spot_img
Homeຂ່າວການພັດທະນາUNDP ຈະສືບຕໍ່ໃຫ້ທຶນ ສະໜັບສະໜູນ ການພັດທະນາແບບຍືນຍົງ ຢູ່ ສປປ ລາວ

UNDP ຈະສືບຕໍ່ໃຫ້ທຶນ ສະໜັບສະໜູນ ການພັດທະນາແບບຍືນຍົງ ຢູ່ ສປປ ລາວ

Published on

_8880104 helen 1

ຂປລ. ສປຊ ຈະ​ສືບ​ຕໍ່​ໃຫ້​ທຶນ​ສະໜັບ​ສະ​ໜູນ ເຂົ້າ​ໃນ​ວຽກ​ງານ​ການ​ພັດທະນາ​ແບບ​ຍືນ​ຍົງ ​ຢູ່ ສປປ ລາວ ​ເພື່ອ​​ໃຫ້ຫລຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ ປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ 2020 ​ໂດຍ​ຈະ​ເລັ່ງ​ໃສ່​ສົ່ງ​ເສີມ​ການ​ພັດທະນາ​ທ້ອງ​ຖິ່ນ, ສ້າງ​ທ່າ​ແຮງ​ດ້ານ​ການ​ເງິນ ​ແລະ ພັດທະນາ​ເຄື່ອຂ່າຍ​ການ​ແບ່ງປັນ​ຂໍ້​ມູນ ລວມທັງ​ການ​ສົ່ງ​ຂ່າວສານ, ​ເຕັກ​ໂນ​ໂລ​ຊີ​ສະອາດ ​ແລະ ​ເປັນ​ສີຂຽວ ​ເຊິ່ງນອນ​ຢູ່​ໃນ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ. ນີ້​ແມ່ນ​ການ​ຢືນຢັນ​ຂອງ​ ທ່ານ ນາງເຮ​ເລັນ ຄລາກ ຜູ້ ​ບໍລິຫານ​ຂອງ ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ​ ໄດ້​ຖະ​ແຫລ​ງຂ່າວຕໍ່​ສື່​ມວນ​ຊົນ​​ໃນ​ໂອ ກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໂຕະມົນ​ລະດັບ​ສູງ ​ຄັ້ງ​ທີ 12 ໃນ​ວັນ​ທີ 27 ພະຈິກ 2015 ນີ້ ທີ່​ນະຄອນຫລວງ​ວຽງ​ຈັນ.

ທ່ານນາງ ​ເຮ​ເລັນ ຄລາກ ຍັງ​ກ່າວ​ຕື່ມ​ອີກ​ວ່າ: ການ​ຊ່ວຍ​ເຫລືອ​ດ້ານ​ການ​ພັດທະນາ​ແມ່ນ​ກວມ​ເອົາ 7% ຂອງ​ລາຍ​ຮັບ​ພາຍ​ໃນ​ແຫ່ງ​ຊາດ​ຂອງ ສປປ ລາວ ຫລາຍ​ກວ່າ ​ເປົ້າ​ໝາຍ​ຂອງ​ຖະ​ແຫລ​ງການ​ຮ່ວມ​ວຽງ​ຈັນ. ທັງ​ນີ້ ກໍ​ເພື່ອ​ນໍາ​ໃຊ້​ການ​ຊ່ວຍ​ເຫລືອ​ດັ່ງກ່າວ​ໃຫ້​​ເກີດປະ​ໂຫຍ​ດສູງ​ສຸດ ​ແລະ ສອດຄ່ອງ​ກັບ​ບູລິ​ມະ​ສິດ​ດ້ານ​ການ​ພັດທະນາ​ຂອງ​ລັດຖະ ບານ ຂະນະ​ດຽວ​ກັນ ກໍ ​ເພື່ອ​ສົ່ງ​ເສີມ​ການ​ນໍາ​ໃຊ້​ລາຍ​ຮັບ​ເຂົ້າ​​ໃສ່​ການ​ພັດທະນາ ​ເຊິ່ງ​ເປົ້າ​ໝາຍ​​ທີ່​ກ່າວ​ມາ​ນັ້ນ​ແມ່ນ​ນອນ​ຢູ່​ໃນ​ແຜນ​ພັດທະນາ​ ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ​ຄັ້ງ​ທີ VIII ​ເພື່ອ​ຕໍ່ສູ້​ກັບ​ທຸກ​ບັນຫາ ​ທີ່​ມີ​ຜົນ​ກະທົບ​ຕໍ່​ຄວາມທຸກ​ຍາກ, ຄວາມ​ບໍ່​ສະ​ເໜີ​ພາບ, ຄວາມ​ບໍ່​ຢຸດຕິ​ທໍາ ​ແລະ ການ ​ປ່ຽນ​ແປງ​ດີ​ນຟ້າ​ອາກາດ​ ບັນດາ​ເປົ້າ​ໝາຍ​ທີ່​ກ່າວ​ມາ​ນັ້ນ​ແມ່ນ​ວາລະ​ການ​ພັດ​ທະ​ນາ​ທີ່​ໃຫຍ່​ຫລວງ​ ທີ່​ສຸດ ​ມີ​ຄວາມ​ຕັ້ງ​ໃຈ​ຫລາຍ​ທີ່​ສຸດ​ສໍາລັບພວກ​ເຮົາ ​ທຸກ​ຄົນ, ​ໂລກ ​ແລະ ຄວາມ ​ຈະ​ເລີ​ນຮຸ່ງ​ເຮືອງ ​ເປັນ​ສ່ວນ​ໜຶ່ງ​ທີ່​ເຮັດ​ໃຫ້​ຮູ້​ວ່າການ​ຮ່ວມ​ມື​ ມີ​ຄວາມ​ສໍາຄັນ​ຫລາຍ, ຖ້າ​ປັດ​ສະ​ຈາກ​ການ​ຮ່ວມ​ມື​ໃນ​ຮູບ​ແບບ​ໃໝ່, ​ແຫລ່ງທຶນ​ໃໝ່, ​ເຕັກ​ໂນ​ໂລ​ຊີ​ໃໝ່ໆ ​ພວກ​ເຮົາ​ຈະ​ບໍ່​ສາມາດ​ບັນລຸ​ເປົ້າ​ໝາຍ​ເຫລົ່າ​ນີ້​ໄດ້.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...