spot_img
Homeຄວາມງາມ7 ສາເຫດຄາດບໍ່ເຖິງ ທີ່ເຮັດໃຫ້ທ່ານຜົມເສຍເປັນຟອຍ

7 ສາເຫດຄາດບໍ່ເຖິງ ທີ່ເຮັດໃຫ້ທ່ານຜົມເສຍເປັນຟອຍ

Published on

7
ຖ້າເລືອກໄດ້ສາວໆ ຄົງບໍ່ຢາກໃຫ້ຜົມຕົວເອງເບິ່ງແຫ້ງເສຍຟູເປັນຟອຍດອກແມ່ນບໍ່ ເພາະຜົມແບບນີ້ຈະຍິ່ງເຮັດໃຫ້ຄວາມງາມຂອງສາວໆ ຫລຸດຮວບ ແຖມຍັງບໍ່ມີໃຜຢາກຈະເບິ່ງຜົມຟອຍແບບນັ້ນອີກດ້ວຍ ແຕ່ຖ້າຄິດວ່າບຳລຸງຢ່າງດີຈັດໜັກຈັດເຕັມແລ້ວ ຜົມກໍ່ຍັງເສຍບໍ່ເລີກບໍ່ລາ ກະປຸກດອດຄອມເຊື່ອວ່ານັ້ນອາດຈະເປັນເພາະ 7 ສາເຫດທີ່ທ່ານຍັງເຮັດຢູ່ເລື້ອຍໆ ເຫລົ່ານີ້ແນ່ນອນ…
1. ບໍ່ເລັມຜົມອອກ
ຢ່າມົວແຕ່ງົກບໍ່ຍອມເລັມຜົມເພາະຢ້ານຈະສັ້ນເກີນໄປຢູ່ເລີຍ ເພາະຖ້າບໍ່ເລັມອອກເລີຍນີ້ແຫລະຕົ້ນເຫດຂອງສຸກຂະພາບຜົມທີ່ບໍ່ດີ ທາງທີ່ດີຄວນເລັມຜົມອອກຈັກ 6 ອາທິດຕໍ່ເທື່ອ ເຊື່ອເຖິວ່າຜົມທີ່ຍາວໃໝ່ອອກມາຈະເບິ່ງງາມເງົາງາມກວ່າເກັບປາຍຜົມເສຍໆ ໄວ້ອີກ
2. ຫວີຜົມບໍ່
ໃຜທີ່ມັກຫວີຜົມເລື້ອຍໆ ເພາະຢາກໃຫ້ຜົມງາມເງົາງາມນຳ? ບອກເລີຍວ່າຖ້າຫວີເລື້ອຍເກີນໄປສຸກຂະພາບຜົມເສຍແນ່ນອນ ເພາະການຫວີຜົມຈະເຮັດໃຫ້ນ້ຳມັນທຳມະຊາດໃນເສັ້ນຜົມຫາຍໄປ ສຸດທ້າຍແລ້ວຜົມກໍ່ຈະຂາດຄວາມຊຸ່ມຊື່ນຕາມທຳມະຊາດ ກໍ່ກາຍເປັນຜົມແຫ້ງເສຍຟູສຸດໆ
3. ສະຜົມບໍ່
ເລີກເຊື່ອໄດ້ແລ້ວວ່າການສະຜົມເລື້ອຍໆຫລືສະທຸກມື້ຈະເຮັດໃຫ້ຜົມຍາວໄວ ເພາະແທ້ໆ ແລ້ວມີແຕ່ເຮັດໃຫ້ຜົມແຫ້ງເສຍໄວກວ່າຊາວບ້ານ ເພາະແຊມພູຫລືຄີມນວດຜົມທີ່ໃຊ້ນີ້ແຫລະ ເປັນຕົວການທີ່ເຮັດໃຫ້ນ້ຳມັນທຳມະຊາດໃນເສັ້ນຜົມຫາຍໄປ ຫາກສະຜົມເລື້ອຍໆ ລະກໍ່ມີຫວັງເສັ້ນຜົມແຫ້ງກະດ້າງຂາດຊີວິດຊີວາແນ່ນອນ
4. ມັດຜົມທຸກມື້
