spot_img
Homeຂ່າວເຫດການກອງປະຊຸມພົບປະຜູ້ຊົງຄຸນວຸດທິທົ່ວປະເທດ

ກອງປະຊຸມພົບປະຜູ້ຊົງຄຸນວຸດທິທົ່ວປະເທດ

Published on

c557b2f30669738e0c35b22491ace78b

ກອງ​ປະຊຸມ “ພົບ​ປະ​ຜູ້​ຊົງ​ຄຸນວຸດ​ທິ​ທົ່ວ​ປະເທດ 2015” ສູນກາງ​ແນວ​ລາວ​ສ້າງ​ຊາດ ໄດ້​ຈັດຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 28 ພະຈິກ 2015 ທີ່​ຜ່ານ​ມາ ຢູ່​ທີ່ສູນ​ການ​ຄ້າ​ລາວ-ໄອ​ເຕັກ ພາຍໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ​ສຈ.​ດຣ. ພັນ​ດວງ​ຈິດ ວົງສາ ກຳມະ​ການ​ສູນ​ກາງ​ພັກ ປະທານ​ສູນກາງ​ແນວ​ລາວ​ສ້າງ​ຊາດ ໂດຍ​ມີການ​ນຳ​ພັກ-ລັດ ພະນັກງານ​ບຳນານ ອາວຸໂສ ນັກຮົບ​ວິລະ​ຊົນແຫ່ງ​ຊາດ ຜູ້​ຊົງ​ຄຸນ​ວຸດ​ທິ​ສູນ​ກາງ ແລະ ທ້ອງຖິ່ນ ​ເຂົ້າ​ຮ່ວມຈຳນວນ 504 ທ່ານ.

ທ່ານ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ໄດ້​ກ່າວ​ບາງ​ຕອນ​ວ່າ: ບັນດາເຜົ່າ​ລາວ​ມີຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ ເປັນຕົ້ນ ພາຍຫຼັງ​ທີ່​ມີ​ການ​ນຳພາຂອງ​ພັກ ມີ​ການ​ປະຕິວັດຊົນເຜົ່າຂອງ​ລາວ​ ໄດ້​ຮັບ​ການ​ສຶກ​ສາ​ອົບຮົມ​ຄວາມ​ສາມັກຄີ​ຊ່ວຍເຫຼືອ​ເພື່ອແຜ່​ຕໍ່​ກັນ ​ໃນ​ການ​ທຳ​ມາ​ຫາ​ກິນ ຜ່ານ​ຜ່າໄພ​ທຳ​ມະ​ຊາດ ສາມັກຄີ ຕໍ່ສູ້​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ ເພື່ອເອກະລາດ​ລວມ​ຂອງ​ຊາດ ບາງໄລຍະ​ສັດຕູ​ອອກແຮງ​ແບ່ງ​ແຍກຄວາມ​ສາມັກຄີ​ເຜົ່າ​ນີ້​ກັບ​ເຜົ່າ​ອື່ນ ແຕ່​ເວົ້າ​ລວມ ຕະຫຼອດ​ໄລຍະ​ປະຫວັດ​ສາດ​ຜ່ານ​ມາ ​ບໍ່​ມີ​ການ​ແຕກແຍກ​ຄວາມ​ສາມັກຄີ​ເຜົ່າ ແຕ່​ລະຊົນເຜົ່າ​ເພິ່ງ​ພາ​ອາໄສ​ກັນ ຂອດສ່ຽວ​ຮັກ​ສ່ຽວ​ແພງ​ກັນ​ໃນ​ແຕ່​ລະບຸກຄົນ ແລະ ຄອບຄົວ​ຊົນເຜົ່າ.

ຊົນເຜົ່າ​ລາວ​ໄດ້​ມີ​ຄວາມເຈືອ​ຈານ​ກັນ​ທາງ​ດ້ານ​ເສດ​ຖະກິດ ວັດທະນະທຳ-ສັງຄົມ ທາງດ້ານ​ການເມືອງ​ບໍ່​ໄດ້​ຈຳແນກ​ຊົນເຜົ່າ​ໃດ ​ຢູ່​ຖານະ​ການເມືອງ​ອັນ​ໃດ ແຕ່​ມີ​ມາດຖານ​ເງື່ອນໄຂ​ຄົບ​ຖ້ວນ ຊົນເຜົ່າ​ໃດ​ກໍ່​ສາມາດ​ຢືນ​ຢູ່​ທີ່​ຕັ້ງຕຳແໜ່ງ​ຂອງ​ພັກ ສະພາ​ແຫ່ງຊາດ ລັດຖະບານ ອຳນາດ​ການປົກຄອງ​ທ້ອງຖິ່ນ ອົງການ​ອື່ນໆຂອງ​ພັກ-ລັດ ແລະ ມະຫາຊົນ.

