃຫ້ທັດສະນະວ່າ: ​ກ່ອນປີ 1975 ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໂດຍສະເພາະແມ່ນເຜົ່າລາວມົ້ງຂອງຕົນແມ່ນດຳລົງຊີວິດຕາມພູຜາ, ຮ່ອມຫ້ວຍ, ຊີວິດການເປັນຢູ່ທາງດ້ານການເມືອງສູງສຸດໄດ້ພຽງແຕ່ເປັນນາຍບ້ານ. ສ່ວນດ້ານ​​ເສດຖະກິດມີຄວາມຝຶດເຄືອງ, ອາຊີບຕົ້ນຕໍແມ່ນຖາງປ່າ​​ເຮັດໄຮ່ປູກເຂົ້າແລະ ປູກຢາຝິ່ນ, ​ການສຶກສາບໍ່ຂະຫຍາຍຕົວ ​ໂດຍ​ສະ​ເ​ພາະເດັກຍິງ ໄດ້ຮັບການສຶກສາໜ້ອຍກວ່າເດັກຊາຍ. ​ແນວໃດກໍດີພາຍຫລັງທີ່ປະເທດຊາດໄດ້ຮັບການປົດປ່ອຍແຕ່ປີ 1975 ​ເປັນຕົ້ນມາເຜົ່າລາວມົ້ງຕົນກໍໄດ້ຮັບການພັດທະນາຂຶ້ນຕາມລຳດັບ. ຈາກການດຳລົງຊີວິດຢູ່ຕາມພູຜາກໍ​​ໄດ້ຫັນມາຢູ່ທົ່ງພຽງ, ຢູ່ຕາມໂຕເມືອງຫລວງຫລາຍຂຶ້ນ,ຈາກອາຊີບເຮັດໄຮ່​, ປູກຝິ່ນ ກໍໄດ້ຫັນປ່ຽນມາເຮັດນາ, ຄ້າຂາຍ ແລະ ບໍລິການອື່ນໆ, ​ເດັກຍິງກໍໄດ້ຮັບການສຶກສາຢ່າງທົ່ວເຖິງ​, ມີສິດທົ່າທຽມກັບ​​ຜູ້ຊາຍໃນທຸກດ້ານ​, ພໍ່ແມ່ໃຫ້ໂອກາດ​​​ເທົ່າກັບຜູ້ຊາຍ​​, ​ເວົ້າລວມແລ້ວມາ​​ເຖິງປັດຈຸບັນພວກເຮົາໄດ້ຮັບການພັດທະນາ, ​ຊີວິດການ​​ເປັນຢູ່ດີຂຶ້ນ​ ​ເຊິ່ງແຕກຕ່າງຈາກເມື່ອກ່ອນ. ຂະນະດຽວກັນກໍບໍ່ມີການຈຳແນວ່າເຜົ່ານີ້ເຜົ່ານັ້ນ ທຸກໆຄົນລ້ວນແຕ່​​ເປັນຄົນລາວ ດຳລົງຊີວິດຢູ່ຮ່ວມກັນດ້ວຍຄວາມສາມັກຄີຊ່ວຍເຫລືເຊິ່ງກັນແລະ ກັນ, ​ເຊິ່ງທັງໝົດນີ້ ຍ້ອນມີພັກນຳພາຈຶ່ງເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາ, ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

ທ່ານ ບຸນດາວ ພົມມະຈັນ ຊົນເຜົ່າອາຣັກ ຢູ່ບ້ານຕ໊ອກອົງແກ້ວເມືອງລະມາມແຂວງເຊກອງໄດ້ໃຫ້ທັດສະນະຕໍ່ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າວ່າ: ​​ໃນສະໄໝກ່ອນປະເທດລາວເຮົາຖືກ ຕ່າງຊາດເຂົ້າມາປົກຄອງ, ປະຊາຊົນບັນດເຜົ່າມີການຈຳແນກຊົນຊາດຊົນເຜົ່າແລະ ບໍ່ມີຄວາມເຂົ້າໃຈກັນ, ການເວົ້າ ການວ່າ​ ​ມີລັກສະນະທ້າທາຍ, ສຽດ​ສີກັນໃນສັງຄົມ​ ​ຈຶ່ງເປັນຊ່ອງຫວ່າງເຮັດໃຫ້ສັດຕູສວຍໂອກາດທຳລາຍແນວທາງ, ເຮັດໃຫ້ປະຊາຊົນບໍ່ມີຄວາມສາມັກຄີ, ​ແຕ່ຍ້ອນມີການຊີ້ນຳນຳພາຂອງທ່ານຜູ້ນຳຮຸ່ນສູ່ຮຸ່ນໃນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນຕໍ່ສູ້ຕ້ານພວກຈັກກະພັດຮຸກຮານປະເທດລາວ ອັນເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈ ຮູ້ຮັກປະເທດຊາດ, ຮັກບ້ານເກີດເມືອງນອນ ຈຶ່ງໄດ້ຮ່ວມ​​​ໄມ້ຮ່ວມມືເປັນຈິດໜຶ່ງໃຈດຽວເສຍສະລະເລືອດເນື້ອເພື່ອຕໍ່ສູ້ກູ້ຊາດຫລາຍຫລົບຫລາຍຕ່າວ ຈົນໄດ້ຮັບການປົດປ່ອຍໃນປີ 1975 ​ເປັນຕົ້ນມາແລະ ມາຮອດປັດຈຸບັນຄວາມສາມັກຄີລະຫວ່າງເຜົ່າກໍຍິ່ງແໜ້ນແຟ້ນຍິ່ງຂຶ້ນໂດຍບໍ່ມີການຈຳແນແຕກແຍກກັນ ຖືເປັນພີ່ນ້ອງກັນ,​ ​ການໄປມາຫາສູ່ກັນກໍສະດວກ​ສະບາຍ ມີ​ພາ​ເຂົ້າ​ຮັບ​ຕ້ອນ, ບາງບ້ານຢູ່ໃກ້ຄຽງກັນລະຫວ່າງເຜົ່າມີບຸນສິນກິນທານກໍໄດ້ເອີ້ນກັນໄປຮ່ວມ​​ເບີກບານມ່ວນຊື່ນ ສ້າງຄວາມສາມັກຄີຮັກແພງ​​ເຊິ່ງກັນແລະ ກັນ.

ທ່ານ ຄຳຫລ້າ ຄອນສະຫວັນທອງຊົນເຜົ່າກຶມມຸ ຢູ່ບ້ານຫີນເຫີບໃຕ້ເມືອງຫີນເຫີບແຂວງວຽງຈັນກໍໄດ້ສະແດງຄວາມພາກພູມໃຈຕໍ່ແນວທາງນະໂຍບາຍຂອງພັກລັດເຮົາ​​​ ທີ່​ຍາມ​​ໃດ​ກໍ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​​ໃຍຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ ປະຊາຊົນ​ລາວ​ບັນ​ດາເຜົ່າ ​ແລະ​ ​​ໄດ້​ສຸມ​ທຶນຮອນ​ຢ່າງ​ມະຫາສານ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ດ້ານ​ພື້ນຖານ​ ໂຄງ​ລ່າງ​ເປັນຕົ້ນຖະໜົນຫົນທາງ, ​ໂຮງຮຽນ,​ ​ໂຮງໝໍ ອັນ​ໄດ້ ສ້າງ​ຄວາມ​ສະດວກ​ສະບາຍ​ໃຫ້​ແກ່​ປະຊາຊົນຢ່າງ​ຫລວງຫລາຍ,​ ພ້ອມ​ນີ້ ກໍ​ເຮັດ​ໃຫ້​ດ້ານ​ເສດຖະກິດ​ມີ​ການ​ຂະຫຍາຍ​ໂຕ​ໄປ​ພ້ອມໆກັນ, ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ແກ້​ໄຂ​ຫລຸດໜ້ອຍຖອຍ​ລົງ ​ເທື່ອ​ລະ​ກ້າວ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...