ສາວໆ ຄົນໃດທີ່ຂີ້ຮ້ອນຕ້ອງມັດຜົມຫາງມ້າຕຶງໆ ອອກໄປເຮັດວຽກທຸກມື້ ຮູ້ບໍ່ວ່ານີ້ແຫລະຄືສາເຫດທີ່ເຮັດໃຫ້ຜົມແຫ້ງເສຍແລະສຸກຂະພາບຜົມຮ້າຍກວ່າເກົ່າເພາະຢາງທີ່ມັດຜົມໄວ້ຕຶງໆ ນີ້ແຫລະຈະເຮັດໃຫ້ຜົມເສຍ ອ່ອນແອລົງ ແລະຢຸດການຈະເລີນເຕີບໂຕ ທາງທີ່ດີອາດຈະລວບຜົມແລ້ວໃຊ້ກິ໊ບອັນໃຫຍ່ໆ ຕິດໄວ້ແທນການໃຊ້ຢາງມັດນຳກໍ່ໄດ້
5. ໃຊ້ຄີມນວດຫຼາຍໆ
ຮູ້ແບບນີ້ແລ້ວງົງແມ່ນບໍ່ ວ່າການໃຊ້ຄີມນວດຫຼາຍໆເຮັດໃຫ້ຜົມແຫ້ງເສຍໄດ້ແນວໃດ ແທ້ໆ ແລ້ວແຮງໃຊ້ຫຼາຍແຮງຕ້ອງເຮັດໃຫ້ຜົມນຸ່ມງາມແມ່ນບໍ່? ແຕ່ຮູ້ບໍ່ວ່າການໃຊ້ຄີມນວດຜົມຫຼາຍໆ ຊະໂລມລົງໄປເທິງເສັ້ນຜົມນັ້ນ ມີໂອກາດທີ່ທ່ານຈະລ້າງມັນອອກບໍ່ໝົດຈົນຕົກຄ້າງເຮັດໃຫ້ຜົມເສຍແລະມີແຕ່ຄວາມມັນເຕັມໄປຫມົດ ເອົາເປັນວ່າໃຊ້ແຕ່ພໍດີແລ້ວກັນເດີ້ສາວໆ
6. ໃຊ້ຄວາມຮ້ອນກັບຜົມ
ຖ້າຕ້ອງໄດຜົມ ໜີບຜົມ ຫລືມ້ວນລອນຜົມໄປນອກເຮືອນທຸກມື້ ອາດຈະເຮັດໃຫ້ທ່ານໄດ້ລຸກສວຍງາມ ແຕ່ບອກເລີຍຜົມບໍ່ໄດ້ງາມໄປກັບທ່ານນຳ ເພາະແຮງໃຊ້ຄວາມຮ້ອນກັບຜົມຫລາຍເທົ່າໃດ ກໍ່ຍິ່ງຈະກາຍເປັນທຳຮ້າຍຜົມໃຫ້ແຫ້ງເສຍຟູເປັນຟອຍຫລາຍເທົ່ານັ້ນ ທາງທີ່ດີພັກໃຊ້ຄວາມຮ້ອນກັບເສັ້ນຜົມ ປ່ອຍໃຫ້ຜົມເປັນຊົງຕາມທຳມະຊາດຈະດີກ່ວາ
7. ເຮັດສີຜົມບໍ່
ສາວໆມັກເຮັດສີທັງຫລາຍທີ່ມັກເຮັດສີຜົມແຟຊັ່ນ ປ່ຽນເລື້ອຍຈົນເອີ້ນໄດ້ວ່າເກືອບທຸກອາທິດ ນີ້ແຫລະຄືການທຳຮ້າຍເສັ້ນຜົມຂອງທ່ານຮ້າຍແຮງກວ່າການໃຊ້ຄວາມຮ້ອນກັບເສັ້ນຜົມເສຍອີກ ຖ້າບໍ່ຢາກໃຫ້ຜົມພັງແທ້ໆ ກໍ່ອາດຈະຕັດໃຈຫັກດິບບໍ່ເຮັດສີຜົມໄປເລີຍກໍ່ໄດ້ ເພາະວ່າການມີເສັ້ນຜົມສວຍງາມ ຕາມທຳມະຊາດດີກວ່າ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...