Homeຂ່າວການພັດທະນາໄຂນຳໃຊ້ສະຖາບັນເຝິກອົບຮົມໄຟຟ້າລາວຫຼັງໃໝ່

ໄຂນຳໃຊ້ສະຖາບັນເຝິກອົບຮົມໄຟຟ້າລາວຫຼັງໃໝ່

Published on

b2416cdddc34ae1df2ad0fa9faace6d5

ພິທີ​ໄຂ​ນຳ​ໃຊ້​ສະ​ຖາ​ບັນ​ເຝິກອົບຮົມ​ໄຟຟ້າ​ລາວ​ຫຼັງ​ໃໝ່ ໄດ້​ຈັດຂຶ້ນ​ວັນ​ທີ 25 ພະຈິກ 2015 ໂດຍມີ​ທ່ານ ສົມ​ສະຫວາດ ເລັ່ງ​ສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້ຊີ້​ນຳ​ວຽກ​ງານ​ເສດຖະກິດ ການຜະລິດ ແລະ ຈໍ​ລະ​ຈອນ ທ່ານ ​ດຣ. ຄຳ​ມະນີ ອິນ​ທິ​ລາດ ລັດ​ຖະມົນຕີ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ທ່ານ ສີ​ສະຫວາດ ທິ​ຣະ​ວົງ ຜູ້ອຳນວຍການ​ໃຫຍ່​ລັດວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ພ້ອມດ້ວຍ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ ສີ​ສະຫວາດ ທິ​ຣະ​ວົງ ໄດ້​ກ່າວ​ວ່າ: ໂຄງການ​ກໍ່ສ້າງ​ອາຄານ​ສະ​ຖາ​ບັນ​ເຝິກອົບຮົມ​ໄຟຟ້າລາວ​ຫຼັງ​ໃໝ່ ຕັ້ງ​ຢູ່​ດິນ​ຂອງ​ລັດ​ວິສາ​ຫະ​ກິດ​ໄຟຟ້າ​ລາວ (ບ້ານ​ທົ່ງກາງ ເມືອງ​ສີ​ສັດຕະ​ນາກ ນະຄອນ​ຫຼວງ​ວຽງ​ຈັນ) ເລີ່ມ​ກໍ່ສ້າງແຕ່​ເດືອນ​ກຸມພາ 2013 ແລະ ສຳເລັດ​ໃນ​ເດືອນ​ຕຸລາ 2015 ເປັນ​ອາຄານ 8 ຊັ້ນ (ບໍ່​ນັບ​ຊັ້ນໃຕ້​ດິນ) ຂະໜາດ 22X42 ແມັດ ມີ​ເນື້ອທີ່​ໃຊ້​ສອຍ 8.850 ຕາແມັດ ເຊິ່ງ​ຖືກອອກ​ແບບ​ຕາມມາດຕະຖານ​ສາກົນ ໂດຍ​ບໍລິສັດ ອາກ​ຄີ​ເນຍ​ອາສ​ໂຊ​ເຊດສ ຈຳກັດ ແລະ ກໍ່ສ້າງ​ໂດຍ​ບໍລິສັດ ​ອິນ​ແປງກໍ່ສ້າງ​ເຄຫາ​ສະຖານ​ ຈຳກັດ ສະຖາ​ບັນ​ເຝິກອົບຮົມ​ໄຟຟ້າ​ລາວ ​ໄດ້ສ້າງຕັ້ງ​ຂຶ້ນ​ປີ 1965 ເຊິ່ງ​ເວລານັ້ນ​ມີ​ຊື່ວ່າ: “ໂຮງຮຽນ​ເຊ​ເອບ ຫຼື ສູນ​ເຝິກອົບຮົມ ​ຟຟລ” ພື້ນຖານ​ແມ່ນ​ການ​ສ້າງ​ນາຍ​ຊ່າງ ແລະ ຜູ້​ຊ່ວຍ​ນາຍ​ຊ່າງ ​ເພື່ອ​ຄວບຄຸມ​ອຸປະກອນ​ໄຟຟ້າ ໂດຍ​ໄລຍະທຳ​ອິດ​ໄດ້​ສ້າງ​ພະນັກງານ​ວິຊາການ​ທີ່​ຈົບ​ການ​ສຶກ​ສາ​ຊັ້ນ​ປະຖົມ ຫຼື ມັດທະຍົມ ເພື່ອ​ເປັນ​ນາຍ​ຊ່າງ ໃຊ້​ເວລາ 1-2 ປີ.

ພາຍຫຼັງ​ການ​ເຕີບ​ໃຫຍ່​ຂອງໄຟຟ້າ​ລາວ​ ມີ​ລັກສະນະ​ກ້າວ​ກະໂດດ ​ທັງ​ກຳລັງ​ການ​ຜະລິດ ແລະ ຈຳນວນ​ພົນ ສະ​ຖາ​ບັນ​ເຝິກ​ອົບຮົມ​ໄຟຟ້າ​ລາວ ກໍ່​ໄດ້​ປັບປຸງ​ສ້າງຫຼັກສູດ​ເຝິກອົບຮົມ​ວິຊາ​ຊີບ ແລະ ເຄື່ອງ​ທົດ​ລອງ​ໃນ​ຂະແໜງການຜະລິດ ​ເພື່ອ​ສ້າງ​ພະນັກງານ​ຮອງຮັບ​ວຽກ​ງານ​ດັ່ງກ່າວ ໂດຍ​ການຊ່ວຍເຫຼືອ​ຈາກ​ລັດຖະບານ​ຝຣັ່ງ ເຊິ່ງ​ໄດ້​ເປັນ​ພື້ນຖານ ແລະ ທ່າແຮງ​ໃນ​ການ​ສ້າງ​ວິສະວະກອນໄຟຟ້າ​ໃນ​ໄລຍະ​ໃໝ່ ສະ​ຖາ​ບັນເຝິກອົບຮົມ​ວິຊາ​ຊີບ​ໄຟຟ້າ​ລາວ ໄດ້​ບໍລິການ​ເຝິກອົບຮົມ​ວິຊາ​ຊີບວຽກ​ງານ​ວິຊາ​ສະເພາະ​ດ້ານ​ເຕັກນິກ ​ກ່ຽວ​ກັບ​ຂະແໜງ​ໄຟຟ້າ​ນ້ຳຕົກ ຂະແໜງ​ຈຳໜ່າຍ​ໃຫ້​ພະນັກງານ​ທົ່ວ ​ຟຟລ ແລະ ເຝິກ​ອົບຮົມ​ໃຫ້​ພາກສ່ວນ​ຕ່າງໆ​ທົ່ວ​ປະເທດ ນອກ​ນີ້ ຍັງ​ໄດ້​ຮ່ວມ​ມື​ໃນການ​ກໍ່ສ້າງ ແລະ ພັດທະນາ​ບຸກຄະລາ​ກອນ​ຮ່ວມ​ກັບ​ບັນດາ​ກະຊວງ ສະ​ຖາ​ບັນ ແລະ ໂຄງການຮ່ວມ​ມື​ສາກົນ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...