ພາຍຫຼັງ​ທີ່​ປະເທດ​ຊາດ​ໄດ້​ຮັບການ​ປົດ​ປ່ອຍ ໂດຍ​ສະເພາະຕັ້ງແຕ່​ແນວທາງ​ປ່ຽນແປງ​ໃໝ່​ປີ 1986 ເປັນຕົ້ນ​ມາ ພື້ນຖານ​ເສດຖະ​ກິດຂອງ​ປະຊາຊົນ​ບັນດາເຜົ່າ ແມ່ນ​ການ​ຫັນ​ເສດຖະກິດ​ທຳ​ມະຊາດມາ​ເປັນ​ເສດຖະກິດ​ສິນຄ້າ ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຂອງ​ຕະຫຼາດ ໃນ​ປັດຈຸບັນ​ ບັນດາ​ຊົນເຜົ່າໄດ້​ມີ​ການ​ຫັນປ່ຽນ​ໂຄງການ​ປະກອບ​ເສດຖະກິດ ເປັນຕົ້ນ ຫຼາຍຊົນເຜົ່າ​ໄດ້​ຫັນປ່ຽນ​ການ​ຜະລິດພືດ​ທີ່​ເປັນ​ສິນຄ້າ​ເຊັ່ນ: ການ​ປູກກາ​ແຟ ໝາກແໜ່ງ ຊາ ໝາກອຶ ໝາກຖົ່ວ ໝາກຂາມ ຢາງພາລາ ແລະ ອື່ນໆ ຫຼາຍ​ຊົນເຜົ່າ​ຮູ້ຈັກຜະລິດ​ຫັດຖະກຳ​ຈັກສານ ຫຼາຍຊົນເຜົ່າ​ພູ​ດອຍ​ແຕ່​ກ່ອນ​ມີ​ການເຮັດ​ໄຮ່​ປູກ​ເຂົ້າ ປັດຈຸບັນ ຮູ້​ເຮັດຄ້າຂາຍຕາມ​ຕະຫຼາດ​ຕ່າງໆ.

ພັກ ແລະ ລັດ​ເຮົາ​ໄດ້​ພະຍາ​ຍາມ​ຂົນຂວາຍ​ພີ່ນ້ອງ​ຊົນເຜົ່າ ທີ່​ຮູ້​ເທົ່າ​ບໍ່​ເຖິງ​ການ ​ລີ້​ຊ່ອນ​ຕາມພູ​ຕາມ​ປ່າ​ໃຫ້​ກັບ​ມາ​ທຳ​ມາ​ຫາກິນ ຈັດ​ສັນ​ທີ່ຢູ່ ແລະ ບ່ອນ​ທຳມາ​ຫາ​ກິນ​ໄດ້​ຮັບ​ການ​ສະໜອງຈາກ​ປະຊາຊົນ​ເຜົ່າ​ຕ່າງໆ ເຂົາເຈົ້າ ກັບ​ມາ​ທຳ​ມາ​ຫາ​ກິນ​ເຈືອຈານ​ກັບ​ຊຸມ​ຊົນ​ອື່ນໆ ພ້ອມ​ກັນນັ້ນ ພັກ ແລະ ລັດ ໄດ້​ມີ​ຄວາມຕັດສິນ​ໃຈ​ສູງ​ ຕ້ອນຮັບ​ພີ່ນ້ອງ​ຊົນເຜົ່າ​ທີ່​ໄປ​ຕົກ​ຄ້າງ​ຢູ່​ປະເທດ​ໄທ ໄດ້ຈັດ​ສັນ​ເຮືອນ​ຊານບ້ານ​ຊ່ອງ​ທີ່ຢູ່​ໝັ້ນຄົງ ສະຖານທີ່​ທຳ​ການ​ຜະລິດ ຈັດ​ສັນ​ພາຫະນະແນວ​ພັນ ວັດ​ສະ​ດຸ​ການ​ຜະລິດ​ໃຫ້​ປະຊາຊົນ ພີ່ນ້ອງ​ຊົນເຜົ່າ​ຂອງ​ລາວ​ໄດ້ມີ​ຄວາມ​ພໍໃຈ ແລະ ກັບ​ຄືນ​ດ້ວຍຄວາມ​ໄມຕີ​ຈິດ​ສູ່​ພໍ່​ແມ່​ພີ່ນ້ອງລາວ​ຢູ່​ທ້ອງຖິ່ນ​ຕ່າງໆ​ ທີ່​ເປັນ​ເຈົ້າພາບ​ຮັບ​ເອົາ ອັນ​ນີ້​ທັງ​ແມ່ນ​ບຸນຄຸນ​ຂອງ​ພັກ-ລັດ ແມ່ນ​ຄວາມ​ສາມັກ​ຄີ ເອື້ອເຟື້ອ​ເພື່ອ​ແຜ່​ເພື່ອ​ພີ່ນ້ອງ​ທັງ​ໝົດ.

