Homeຂ່າວພາຍ​ໃນສຳມະນາວິທະຍາສາດ ກຽມຄວາມພ້ອມທຸກດ້ານ ໃນການເຊື່ອມໂຍງ ເສດຖະກິດກັບສາກົນ

ສຳມະນາວິທະຍາສາດ ກຽມຄວາມພ້ອມທຸກດ້ານ ໃນການເຊື່ອມໂຍງ ເສດຖະກິດກັບສາກົນ

Published on

DSC_0305 thong lun 2

ຂປລ.ກະຊວງອຸດສະຫະກໍາ ແລະ ການຄ້າ ຈັດສໍາມະນາວິທະຍາສາດ, ເສດຖະກິດ ແລະ ການ ຄ້າໃນຫົວຂໍ້ “ກຽມຄວາມພ້ອມທຸກດ້ານ ໃນການເຊື່ອມໂຍງເສດຖະກິດກັບສາກົນ“ ໃນໂອກາດງານວາງ ສະແດງສິນຄ້າວຽງຈັນ 2015 ​ເພື່ອ​ເປັນ​ການສະ​ເຫລີ​ມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ຂຶ້ນໃນວັນທີ 28 ພະຈິກ 2015 ທີ່ສູນການຄ້າລາວໄອເຕັກມໍ ໂດຍມີທ່ານ ທອງລຸນ ສີສຸລິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ, ທ່ານນາງ ເຂັມມະນີ ພົນເສນາ ລັດ ຖະມົນຕີວ່າການກະຊວງອຸດສະຫະກໍາ ແລະ ການຄ້າ, ບັນດາລັດຖະມົນຕີຊ່ວຍວ່າການ, ຮອງເລຂາທິ ການໃຫຍ່ອາຊຽນ ​ແລະ ທູຕານຸທູດ, ອົງການຈັດຕັ້ງສາກົນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງລຸນ ສິສຸລິດ ກ່າວວ່າ: ພັກ-ລັດຖະບານເຮົາ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈ ໃສ່ຢ່າງເປັນເຈົ້າການໃນວຽກງານເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ, ຖືວ່າເປັນໜຶ່ງໃນວຽກ ງານບູລິມະສິດໃນການຊຸກຍູ້, ສົ່ງເສີມ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ, ເຊິ່ງປີນີ້ ສປປ ລາວ ມີອາຍຸຄົບ 40 ປີພໍດີ ແລະ ກໍເປັນປີທີ 30 ທີ່ພັກປະຊາຊົນປະຕິວັດລາວ ໄດ້ກໍາກົດແນວ ທາງນະໂຍບາຍການປ່ຽນແປງໃໝ່ ໃນການເປີດກວ້າງການຮ່ວມມື, ການລົງທຶນກັບຕ່າງປະເທດ. ລັດຖະ ບານ ສປປ ລາວ ເຂົ້າໃຈຢ່າງເລິກເຊິ່ງວ່າ ການເຊື່ອມໂຍງກັບສາກົນເທົ່ານັ້ນ ຈຶ່ງຈະເຮັດໃຫ້ປະເທດຊາດ ໄດ້ຮັບການພັດທະນາ, ສາມາດລົບລ້າງຄວາມທຸກຍາກຂອງປະຊາຊົນ, ສາມາດສ້າງຄວາມເຂັ້ມແຂງໃຫ້ ປະເທດຊາດໄດ້.

ທ່ານ ຮອງນາຍົກລັດຖະມົນຕີກ່າວຕື່ມວ່າ: ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 27 ທີ່ກົວລາ ລໍາເປີ (ມາເລເຊຍ) ກໍໄດ້ຮັບຮອງເອົາຖະແຫລງການ ກົວລາລໍາເປີ 2015 ວ່າດ້ວຍການເປັນປະຊາຄົມອາ ຊຽນຢ່າງເປັນເອກະສັນ ເຊິ່ງເລີ່ມມີຜົນບັງຄັບໃຊ້ແຕ່ວັນທີ 1/1/2016 ທີ່ຈະມາເຖິງນີ້ ແລະ ສປປ ລາວ ຈະໄດ້ຮັບເປັນປະທານອາຊຽນຕະຫລອດປີ 2016, ພ້ອມທັງຮ່ວມກັບປະເທດອາຊຽນ ສ້າງແຜນແມ່ບົດ, ສ້າງແຜນງານ ແລະ ກ້າວໄປເຖິງໂຄງການຕ່າງໆເພື່ອປະຕິບັດ AEC ດັ່ງນັ້ນ, ຄວາມພ້ອມຂອງປະເທດ ຕ່າງໆໃນອາຊຽນ ອາດມີລະດັບທີ່ແຕກຕ່າງກັນ. ສະນັ້ນ ສປປ ລາວ ເຮົາຈະຕ້ອງສ້າງໃຫ້ມີຄວາມພ້ອມ ທີ່ກົມກຽວກັນຂອງທຸກພາກສ່ວນໃນສັງຄົມ, ລັດຖະບານ, ພາກທຸລະກິດ, ປະຊາຊົນ ສໍາລັບເສັ້ນທາງ ກ້າວເດີນຂອງອາຊຽນ ຕ້ອງໄດ້ກ້າວໄປໜ້າຕາມວິໄສທັດ ແລະ ເປົ້າໝາຍຂອງອາຊຽນ ຄື: ASEAN ຈະ ກ້າວໄປສູ່ການເປັນຖານການຜະລິດໜຶ່ງດຽວ, ເປັນຖານການລົງທຶນໜຶ່ງດຽວ ແລະ ການເປັນຕະຫລາດ ໜຶ່ງດຽວ, ຄວາມພ້ອມທີ່ແຕກຕ່າງຂອງສະມາຊິກປະເທດອາຊຽນ ນັ້ນຈະເຮັດແນວໃດຈຶ່ງສາມາດໃຫ້ຊ່ອງ ວ່າງຂອງຄວາມແຕກໂຕນດ້ານການພັດທະນາໃນອາຊຽນ ຫຍັບເຂົ້າຫາກັນໃຫ້ໄວເທົ່າທີ່ຈະໄວໄດ້.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...