Homeຂ່າວເຫດການກຽມພ້ອມຮອບດ້ານ ພິທີສະເຫຼີມສະຫຼອງ 40 ປີ ສປປ ລາວ ຢ່າງຍິ່ງໃຫຍ່

ກຽມພ້ອມຮອບດ້ານ ພິທີສະເຫຼີມສະຫຼອງ 40 ປີ ສປປ ລາວ ຢ່າງຍິ່ງໃຫຍ່

Published on

486ab135b996964581402cd8c2365266

ຄະນະ​ຈັດ​ຕັ້ງ​ພິທີ​ລະດັບ​ຊາດ ນຳພາ​ໂດຍ​ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກ​ລັດ​ຖະມົນຕີ ທ່ານ​ພົນ​ຕີ ສຸ​ວອນ ເລືອງບຸນ​ມີ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ປ້ອງ​ກັນ​ປະເທດ ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີຊ່ວຍ​ວ່າການ​ກະຊວງຖະແຫຼງຂ່າວ ວັດທະນະທຳ-ທ່ອງ​ທ່ຽວ ໄດ້​ຈັດ​ພິທີ​ຊ້ອມ​ໃຫຍ່ ເພື່ອ​ກຽມຄວາມ​ພ້ອມ​ຮອບດ້ານ ໃນ​ການສະເຫຼີມສະຫຼອງ​ວັນ​ສະຖາປະນາ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ຄົບຮອບ 40 ປີ.

ພິທີ​ຊ້ອມ​ໃຫຍ່ ເພື່ອ​ກະກຽມ​ໃຫ້​ແກ່​ພິທີ​ໂຮມ​ຊຸມນຸມ​ໃຫຍ່ ແລະ ຊົມ​ການ​ສວນສະໜາມ ສະເຫຼີມສະຫຼອງ​ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 28 ພະຈິກ 2015 ຜ່ານ​ມາ ເຂົ້າ​ຮ່ວມ​ຊົມການ​ຊ້ອມ​ໃຫຍ່​ຄັ້ງ​ນີ້​ມີ​ທ່ານ ບຸນຍັງ ວໍລະ​ຈິດ ຮອງ​ປະທານ​ປະເທດ ພ້ອມ​ບັນດາ​ການ​ນຳ​ພັກ-ລັດ ແລະ ພາກສ່ວນ​ກ່ຽວຂ້ອງ.

ການ​ຊ້ອມ​ໃຫຍ່​ຄັ້ງ​ນີ້​ ແມ່ນການສະແດງ​ໃຫ້​ຄື​ກັບ​ພິທີ​ຕົວ​ຈິງ ໂດຍ​ຄະນະ​ຈັດ​ຕັ້ງ​ລະດັບ​ຊາດ ໄດ້ນຳ​ເອົາ​ທຸກໆ​ຂັ້ນ​ຕອນ​ມາ​ຊ້ອມຄືນໃໝ່ ແລະ ໄດ້​ຮັບ​ຜົນ​ຕາມ​ຄາດໝາຍ​ດ້ວຍ​ຄວາມ​ງົດ​ງາມ ແລະ ຍິ່ງ​ໃຫຍ່ ເຊີນຊວນ​ພີ່ນ້ອງ​ຊາວ​ລາວ ຢູ່​ທັງ​ພາຍ​ໃນ ແລະ ຕ່າງປະເທດ ຈົ່ງ​ຕິດຕາມ​ຊົມ​ຖ່າຍ​ທອດ​ສົດຜ່ານ​ທາງ​ໂທລະພາບ ໂອກາດ​ວັນຊາດ​ທີ 2 ທັນວາ ຈະ​ມາ​ເຖິງ​ນີ້.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...