Homeຂ່າວຕ່າງປະເທດປະທານາທິບໍດີ ປູຕິນ ເຊັນລັດຖະດຳລັດ ປະກາດມາດຕະການ ຂວ້ຳບາດຕວກກີແລ້ວ!

ປະທານາທິບໍດີ ປູຕິນ ເຊັນລັດຖະດຳລັດ ປະກາດມາດຕະການ ຂວ້ຳບາດຕວກກີແລ້ວ!

Published on

558000013676101

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ພະຈິກຜ່ານມານີ້ວ່າ ປະທານາທິບໍດີ ວະລາດິເມຍ ປູຕິນ ໄດ້ເຊັນລັດຖະດຳລັດ ປະກາດມາດຕະການ ຢຸຕິການບໍລິການ ເຮືອບິນເຊົ່າເໝົາລຳ ລະຫວ່າງຣັດເຊຍ ແລະ ຕວກກີ, ຫ້າມວິສາຫະກິດຂອງຣັດເຊຍ ຈ້າງແຮງງານຊາວຕວກກີ ແລະ ຈຳກັດການນຳເຂົ້າສິນຄ້າ ບາງປະເທດຂອງຕວກກີ ຕະຫລອດຮອດ ລະງັບການຂາຍທົວທ່ອງທ່ຽວ ໄປຍັງປະເທດຕວກກີ ຊຶ່ງປົກກະຕິແລ້ວ ເປັນປາຍທາງທີ່ຊາວຣັດເຊຍ ນິຍົມໄປທ່ອງທ່ຽວ ຫລາຍທີ່ສຸດ ຊຶ່ງບັນດາມາດຕະການຂວ້ຳບາດດັ່ງກ່າວນີ້ ຈະມີຜົນບັງຄັບໃຊ້ ນັບຕັ້ງແຕ່ວັນທີ 1 ມັງກອນ 2016 ເປັນຕົ້ນໄປ.

ທັງນີ້ ເຫດຜົນຂອງການປະກາດໃຊ້ ລັດຖະດຳລັດ ມາດຕະການຂວ້ຳບາດດັ່ງກ່າວ ແມ່ນເພື່ອປົກປ້ອງຄວາມໝັ້ນຄົງຂອງປະເທດ ແລະ ພົນລະເມືອງຣັດເຊຍ ຈາກອາຊະຍາກຳ ແລະ ກິດຈະກຳຜິດກົດໝາຍອື່ນໆ ແລະ ເປັນຜົນຈາກການຕອບໂຕ້ ເຫດການທີ່ເຮືອບິນສູ້ຮົບຕວກກີ ຍິງເຮືອບິນ Su-24 ຂອງຣັດເຊຍຕົກ ໃກ້ຊາຍແດນຊີຣີ ເມື່ອວັນທີ 24 ພະຈິກຜ່ານມາ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...