Homeຂ່າວການພັດທະນານະຄອນຫຼວງວຽງຈັນ ໄດ້ຮັບພາຫະນະເກັບມ້ຽນຂີ້ເຫຍື້ອ

ນະຄອນຫຼວງວຽງຈັນ ໄດ້ຮັບພາຫະນະເກັບມ້ຽນຂີ້ເຫຍື້ອ

Published on

d31e79a5968cde7da0709b943840ef71

ວັນ​ທີ 24 ພະຈິກ 2015  ຜ່ານ​ມາ ທີ່​ສະຖານີ​ຄ່ຽນ​ຖ່າຍ​ຂີ້ເຫຍື້ອ ບ້ານ​ນາ​ໄຫ ເມືອງ​ໄຊເຊດ​ຖາ ນະຄອນຫຼວງ​ວຽງ​ຈັນ ໄດ້​ມີ​ພິທີ​ມອບ-ຮັບ​ພາຫະນະ​ເກັບມ້ຽນ ແລະ ຂົນສົ່ງ​ຂີ້​ເຫຍື້ອ ທີ່​ສະໜອງ​ທຶນ​ໂດຍ​ລັດຖະບານ​ຢີ່​ປຸ່ນ ພາຍ​ໃຕ້​ໂຄງການ​ປັບປຸງ​ຄຸ້ມ​ຄອງຂີ້​ເຫຍື້ອ​ຢູ່​ຕົວ​ເມືອງ ທີ່​ມີ​ຄວາມຍືນ​ຍົງ​ທາງ​ດ້ານ​ສິ່ງແວດລ້ອມ ຢູ່​ນະຄອນຫຼວງ​ວຽງ​ຈັນ ຫຼວງ​ພະບາງ ແລະ ແຂວງໄຊ​ຍະ​ບູ​ລີ ໂດຍ​ຕາງໜ້າ​ມອບ​ຂອງ​ທ່ານ ຮິໂຣະ​ຢຸ​ກິ ຄິ​ຊິ​ໂນະ ເອກ​ອັກ​ຄະລາຊະ​ທູດ​ຍີ່ປຸ່ນ ປະຈຳ ​ສປປ ລາວ ແລະ ຕາງໜ້າ​ຮັບ​ຂອງ​ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງເຈົ້າ​ຄອງ​ນະຄອນຫຼວງ ມີ​ທ່ານນາງ ວິໄລ​ຄຳ ໂພ​ສາ​ລາດ ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ໂຍທາທິ​ການ ແລະ ຂົນສົ່ງ ພ້ອມ​ດ້ວຍພະນັກງານທີ່​ກ່ຽວຂ້ອງ ​ເຂົ້າ​ຮ່ວມເປັນ​ສັກຂີ​ພິຍານ.

ໂຄງການ​ຊ່ວຍເຫຼືອ​ລ້າ​ດັ່ງກ່າວ ​ມີ​ມູນ​ຄ່າ 1,4 ຕື້​ເຢັນ ຫຼື 13,5 ລ້ານ​ໂດ​ລາ​ສະຫະລັດ ມີຈຸດປະສົງ​ເພື່ອ​ປັບປຸງ​ສິ່ງ​ແວດລ້ອມ​ຕົວ​ເມືອງ ດ້ວຍ​ການ​ສ້າງສະຖານີ​ຄ່ຽນ​ຖ່າຍ​ຂີ້​ເຫຍື້ອ ຢູ່​ນະຄອນ​ຫຼວງ​ວຽງ​ຈັນ ເຊິ່ງ​ໄດ້​ສະໜອງ​ພາຫະນະ​ເກັບ​ມ້ຽນ​ຂີ້​ເຫຍື້ອພາຫະນະ​ອື່ນໆ ແລະ ກົນ​ຈັກ ຈຳນວນ 70 ຄັນ ພ້ອມ​ດ້ວຍ​ແຜນງານ​ເຝິກອົບຮົມ ໂຄງການ​ນີ້ ໄດ້ສະໜອງ​ໃຫ້​ແກ່ 3 ຕົວ​ເມືອງ​ຂອງໂຄງການ ແລະ ສະຖານີ​ຄ່ຽນຖ່າຍ​ຂີ້​ເຫຍື້ອ 1 ແຫ່ງ ເພື່ອ​ປັບປຸງປະ​ສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ຂີ້ເຫຍື້ອ​ຢູ່​ນະຄອນຫຼວງ​ວຽງ​ຈັນ ປັດຈຸບັນ ​ໄດ້​ສຳເລັດ​ຂັ້ນ​ພື້ນຖານແລ້ວ ແລະ ຈະ​ໃຫ້​ສຳເລັດ​ສົມບູນ​ໃນ​ທ້າຍ​ປີ​ນີ້ ພ້ອມ​ກັນ​ນັ້ນ ໂຄງການ​ຍັງ​ຈະ​ໄດ້​ເຝິກອົບຮົມ​ໃຫ້​ແກ່​ພະນັກງານ​ດຳເນີນ​ງານ ເພື່ອມີ​ທັກ​ສະ​ໃນ​ການ​ດຳເນີນ​ງານ ບົວລະບັດ​ຮັກສາ ສະຖານີ​ຄ່ຽນຖ່າຍ​ຂີ້​ເຫຍື້ອ ເລີ່ມ​ແຕ່​ເດືອນ​ພະຈິກເປັນຕົ້ນ​ໄປ ຈົນ​ເຖິງ​ກາງເດືອນມັງກອນ 2016 ມາ​ຮອດປັດຈຸບັນ ລັດຖະບານ​ຢີ່​ປຸ່ນ​ໄດ້​ໃຫ້ການ​ຊ່ວຍເຫຼືອ​ແກ່​ລັດຖະບານ ສປປ ລາວ ທັງ​ໝົດ​ປະມານ 3,5 ຕື້​ເຢັນ ເພື່ອ​ສະໜັບສະໜູນ​ການຄຸ້ມ​ຄອງ​ຂີ້​ເຫຍື້ອ.

ທ່ານ​ເອກ​ອັກຄະລາຊະທູດຍີ່ປຸ່ນ ປະຈຳ ​ສປປ ລາວ ກ່າວວ່າ: ພາຫະນະ​ດັ່ງກ່າວ ​ຈະ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະບາຍ​ໃຈ ໃຫ້ແກ່​ການ​ສະເຫຼີມສະຫຼອງ​ວັນຊາດ ທີ 2 ທັນວາ ຄົບຮອບ 40 ປີ ແລະ ວັນ​ສະເຫຼີມສະຫຼອງ​ສາຍສຳພັນ​ທາງ​ດ້ານ​ການ​ທູດ ລະຫວ່າງ ​ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 60 ປີ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...