ໃນ​ຊຸມ​ປີ​ຕໍ່ໜ້າ ​ພວກ​ເຮົາ​ແມ່ນຈະ​ສຶບ​ຕໍ່​ການ​ປະຕິບັດ​ໜ້າທີ່​ຜັນຂະຫຍາຍ​ມະຕິ​ຂອງ​ພັກ ແລະ ແຜນ​ພັດທະນາ​ຂອງ​ລັດ ໂດຍ​ສະເພາະ ຕັ້ງໜ້າ​ສຶກ​ສາ​ອົບຮົມ​ການເມືອງແນວ​ຄິດ ສຶກ​ສາ​ອົບຮົມມູນເຊື້ອ​ຮັກ​ຊາດ ຮັກສາ​ໝາກຜົນການ​ປະຕິວັດ ຮັກ​ມູນເຊື້ອ​ຄຸນ​ສົມບັດ​ຂອງ​ຜູ້ນຳ ເສີມ​ຂະຫຍາຍ​ຈິດໃຈ​ຮັກ​ຊາດ​ຮັກ​ລະບອບ​ໃໝ່ ເສີມຂະຫຍາຍ​ຄວາມ​ບຸກ​ບືນ​ສ້າງຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ຍົກສູງ​ຄວາມ​ສາມັກຄີ​ປອງ​ດອງ​ເປັນປຶກ​ແຜ່ນ ບັນດາ​ຊົນເຜົ່າ ຊັ້ນ​ຄົນ ສາສະໜາ ເພດ ແລະ ໄວ ໄປຕາມ​ແນວທາງ​ນະໂຍບາຍ​ຂອງພັກ ສ້າງ​ຄວາມ​ປອງ​ດອງ​ກົມກຽວ​ກັນ​ຢ່າງ​ສະຫຼັບ​ສັບຫວ່າງ ​ຂະແໜງ​ການ​ເສດຖະກິດ ປ້ອງ​ກັນຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ວັດທະນະທຳ-ສັງຄົມ ຫຼຸດຜ່ອນການ​ແຕກ​ໂຕນ.

ເສີມ​ຂະຫຍາຍ​ທັດສະນະ​ມະຫາ​ຊົນ ໃກ້ຊິດຕິດແທດ​ມະຫາຊົນທຸກ​ຊົນເຜົ່າ ທຸກ​ຊັ້ນ​ຄົນ ທຸກ​ສາສະໜາ ກຳ​ແໜ້ນ​ເຈົ້າ​ກົກ​ເຈົ້າເຫຼົ່າ ຜູ້​ຊົງ​ຄຸນ​ວຸດ​ທິ​ທີ່​ມີ​ບົດບາດອິດ​ທິ​ພົນ ບໍ່​ໃຫ້​ມີ​ອິດ​ທິ​ກຳລັງ​ປໍ​ລະປັກ​ມາ​ກຳ​ເອົາ​ປະຊາຊົນ​ເຮົາ ລົງຫາ​ປະຊາຊົນ​ເພື່ອດ້ານ​ໜຶ່ງ ຮູ້ໄດ້​ສະພາບ​ແນວ​ຄິດ​ຈິດ​ໃຈຄວາມມຸ້ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ ດ້ານ​ສອງ ເພື່ອ​ອະທິບາຍ​ຊີ້​ແຈງສຶກ​ສາ​ອົບຮົມ​ປະຊາຊົນ ດ້ານສາມ ບາງ​ກໍລະນີ​ອະທິບາຍ​ໄກ່ເກ່ຍ​ຄວາມ​ຂັດ​ແຍ່ງ​ບາງ​ເລັກນ້ອຍ ​ບໍ່​ໃຫ້​ກາຍເປັນ​ເລື່ອງ​ໃຫຍ່ ແລະ ດ້ານ​ສີ່ ເພື່ອ​ນຳ​ເອົາ​ຂໍ້​ມູນຮີບ​ດ່ວນ​ສ່ອງ​ແສງ​ໃຫ້​ຂັ້ນ​ເທິງ ແລະ ອົງການ​ກ່ຽວຂ້ອງ​ພິ​ຈາລະນາ​ແກ້​ໄຂ​ຕາມ​ຄວາມ​ເໝາະ​ສົມ ແລະ ຈະ​ສືບຕໍ່​ອອກແຮງ​ຊຸກຍູ້ການຈັດຕັ້ງ​ປະຕິບັດ​ນະໂຍບາຍຕ່າງໆ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...