Homeວົງການສື່ມວນຊົນງານສະແດງດົນຕີຮ່ວມ ອາຊຽນ ທີ່ວຽງຈັນ

ງານສະແດງດົນຕີຮ່ວມ ອາຊຽນ ທີ່ວຽງຈັນ

Published on

DSC_1201dontry 1 DSC_1201dontry 2

ຂປລ.​ ​ເນື່ອງ​ໃນ​ໂອກ​າດ ຄົບຮອບ 60 ປີ ສາຍ​ພົວພັນການ​ທູດ ລາວ-ຍີ່ປຸ່ນ ​ແລະ ຄົບຮອບ 40 ປີ ວັນ​ສະຖາປະນາ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ. ກະຊວງ​ຖະ​ແຫລ​ງຂ່າວ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ຮ່ວມ​ມື​ກັບ ສະຖານທູດ​ຍີ່ປຸ່ນ ປະ​ຈຳ​ ສປປ ລາວ ​ໄດ້​ຈັດ​ງານ​ສະ​ແດງ​ສີລະ​ປະ​ດົນຕີ “One Asia Joint Concert” ຂຶ້ນ​ທີ່ ຫໍ​ວັດທະນະທຳ​ແຫ່ງ​ຊາດ ​ໂດຍ​ມີ ທ່ານ ສຈ. ດຣ. ບໍ່​ແສງ​ຄຳ  ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງຖະ​ແຫລ​ງຂ່າວ​, ວັດທະນະທຳ ​ແລະ ທ່ອງ​ທ່ຽວ,  ທ່ານ ຮິ​ໂຣ​ຢູກິ ຄິຊິ​ໂນະ ​ເອກ​ອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ​ລາວ ​ແລ​ະ ມວນ​ຊົນຊາວ​ນະຄອນຫລວງ​ວຽງຈັນ ​ເຂົ້າ​ຮ່ວມ.

ງານ​ສະ​ແດງ​ສີ​ດົນຕີ “One Asia Joint Concert ​ເປັນ​ການສະ​ແດງ​ດົນຕີພື້ນ​​ເມືອງ ​ໂດຍມີ​ນັກ​ດົນຕີ​ ທີ​່​ມີ​ຊື່ສຽງຈາກ​ຫລາຍ​ປະ​ເທດ ​ເຂົ້າ​ຮ່ວມ ເຊັ່ນ: ຍີ່ປຸ່ນ, ລາວ, ກຳປູ​ເຈຍ, ​ໄທ, ອິນ​ໂດ​ເນ​ເຊຍ, ຫວຽດນາມ, ມຽນມາ, ບຣູ​ໄນ ​ແລະ ມາ​ເລ​ເຊຍ ​ເຊິ່ງ​ແຕ່ລະ​ປະ​ເທດ ກໍ​ໄດ້​ນຳ​ເອົາ ບົດ​ເພງ​ທີ່​ມີ​ຊື່ສຽງຂອງ​ປະ​ເທດຕົນ ນຳ​ມາສະ​​ແດງ​​ໃນ​ງານ ​ເຊິ່ງ​ໄດ້​ສ້າງ​ຄວາມເບີກ​ບານມ່ວນ​ຊື່ນ​ໃຫ້​ແກ່​ຜູ້​ຊົມ. ນອກຈາກ​ນີ້ ຖື​ເປັນ​ໂຄງການ​ແລກປ່ຽນທາງ​ວັດທະນະທຳ ​ເຊິ​່ງມີ​ຈຸດປະ​ສົງ​ໃນການ​ສ້າງວົງ​ດົນຕີ​ປະສານ​ສຽງ ທີ່ຮວບ​ຮວມ​ເອົາ​ສີ​ລະ​ປິນ, ​ເຄື່ອງ​ດົນຕີ​ພື້ນ​ເມືອງ ຂອງ​ອາຊີ ​ເຂົ້າ​ເປັນ​ກຸ່ມ​ດຽວກັນອີກ​ດ້ວຍ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...