Homeຂ່າວພາຍ​ໃນທະນາຄານເພື່ອການພັດທະນາເອີຣົບ ໃຫ້ເງິນກູ້ຢືມໂຄງການຂົນສົ່ງແບບຍືນຍົງ

ທະນາຄານເພື່ອການພັດທະນາເອີຣົບ ໃຫ້ເງິນກູ້ຢືມໂຄງການຂົນສົ່ງແບບຍືນຍົງ

Published on

96fc44627adcee531bc7baa8c30f31dd

ທະນາຄານ​ເພື່ອ​ການ​ລົງທຶນເອີ​ຣົບ​ ໄດ້​ໃຫ້​ເງິນ​ກູ້​ຢືມ ມູນ​ຄ່າ 99,7 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 780 ຕື້​ກວ່າ​ກີບ ໃຫ້​​​ແກ່ ​ສປປ ລາວ ສຳລັບ​ໂຄງການ​ຂົນສົ່ງ​ແບບ​ຢືນ​ຍົງ​ໃນ​ນະຄອນຫຼວງວຽງ​ຈັນ ເພື່ອ​ປັບປຸງ​ຕາ​ໜ່າງ​ເສັ້ນທາງ​ການ​ບໍລິການ​ຂົນສົ່ງ​ສາ​ທາລະນະ ແລະ ການ​ຄຸ້ມ​ຄອງ​ການສັນຈອນ ຫຼຸດຜ່ອນ​ຄວາມ​ແອ​ອັດຂອງ​ການ​ຈະລາຈອນ​ຕາມ​ເສັ້ນທາງ​ສາຍ​ຕ່າງໆ ​ໃນ​ເວລາ​ທີ່​ຮີບດ່ວນ ໃຫ້​ສະດວກ ແລະ ຄ່ອງ​ຕົວ ທັງ​ເປັນ​ການ​ປູກ​ຈິດ​ສຳນຶກ​ໃຫ້​ປະຊາ​ຊົນ ​ຫັນ​ມາ​ນຳ​ໃຊ້​ລົດ​ສາ​ທາລະນະ​ແທນ​ລົດ​ສ່ວນ​ຕົວ.

ໂຄງການ​ດັ່ງກ່າວ ​ຈະ​ໄດ້​ເລີ່ມຈັດ​ຕັ້ງ​ປະຕິບັດ​ໃນ​ຕົ້ນ​ປີ 2016 ໜ້າ​ວຽກ​ຂອງ​ໂຄງການ​ປະກອບມີ: ສ້າງ​ລະບົບ​ບໍລິການ​ລົດເມສາທາລະນະ​ທີ່​ມີ​ຄຸນະພາບ ຈັດສັນ​ສະຖານທີ່​ຈອດ​ລົດ​ທີ່​ມີ​ລະບົບຄຸ້ມ​ຄອງ ໂດຍ​ຈະ​ມີ​ການ​ຮ່ວມ​ມືກັບ​ພາກ​ເອກະ​ຊົນ​ໃຫ້ການ​ບໍ​ລິການ​ສ້າງ ແລະ ປັບປຸງ​ລະບົບການ​ຄຸ້ມ​ຄອງ​ການ​ຈະລາຈອນ ເປັນຕົ້ນ​ແມ່ນລະບົບ​ໄຟ​ອຳນາດ ຈັດ​ສັນ​ເສັ້ນທາງ​ສຳລັບ​ຂີ່​ລົດຖີບ ແລະ ຄົນ​ຍ່າງ ປັບປຸງ​ສະຖານທີ່ພັກຜ່ອນ ແລະ ສະຖານທີ່​ສາ​ທາລະນະ​ໃຫ້​ສວຍ​ງາມ ເພື່ອ​ດຶງ​ດູດນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ກໍ່​ຄືຕ່າງປະເທດ ພ້ອມ​ທັງ​ຄວາມອາດ​ສາມາດ​ໃຫ້​ແກ່​ພະນັກງານລັດ ໃນ​ການ​ຄຸ້ມ​ຄອງ​ການ​ຂົນສົ່ງແບບ​ຍືນ​ຍົງ ​ໃນ​ນະຄອນຫຼວງ​ວຽງຈັນ ເຊິ່ງ​ຄາດ​ວ່າ​ຈະ​ໃຫ້​ສຳເລັດໃນ​ທ້າຍ​ປີ 2019.

ພິທີ​ເຊັນ​ສັນຍາ​ເງິນ​ກູ້​ຢືມໂຄງການ​ດັ່ງກ່າວ ​ໄດ້​ຈັດ​ຂຶ້ນ​ວັນ​ທີ 26 ພະຈິກ 2015 ຜ່ານ​ມາ ທີ່​ກະຊວງ​ການ​ເງິນ ລະຫວ່າງ​ທ່ານນາງ ທິບ​ພາກອນ ຈັນທະ​ວົງສາ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ ຕາງໜ້າ​ລັດຖະບານ ​ສປປ ລາວ ແລະ ທ່ານ ແອນເດຣຍ ພິນ​ນາ ຜູ້​ຈັດການ​ພະແນກ​ເງິນ​ກູ້​ຢືມ ​ປະຈຳ​ພາກ​ພື້ນ​ອາຊີ​ຕາເວັນ​ອອກສຽງ​ໃຕ້​ ຂອງ​ທະນາ​ຄານ​ເພື່ອ​ພັດທະນາ​ເອີ​ຣົບ ມີບັນດາ​ກະຊວງ ຕາງໜ້າ​ຫ້ອງ​ວ່າ ການ ນວ ພ້ອມ​ດ້ວຍ​ພະນັກງານ-ວິຊາ​ການ​ກ່ຽວຂ້ອງ​ສອງ​ຝ່າຍ ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...