Homeຂ່າວຕ່າງປະເທດຣັດເຊຍກຽມມາດຕະການ ຂວ້ຳບາດຕວກກີຢ່າງໜັກ ຕອບໂຕ້ເຫດການຍິງ Su-24 ຕົກ!

ຣັດເຊຍກຽມມາດຕະການ ຂວ້ຳບາດຕວກກີຢ່າງໜັກ ຕອບໂຕ້ເຫດການຍິງ Su-24 ຕົກ!

Published on

EyWwB5WU57MYnKOuYBpNv02RvvRWQlaSRSujzralrQZPLE75nGjuWh

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ພະຈິກນີ້ວ່າ ທ່ານ ດິມິທຣີ ເວດເວເດບ ນາຍົກລັດຖະມົນຕີຣັດເຊຍ ໄດ້ກ່າວໃນກອງປະຊຸມ ຄະນະລັດຖະບານວ່າ ລັດຖະບານ ໄດ້ອອກຄຳສັ່ງໃຫ້ມີການຮ່າງ ມາດຕະການຂວ້ຳບາດ ທາງດ້ານເສດຖະກິດ ເປັນວົງກວ້າງ ຕໍ່ປະເທດຕວກກີ ເພື່ອເປັນການຕອບໂຕ້ ພາຍຫລັງ ກອງທັບຕວກກີ ໄດ້ສົ່ງເຮືອບິນສູ້ຮົບ F-16 ຍິງເຮືອບິນສູ້ຮົບ Su-24 ຂອງຣັດເຊຍຕົກ ຢູ່ບໍລິເວນຊາຍແດນປະເທດຊີຣີ ເມື່ອວັນທີ 24 ພະຈິກຜ່ານມາ ໂດຍກ່າວຫາວ່າ ເຮືອບິນຣັດເຊຍ ໄດ້ລ່ວງລ້ຳນ່ານຟ້າຂອງຕວກກີ.

ທັງນີ້ ຣັດເຊຍຖືເປັນປະເທດຄູ່ຄ້າ ລາຍໃຫຍ່ອັນດັບ 2 ຂອງຕວກກີ ແລະ ຕວກກີເອງ ກໍເປັນປະເທດ ທີ່ນັກທ່ອງທ່ຽວຣັດເຊຍ ນິຍົມເດີນທາງໄປທ່ອງທ່ຽວ ຫລາຍທີ່ສຸດ ໂດຍພາຍຫລັງການອອກ ມາດຕະການຂວ້ຳບາດດັ່ງກ່າວນີ້ ຈະເຮັດໃຫ້ເສດຖະກິດ, ການທ່ອງທ່ຽວ, ການເດີນທາງ, ການຄ້າ, ແຮງງານ, ຂໍ້ຕົກລົງ ດ້ານການຊ່ວຍເຫລືອຕ່າງໆ ຕໍ່ກັບຕວກກີ ຈະຖືກຣັດເຊຍຂວ້ຳບາດ ລະງັບໄວ້ທັງໝົດ.

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...