Homeຂ່າວຕ່າງປະເທດຣັດເຊຍຈະຊ່ວຍເຫລືອກຳປູເຈຍ ສ້າງໂຮງໄຟຟ້າພະລັງງານນິວເຄລຍ ໃນອານາຄົດ

ຣັດເຊຍຈະຊ່ວຍເຫລືອກຳປູເຈຍ ສ້າງໂຮງໄຟຟ້າພະລັງງານນິວເຄລຍ ໃນອານາຄົດ

Published on

Russian Prime Minister Dmitry Medvedev toasts next to Cambodia's Prime Minister Hun Sen at Peace Palace  in Phnom Penh

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ພະຈິກຜ່ານມານີ້ວ່າ ຣັດເຊຍຈະຊ່ວຍເຫລືອກຳປູເຈຍ ເພື່ອສຶກສາຄວາມເປັນໄປໄດ້ ໃນການສ້າງໂຮງໄຟຟ້າ ພະລັງງານນິວເຄລຍ ຊຶ່ງເປັນຜົນມາຈາກ ຂໍ້ຕົກລົງຮ່ວມມືທັງສອງຝ່າຍ ທີ່ໄດ້ເຊັນກັນ ໃນລະຫວ່າງທີ່ ນາຍົດລັດຖະມົນຕີຣັດເຊຍ ທ່ານ ດິມິທຣີ ເມດເວເດບ ໄດ້ເດີນທາງຢ້ຽມຢາມ ປະເທດກຳປູເຈຍຢ່າງເປັນທາງການ ໂດຍຂໍ້ຕົກລົງດັ່ງກ່າວ ແມ່ນຝ່າຍຣັດເຊຍ ຈະຈັດຫາຜູ້ຊ່ຽວຊານ ເພື່ອດຳເນີນການວິໄຈຄົ້ນຄ້ວາ ແລະ ເຝິກອົບຮົບໃຫ້ແກ່ກຳປູເຈຍ.

ທັງນີ້ ກຳປູເຈຍ ເປັນປະເທດທີ່ເພິ່ງພາພະລັງງານ ແລະ ນ້ຳມັນ ທີ່ນຳເຂົ້າຢ່າງມະຫາສານ ແລະ ເປັນປະເທດທີ່ມີ ລາຄາພະລັງງານໄຟຟ້າ ສູງອີກປະເທດໜຶ່ງ ໃນບັນດາປະເທດອາຊຽນ ຊຶ່ງເປັນສິ່ງທີ່ນັກລົງທຶນ ໄດ້ສະເໜີໃຫ້ລັດຖະບານກຳປູເຈຍ ດຳເນີນການແກ້ໄຂ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...