Homeຂ່າວການພັດທະນາຍ້ອງຍໍຂະບວນການແຂ່ງຂັນ ຮັກຊາດສ້າງບ້ານພັດທະນາ ຕິດພັນວຽກງານ 3 ສ້າງ

ຍ້ອງຍໍຂະບວນການແຂ່ງຂັນ ຮັກຊາດສ້າງບ້ານພັດທະນາ ຕິດພັນວຽກງານ 3 ສ້າງ

Published on

26f555acb2bacc5aeda2671b30b4ab9c

ພາຍຫຼັງ​ກົມ​ການເມືອງ​ສູນກາງ​ພັກ ໄດ້​ອອກ​ມະຕິ 01/​ກມສພ ລົງ​ວົງ​ທີ 20 ມັງກອນ 2010 ວ່າດ້ວຍ​ການ​ເພີ່ມ​ທະວີ​ວຽກ​ງານແຂ່ງຂັນ ແລະ ຍ້ອງຍໍ​ໄລຍະ​ໃໝ່ ພາຍ​ໃຕ້​ຄຳ​ຂັວນ (ຮັກ​ຊາດ ແລະ ພັດທະນາ) ແລະ ມະຕິ 03 ວ່າດ້ວຍ​ວຽກ​ງານ 3 ສ້າງ ໃນ​ປີ 2013 ພັກ-ລັດຖະບານ ລວມ​ທັງອົງການ​ປົກຄອງ​ທ້ອງຖິ່ນ ຕະຫຼອດ​ຮອດ​ປະຊາຊົນ​ບັນດາເຜົ່າ ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນການຈັດຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ ດ້ວຍ​ຄວາມ​ຮັບຜິດຊອບສູງ ຜ່ານ​ການ​ປະຕິບັດ​ມາ 5 ປີ ສາມາດ​ສ້າງ​ນາມມະຍົດ​ພັດ​ທະນາ​ແຫ່ງ​ຊາດ ຈຳນວນ 3 ບ້ານ ແລະ 5 ທ່ານ ໄດ້​ຮັບ​ຫຼຽນ​ໄຊ​ແຮງງານ ຊັ້ນ I ໃຫ້​ບ້ານ​ດີເດັ່ນ ຈຳນວນ 15 ບ້ານ ແລະ ນັກພັດທະນາ​ດີເດັ່ນ-ຜູ້​ປະກອບ​ການດີເດັ່ນ ຈຳນວນ 14 ຄອບຄົວ ແລະ 3 ທ່ານ.

ກອງ​ປະຊຸມ​ສະຫຼຸບ​ຕີ​ລາຄາ ແລະ ຍ້ອງຍໍຂະ​ບວນ​ການ​ແຂ່ງຂັນ ​ຮັກ​ຊາດ ສ້າງ​ບ້ານ​ພັດທະນາ ແລະ ຜັນ​ຂະຫຍາຍ​ວຽກ​ງານ 3 ສ້າງ ເຂົ້າ​ສູ່​ລວງ​ເລິກ​ທົ່ວ​ປະເທດ ຈັດ​ຂຶ້ນລະຫວ່າງວັນ​ທີ 25-26 ພະຈິກ 2015 ຢູ່​ທີ່​ຫໍ​ປະຊຸມ​ແຫ່ງຊາດ ໂດຍ​ການ​ເປັນ​ປະທານ​ຂອງສະຫາຍ ບຸນ​ຍັງ ວໍລະ​ຈິດ ກຳ​ມະການ​ກົມ​ການເມືອງສູນ​ກາງ​ພັກ ຜູ້​ປະຈຳການ​ຄະນະ​ເລຂາທິການສູນ​ກາງ​ພັກ ຮອງ​ປະທານ​ປະເທດ ຫົວໜ້າ​ຄະນະ​ຊີ້​ນຳ​ເຮັດ​ທົດ​ລອງວຽກ​ງານ 3 ສ້າງ ໃຫ້​ກຽດ​ເຂົ້າຮ່ວມ​ກອງ​ປະຊຸມ​ມີ​ສະຫາຍ ຈູມມາລີ ໄຊ​ຍະ​ສອນ ເລຂາທິການໃຫຍ່ ຄະນະ​ບໍລິຫານ​ງານ​ສູນກາງ​ພັກປະຊາຊົນ​ປະຕິວັດ​ລາວ ສະຫາຍ ທອງ​ສິງ ທຳ​ມະ​ວົງ ກຳມະ​ການ​ກົມ​ການເມືອງ​ສູນ​ກາງພັກ ນາຍົກລັດຖະມົນຕີ ພ້ອມດ້ວຍ​ບັນດາ​ກຳມະການ​ກົມ​ການເມືອງ ຄະນະ​ລັດຖະບານ ເຈົ້າແຂວງ-ເຈົ້າເມືອງ ແລະ ຕົວແທນຈາກ​ຂະແໜງການ​ທ້ອງຖິ່ນ 600 ກວ່າ​ສະຫາຍ.

