spot_img
Homeຂ່າວພາຍ​ໃນກຽມຄວາມພ້ອມທຸກດ້ານ ບົນເສັ້ນທາງເຊື່ອມໂຍງເສດຖະກິດກັບສາກົນ

ກຽມຄວາມພ້ອມທຸກດ້ານ ບົນເສັ້ນທາງເຊື່ອມໂຍງເສດຖະກິດກັບສາກົນ

Published on

22505667ab7c744d9070246b7a47e09c

ກອງ​ປະຊຸມ​ວິທະຍາສາດ​ເສດຖະ​ກິດ ແລະ ການ​ຄ້າ ພາຍ​ໃຕ້ຫົວຂໍ້: “ກຽມ​ຄວາມ​ພ້ອມ​ທຸກດ້ານ ບົນ​ເສັ້ນທາງ​ການ​ເຊື່ອມໂຍງ​ເສດຖະກິດ​ກັບ​ສາກົນ” ໃນງານ​ວາງສະແດງ​ສິນຄ້າ ວຽງ​ຈັນ ເອັກສ​ໂປ 2015 ເພື່ອ​ສະເຫຼີມສະຫຼອງ​ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ ໄດ້​ຈັດ​ຂຶ້ນວັນ​ທີ 28 ພະຈິກ 2015 ທີ່​ສູນການ​ຄ້າ​ໄອ​ເຕັກ​ມໍ ນະຄອນຫຼວງວຽງ​ຈັນ ໃຫ້​ກຽດ​ກ່າວ​ເປີດ​ໂດຍທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງ​ປະເທດ ເຊິ່ງ​ມີ​ບັນດາ​ຜູ້ຕາງໜ້າ​ບັນດາ​ປະເທດ​ອາ​ຊຽນ ລັດ​ຖະ​ມົນຕີ​ວ່າການ ຊ່ວຍ​ວ່າການ ຮອງເຈົ້າ​ຄອງ ຮອງ​ເຈົ້າແຂວງ ທູຕານຸ​ທູດ ຫົວໜ້າ​ກົມ ແລະ ນັກ​ທຸລະກິດ​ເຂົ້າ​ຮ່ວມ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ໄດ້​ກ່າວ​ວ່າ: ເສັ້ນທາງ​ກ້າວ​ເດີນຂອງ​ອາ​ຊຽນ ແມ່ນ​ຕ້ອງ​ໄດ້​ກ້າວໄປ​ໜ້າ​ຕາມ​ວິໄສ​ທັດ ແລະ ເປົ້າໝາຍ​ຂອງ​ອາ​ຊຽນຄື: ອາ​ຊຽນ ຈະ​ກ້າວ​ໄປ​ສູ່​ການ​ເປັນ​ຖານ​ຜະລິດ ການ​ລົງທຶນ ແລະ ການເປີດ​ຕະຫຼາດ​ໜຶ່ງ​ດຽວ ຄວາມພ້ອມ​ທີ່​ແຕກ​ຕ່າງ​ຂອງ​ສິບ​ປະເທດອາ​ຊຽນ​ນັ້ນ ຈະ​ເຮັດ​ແນວໃດ​ຈຶ່ງສາມາດ​ໃຫ້​ຊ່ອງ​ວ່າງ​ຂອງ​ຄວາມແຕກ​ໂຕນດ້ານ​ການ​ພັດທະນາໃນ​ອາ​ຊຽນ ​ຫຍັບ​ເຂົ້າ​ຫາ​ກັນ​ໃຫ້ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ແລະ ການສຳ​ມະ​ນາ​ຄັ້ງ​ນີ້ ​ຈະ​ເປັນ​ໂອກາດອັນ​ໜຶ່ງ​ເພື່ອ​ແລກປ່ຽນ​ປະສົບການເຊິ່ງ​ກັນ ແລະ ກັນ​ຢ່າງ​ກົງໄປ​ກົງ​ມາ​ ໃນ​ບັນດາ​ຫົວຂໍ້​ຕ່າງໆ​ທີ່ນຳ​ມາ​ສະເໜີ​ຢູ່​ໃນ​ກອງ​ປະຊຸມ.

ລັດຖະບານ​ລາວ​ເຂົ້າໃຈ​ຢ່າງເລິກເຊິ່ງ​ວ່າ ການ​ເຊື່ອມ​ໂຍງ​ກັບສາກົນ​ເທົ່າ​ນັ້ນ ​ຈຶ່ງ​ຈະ​ເຮັດ​ໃຫ້​ປະເທດ​ຊາດ​ໄດ້​ຮັບ​ການ​ພັດທະນາ ຈຶ່ງ​ສາມາດ​ລົບ​ລ້າງ​ຄວາມທຸກຍາກ​ຂອງ​ປະຊາຊົນ​ໄດ້ ສາມາດສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ປະເທດຊາດ​ໄດ້ ຈຶ່ງ​ສາມາດ​ພັດທະນາການ​ເຊື່ອມ​ຈອດ ພັດທະນາ​ຊັບພະຍາກອນ​ມະນຸດ​ໄດ້ ແລະ ປະເທດ​ນີ້ ​ຈຶ່ງ​ສາມາດ​ເຂົ້າ​ເຖິງ​ທຶນ ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະໄໝ ການ​ບໍລິການ​ທີ່​ດີ ຮັບ​ເອົາ​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ ຈາກ​ພາຍ​ນອກ​ເຂົ້າ​ມາ​ປະເທດຂອງ​ຕົນ ໃນ​ທີ່​ສຸດ​ຈຶ່ງ​ສາມາດເຮັດ​ໃຫ້​ລາວ​ເດີນ​ໄປ​ຕາມ ແລະ ໄປ​ຄຽງ​ຄູ່​ກັບ​ວົງ​ຄະນາ​ຍາດ​ສາກົນ​ໄດ້.

ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 27 ຫາກໍ່​ສຳເລັດ​ລົງ​ໃນວັນ​ທີ 23 ພະຈິກ 2015 ທີ່​ປະເທດ​ມາ​ເລ​ເຊຍ ໄດ້​ຮັບ​ເອົາ​ຖະແຫຼງ​ການ​ກົວ​ລາ​ລຳ​ເປີ 2015 ວ່າ​ດ້ວຍ​ການ​ເປັນ​ປະຊາ​ຄົມ​ອາຊຽນ​ຢ່າງ​ເປັນ​ເອກະສັນ ເຊິ່ງເລີ່ມ​ຜົນ​ບັງຄັບ​ໃຊ້​ແຕ່​ວັນ​ທີ 1 ມັງກອນ 2016 ທີ່​ຈະ​ມາ​ເຖິງ​ນີ້ ແລະ ນັບ​ແຕ່​ມື້​ນັ້ນ​ເປັນຕົ້ນ​ໄປ ລາວຈະ​ເປັນ​ປະທານ​ອາ​ຊຽນ​ຕະຫຼອດປີ 2016 ລາວ​ເປັນ​ປະເທດ​ນ້ອຍສະມາຊິກ​ໃໝ່​ຂອງ​ອາ​ຊຽນ ເປັນປະເທດ​ໃນ​ກຸ່ມ​ດ້ອຍ​ພັດທະນາ ແລະ ປະເທດ​ກຳລັງ​ພັດທະນາ​ທີ່ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະເລ ມັນ​ມີຄວາມ​ສຳຄັນ​ເປັນ​ພິເສດ​ ສຳລັບການ​ເປັນ​ປະຊາ​ຄົມ​ເສດຖະກິດອາ​ຊຽນ ​ທີ່​ມີ​ຄວາມ​ພ້ອມ​ໃນ​ລະດັບ​ອັນ​ແນ່ນອນ ອັນ​ທີ່​ລາວ​ມີທ່າແຮງ ແລະ ອັນ​ໃດ​ທີ່​ລາວ​ມີຄວາມ​ສາມາດ​ບົ່ມ​ຊ້ອນ ​ທີ່​ຈະນຳ​ໃຊ້​ໃຫ້​ເປັນ​ກາລະ​ໂອກາດ​ໃຫ້ແກ່​ປະເທດ ແລະ ເວລາ​ດຽວກັນ​ນັ້ນ ​ກໍ່​ສະເໜີ​ໃຫ້​ກອງ​ປະຊຸມຊອກ​ໃຫ້​ເຫັນ​ສິ່ງ​ທ້າ​ທາຍ​ທີ່​ເປັນ​ອຸປະ​ສັກ ແລະ ສິ່ງ​ທົດ​ສອບ​ຂອງລາວ​ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ.

ການ​ເປັນ​ປະທານ​ອາ​ຊຽນ ປີ 2016 ຂອງ​ລາວ ພໍດີ​ປະ​ເຊີນ​ກັບການ​ທີ່​ລາວ​ຕ້ອງ​ຮ່ວມ​ກັບ​ປະເທດອາ​ຊຽນ ສ້າງ​ແຜນ​ແມ່​ບົດ ສ້າງແຜນ​ງານ ແລະ ກ້າວ​ໄປ​ເຖິງ​ໂຄງການ​ຕ່າງໆ ເພື່ອ​ປະຕິບັດ​ປະຊາຄົມ​ເສດຖະກິດ​ອາ​ຊຽນ ດັ່ງນັ້ນ ຄວາມ​ພ້ອມ​ຂອງ​ປະເທດ​ຕ່າງໆໃນ​ອາ​ຊຽນ​ ອາດ​ມີ​ລະດັບ​ທີ່​ແຕກຕ່າງ​ກັນ ສຳລັບ​ລາວ​ເຮົາ​ຈະຕ້ອງ​ສ້າງ​ໃຫ້​ມີ​ຄວາມ​ພ້ອມ​ທີ່​ກົມກຽວ​ກັນ​ຂອງ​ທຸກ​ພາກສ່ວນ​ໃນສັງຄົມ ລັດຖະບານ ພາກ​ທຸລະກິດ ແລະ ປະຊາຊົນ (ຖ້າ​ເວົ້າຢ່າງ​ໜຶ່ງ​ກໍ່​ແມ່ນ​ຄວາມ​ກົມກຽວລະຫວ່າງ​ມະຫາ​ພາກ ແລະ ຈຸ​ລະພາກ​ຂອງ​ປະເທດ).

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...