Homeຂ່າວພາຍ​ໃນ5 ຜົນດີໃນການເປັນສາວໜ້າສົດ

5 ຜົນດີໃນການເປັນສາວໜ້າສົດ

Published on

235450
“ໄກ່ງາມເພາະຂົນ ຄົນງາມເພາະແຕ່ງ” ເຄີຍສັງເກດກັນບໍ່ວ່າເຄື່ອງສຳອາງທີ່ເຮົາບັນຈົ່ງແຕ່ງໜ້າໄປທຸກໆ ມື້ ນັ້ນສົ່ງຜົນດີີຫລືຜົນເສຍກັບເຮົາຫລາຍນ້ອຍພຽງໃດເຮົາລອງມາເບິ່ງ 5 ຜົນດີ ຖ້າເຮົາເປັນສາວໜ້າສົດກັນ
1. ຟື້ນຟູສະພາບຜິວໃຫ້ໂດດເດ້ງ
ເຄື່ອງສຳອາງບໍ່ໄດ້ຊ່ວຍບຳລຸງຜິວຫລືມີສ່ວນປະສົມທີ່ຈຳເປັນໃນການບຳລຸງຜິວໃຫ້ດີຂຶ້ນເລີຍ! ອາດຈະເປັນເລື່ອງແທ້ທີ່ເຄື່ອງສຳອາງຈະຊ່ວຍໃຫ້ທ່ານສາວໆ ເບິ່ງໝັ່ນໃຈ ຈາກການແຕ່ງເຕີມໃຫ້ເບິ່ງໂດດເດັ່ນຫລືປິດຈຸດບົກຜ່ອງທີ່ເປັນບັນຫາ ຊຶ່ງໃນໄລຍະຍາວແລ້ວສານເຄມີທີ່ຢູ່ໃນເຄື່ອງສຳອາງນັ້ນອາດເປັນສາເຫດທີ່ເຮັດໃຫ້ເກີດຮອຍແຫ່ວຍົ່ນ ແລະຜິວທີ່ເບິ່ງແກ່ກ່ອນໄວ ຫາກເລືອກໃຊ້ເຄື່ອງສຳອາງທີ່ບໍ່ໄດ້ມາດຕະຖານ ລວມເຖິງການລ້າງເຄື່ອງສຳອາງບໍ່ໝົດ2. ສ້າງຄວາມໝັ້ນໃຈ ຈາກຕົວຕົນທ່ານແທ້ໆ
ມາເລີ່ມສ້າງຄວາມໝັ້ນໃຈຈາກຕົວຂອງທ່ານເອງໄດ້ແລ້ວ ເພາະການແຕ່ງໜ້າເປັນສ່ວນຫນຶ່ງທີ່ສະແດງໃຫ້ເຫັນເຖິງຄວາມບໍ່ໝັ້ນໃຈໃນຕົວເອງ ກໍ່ເລີຍຕ້ອງໃຊ້ເຄື່ອງສຳອາງເພື່ອເປັນໜ້າກາກປິດບັງໃບຫນ້າທີ່ແທ້ຈິງ ສາວໆ ບາງຄົນເຖິງຂະໜາດຮັບໃບຫນ້າທີ່ແທ້ຈິງຂອງຕົນເອງບໍ່ໄດ້ ຕ້ອງແຕ່ງໜ້າຕະຫລອດເວລາບໍ່ວ່າໃນຂະນະທີ່ຢູ່ເຮືອນ ລອງຄ່ອຍໆ ປັບຕົວຂອງທ່ານແລະຍອມຮັບຄວາມງາມຂອງຕົວເຈົ້າເອງດີກວ່າ
3. ປະຫຍັດເວລາ
ເຄີຍຈັບເວລາບໍ່? ໃນແຕ່ລະມື້ເຈົ້າໃຊ້ເວລາໃນການແຕ່ງໜ້າທັງໝົດຈັກນາທີ? ຫລືບາງຄົນອາດເປັນຊົ່ວໂມງ? ແນ່ນອນວ່າບໍ່ນ້ອຍເລີຍແມ່ນບໍ່ ແຮງຕອນເວລາທີ່ຟ້າວ ແທບຈະບໍ່ເປັນອັນຕ້ອງເຮັດແນວອື່ນເລີຍ ແລ້ວມື້ໃດທີ່ຕ້ອງອອກງານ ແຮງຕ້ອງແຕ່ງໜ້າຈັດເຕັມແລ້ວ ບໍ່ຢາກຈະນຶກເລີຍວ່າຕ້ອງໃຊ້ເວລາຕຽມຕົວຈັກຊົ່ວໂມງຂ້ອຍແນະນຳໃຫ້ເອົາເວລາໄປພັກຜ່ອນເພື່ອຄວາມງາມບຳລຸງຜິວພັນດີກວ່າ ຈະໄດ້ງາມຈາກພາຍໃນແຖມປະຫຍັດເວລານຳອີກ
4. ລຸກທຳມະຊາດນີ້ແຫລະຜູ້ຊາຍມັກ
ຢ່າດູໝິ່ນສາວໜ້າໃສໆ ສະໄຕທຳມະຊາດເດີ້ ເພາະເຄີຍຖາມຜູ້ຊາຍ ກັນມາແລ້ວວ່າສາວແບບທີ່ເປັນທຳມະຊາດເປັນສະໄຕທີ່ຜູ້ຊາຍ ມັກຫຼາຍທີ່ສຸດ ເພາະເວລາເຫັນສາວທີ່ແຕ່ງໜ້າຈັດໆ ແລ້ວຈະນຶກເຖິງໝໍລຳເລື່ອງ
5. ປະຫຍັດເງີນໃນກະເປົ໋າ
ຫາກຈະໃຫ້ຂ້ອຍຊ່ວຍຄິດໄລ່ກັບຄ່າໃຊ້ຈ່າຍທີ່ຕ້ອງເສຍໃນແຕ່ລະເດືອນ ບໍ່ວ່າຈະເປັນ ຄ່າຮອງພື້ນ ຄ່າແປ້ງ ຄ່າບລັດອອນ ຄ່າມາດຄາລ່າ ຄ່າ Eyes Liner ບໍ່ນ້ອຍກັນເລີຍທີດຽວ ບາງທີມີຄໍເລັກຊັ່ນໃໝ່ອີກ ບາງຢ່າງທີ່ບໍ່ຈຳເປັນຫລືມີແລ້ວກໍ່ຊື້ມັນເຂົ້າໄປ ສຸດທ້າຍແລ້ວກໍ່ມາຢູ່ໃນສະເຕາະ ແບບບໍ່ໄດ້ເອົາມາໃຊ້ ສາວໆ ຮູ້ບໍ່ວ່າ ຫາກລວມເງີນແລ້ວເອົາໄປທ່ຽວຕ່າງແຂວງ ໄດ້ສະບາຍສະບາຍ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...