ຕະຫຼອດ​ການ​ດຳເນີນ​ກອງປະຊຸມໄລຍະ 2 ວັນ ຜູ້​ເຂົ້າ​ຮ່ວມໄດ້​ຮັບ​ຟັງ​ລາຍ​ງານ​ ສະຫຼຸບ​ຕີ​ລາຄາ​ຜົນ​ການຈັດຕັ້ງ​ປະຕິບັດ​ຂະບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ກໍ່​ຄືຂະ​ບວນ​ການ​ຫັນລົງ​ຮາກ​ຖານ ສ້າງ​ບ້ານ​ພັດ​ທະນາ ແລະ ຊຸກຍູ້​ວຽກ​ງານ 3 ສ້າງເຂົ້າ​ສູ່​ລວງ​ເລິກໃນ​ຊຸມ​ປີຜ່ານມາ ຢ່າງຮອບດ້ານ ເພື່ອ​ຖອດ​ຖອນບົດຮຽນ ແລະ ປັບປຸງ​ຂອດ​ທີ່​ຍັງຄົງ​ຄ້າງ ເພື່ອ​ສືບຕໍ່​ສ້າງ​ບາດກ້າວບຸກ​ທະລຸ​ທັງ 4 ດ້ານ​ຂອງ​ພັກ-ລັດຖະ​ບານ​ວາງ​ອອກ ໃຫ້​ປະສົບ​ຜົນສຳເລັດ​ຕາມ​ຄາດໝາຍ​ວາງ​ໄວ້ ເຊິ່ງ​ຈາກ​ຄວາມ​ເອົາໃຈໃສ່​ຂອງພັກ-ລັດຖະບານ ຕະຫຼອດ​ຮອດອົງການ​ປົກຄອງ​ທ້ອງຖິ່ນ ມາຮອດ​ປັດຈຸບັນ ທົ່ວ​ປະເທດ​ມີ​ບ້ານທີ່​ມີ​ເສັ້ນທາງ​ເຂົ້າ​ເຖິງ ແລະ ທຽວໄດ້​ຕະຫຼອດ​ປີ ເພີ່ມ​ຂຶ້ນກວມ 84,40% ບ້ານ​ມີ​ນ້ຳ​ສະອາດ​ຊົມໃຊ້ 91,65% ໄດ້​ຊົມໃຊ້​ໄຟຟ້າ ກວມ​ເອົາ 87% ບ້ານ​ທີ່​ມີ​ໂຮງຮຽນ​ປະຖົມ​ເພີ່ມ​ຂຶ້ນ ກວມ 98,78% ຄຽງ​ຄູ່​ກັນ​​ນັ້ນ ການພັດທະນາ​ວຽກ​ງານວັດທະນະທຳ-ສັງຄົມ ແລະ ວຽກ​ງານ​ສາທາ​ລະນະ​ສຸກ ກໍ່​ໄດ້​ຮັບ​ການ​ປັບປຸງ ແລະ ຂະຫຍາຍ​ຕາ​ໜ່າງການ​ບໍລິການ​ໃນ​ເຂດ​ຫ່າງ​ໄກສອກຫຼີກ​ຢ່າງ​ຕໍ່​ເນື່ອງ.

ໂອກາດ​ດັ່ງກ່າວ ແນໃສ່​ເຮັດໃຫ້​ການຈັດຕັ້ງ​ປະຕິບັດ​ວຽກ​ງານໃນຕໍ່ໜ້າ​ ປະສົບ​ຜົນ​ເປັນ​ຈິງ ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ໄດ້ຮຽກຮ້ອງ​ໃຫ້​ຄະນະ​ກຳມະການ​ຊີ້ນຳ​ວຽກ​ງານ​ຂະ​ບວນ​ການແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ບ້ານ​ພັດທະນາ ແລະ ວຽກ​ງານ 3 ສ້າງ ໄດ້​ສືບຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ວຽກ​ງານ​ສ້າງ​ແຂວງເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມແຂງ​ຮອບດ້ານ ແລະ ສ້າງ​ບ້ານເປັນ​ຫົວໜ່ວຍ​ພັດທະນາ ໃຫ້​ເຂົ້າສູ່​ລວງ​ເລິກ​ຍິ່ງ​ຂຶ້ນ​ກວ່າ​ເກົ່າ ຮີບຮ້ອນ​ເບິ່ງ​ຄືນ​ບັນດາ​ນິຕິ​ກຳ​ທີ່​ກຳນົດ​ພາລະ​ບົດບາດ​ ຂອບ​ເຂດ​ສິດຄວາມ​ຮັບຜິດຊອບ​ຂອງ​ແຕ່​ລະຂັ້ນ ຄຽງ​ຄູ່​ກັບ​ການ​ປັບປຸງ-ຈັດວາງ​ພະນັກງານ​ວິຊາ​ສະເພາະ​ໃຫ້ສອດຄ່ອງ ແລະ ຖືກ​ຕາມ​ທິດ​ເອົາໃຈ​ໃສ່​ສ້າງ ແລະ ຄັດ​ເລືອກ​ພະນັກ​ງານ​ດີເດັ່ນ ຈາກ​ຂະ​ບວນການ​ຕົວ​ຈິງ​ຢູ່​ຂັ້ນ​ຮາກ​ຖານ ເພື່ອສ້າງ​ເປັນ​ພະນັກງານ​ສືບ​ທອດຕາມ​ທິດ​ຫັນ​ເປັນ​ໜຸ່ມ ແລະ ໜັກແໜ້ນ ພ້ອມ​ນັ້ນ ຄະນະ​ພັກ​ແຕ່ລະ​ຂັ້ນ ຕ້ອງ​ສືບຕໍ່​ປ່ຽນແປງ​ຕົວເອງ​ຢ່າງ​ບໍ່​ຢຸດ​ຢັ້ງ ຕາມ​ເນື້ອ​ໃນຈິດໃຈ 4 ບຸກ​ທະລຸ ແນໃສ່​ຕອບສະໜອງຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ຍົກ​ສູງ​ຄວາມ​ສາມາດ ແລະ ຄຸນະພາບ​ການ​ນຳພາ​ຂອງ​ພັກ​ໄລຍະ​ໃໝ່​ເປັນຕົ້ນ.

ແຫ່ລງຂ່າວ

ວຈໝ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...