Homeຂ່າວເຫດການຫຼາຍພາກສ່ວນຊຸກຍູ້ວັນຊາດ ແລະ ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ

ຫຼາຍພາກສ່ວນຊຸກຍູ້ວັນຊາດ ແລະ ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ

Published on

9aa3aeffc81ce93978d93691a9dd41ed

ຫົວໜ່ວຍ​ທຸລະ​ກິດ ແລະ ຜູ້ປະກອບ​ການ​ຕ່າງໆ ໄດ້​ນຳ​ເງິນລວມ​ມູນ​ຄ່າ 5,26 ຕື້​ກີບ ມາມອບ​ໃຫ້​ລັດຖະບານ ເພື່ອ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ສະເຫຼີມສະຫຼອງ​ ວັນ​ສະຖາປະນາ ສປປ ລາວ ຄົບຮອບ 40 ປີ ກໍ່​ຄືການກະກຽມ​ຈັດ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ X ຂອງ​ພັກ​ປະຊາຊົນ​ປະຕິວັດລາວ ທີ່​ຈະ​ໝູນວຽນ​ມາ​ເຖິງ​ໃນໄວໆ​ນີ້.

ພິທີ​ມອບ-ຮັບ​ເງິນ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ວັນ​ທີ 27 ພະຈິກ 2015 ຢູ່​ຫ້ອງ​ວ່າການ​ລັດຖະບານ ເຊິ່ງຕາງໜ້າ​ໃຫ້​ລັດຖະບານ ໂດຍແມ່ນ​ທ່ານ ອາ​ຊາງ ລາວ​ລີ ຮອງນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ຂົງເຂດ​ວຽກ​ງານ​ປົກຄອງ ເປັນ​ຜູ້​ຮັບ ໂດຍ​ຊ້ອງ​ໜ້າ​ບັນດາ​ລັດຖະມົນຕີ ແລະ ພະນັກງານ​ກ່ຽວຂ້ອງ.

ສຳລັບ​ຫົວໜ່ວຍ​ທຸລະ​ກິດ​ທີ່ໃຫ້ການ​ສະໜັບສະໜູນ​ຄັ້ງ​ນີ້ ​ປະກອບ​ມີ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າລາວ ບໍລິສັດ ພົງ​ຊັບ​ທະວີກໍ່ສ້າງຂົວ​ທາງ ຈຳກັດ ບໍລິສັດ ​ພີ​ເອັດ​ບີພີ​ເຊ​ກອງ​ພະລັງງານ​ໄຟຟ້າ ແລະ ແຮ່​ທາດ​ ຈຳກັດ​ ພາກສ່ວນ​ລະ 1 ຕື້​ກີບ ບໍລິສັດ ​ຜະລິດ-ໄຟຟ້າ​ລາວມະຫາຊົນ ກຸ່ມ​ບໍລິສັດ SCIPCL IETL ACAS and SIAM SCIAND INAVIAN ພາກສ່ວນລະ 500 ລ້ານ​ກີບ ບໍລິສັດ ​ແສງເພັດ​ກໍ່ສ້າງ​ຂົວ​ທາງ ຈຳກັດ ບໍ​ລິສັດ ​ເອ​ເຊຍ​ລົງທຶນ ແລະ ບໍລິການ ຈຳກັດ​ຜູ້​ດຽວ ພາກສ່ວນ​ລະ 300 ລ້ານ​ກີບ ບໍລິສັດ ​ໄຟຟ້າ​ດອນ​ສະໂຮງ ຈຳກັດ 160 ລ້ານ​ກີບ ນອກນີ້ຍັງ​ມີ​ເຂດ​ເສດຖະກິດ​ພິເສດສາມຫຼ່ຽມ​ຄຳ​ ແຂວງ​ບໍ່​ແກ້ວ 500 ລ້ານ​ກີບ ເຊິ່ງ​ຈະ​ມາ​ມອບ​ໃນ​ວັນທີ 1 ທັນວາ ທີ່​ຈະ​ມາ​ເຖິງ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...