Homeຂ່າວເຫດການປະທານສະພາຯ ພົບປະຄົນເຊື້ອຊາດລາວຢູ່ຕ່າງປະເທດ ເດີນທາງມາຮ່ວມສະຫລອງ ວັນຊາດ 40 ປີ!

ປະທານສະພາຯ ພົບປະຄົນເຊື້ອຊາດລາວຢູ່ຕ່າງປະເທດ ເດີນທາງມາຮ່ວມສະຫລອງ ວັນຊາດ 40 ປີ!

Published on

266

ຂປລ. ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ຕ້ອນຮັບ ​ແລະ ພົບ​ປະ​ໂອ້​ລົມ​ຄະນະ​ຜູ້​ແທນ ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງປະ​ເທດ ​ ​ໃນ​ວັນ​ທີ 26 ພະຈິກ 2015 ທີ່​ສະພາ​ແຫ່ງ​ຊາດ ​ໃນ​​ໂອກາດ​ທີ່​ຄະນະ​ຜູ້​ແທນ​ດັ່ງກ່າວ​ ເດີນທາງ​ມາ​ເຂົ້າ​ຮ່ວມ​ພິທີ​ ສະ​ເຫລີ​ມສະຫລອງ​ວັນ​ສະຖາປະນາ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຄົບ ຮອບ 40 ປີ (02/12/1975-02/12/2015).

​ໃນ​ໂອກາດ​ດັ່ງກ່າວ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ຕາງໜ້າ​ໃຫ້​ແກ່ ​ພັກ–ລັດຖະບານ​ ​ແລະ ສະພາ​ແຫ່ງ​ຊາດ ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຍ້ອງຍໍ​ຊົມ​ເຊີຍ ​ຕໍ່ຄະນະ​ຜູ້​ແທນ ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງປະ​ເທດ ເປັນ​ຕົ້ນ​ແມ່ນ​ມາ​ຈາກ ປະ​ເທດ​ຝຣັ່ງ, ສ ອາ​ເມຣິກາ, ກາ​ນາ​ດາ, ອົດ​ສະຕຣາລີ, ​ແບນ​ຊິກ, ສະ​ວິດ​ເຊີ​ແລນ, ​ເຢຍລະ​ມັນ, ຍີ່ປຸ່ນ, ຮົງ​ກາລີ ​ແລະ ຫລາຍ​ປະ​ເທດ​ໃນ​ເອີຣົບ ທີ່​ໄດ້​ສະຫລະ​ເວລາ ​ມາ​ຮ່ວມ​ງານ​ສະ​ເຫລີ​ມສະຫລອງ​ ວັນ​ສຳຄັນ​ດັ່ງກ່າວ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ພັກ ​ແລະ ລັດຖະບານ ​ແຫ່ງ ສປປ ລາວ ​ເຊິ່ງການ​ ສະ​ເຫລີ​ມສະຫລອງ​ວັນ​ສະຖາປະນາ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຄົບຮອບ 40 ປີ, ປີ​ນີ້​ເປັນ​ເຫດການ​ການ​ເມືອງ ປະຫວັດສາດ​ທີ່​ສຳຄັນ ​ຂອງ​ຊາດ​ລາວ​ພວກ​ເຮົາ ກ່ອນ​ໜ້າ​ວັນ​ທີ 2 ທັນວາ ນັ້ນ​ຄື​ດັ່ງ​ທີ່​ພວກ​ເຮົາ​ຮັບ​ຮູ້​ວ່າ​ ມັນ​ແມ່ນ​ຂະ​ບວນວິວັດ​ແຫ່ງ​ການ​ຕໍ່ສູ້ ອັນ​ຍືດ​ເຍື້ອຍາວ​ນານ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ປະຊາຊົນ ​ປະຕິວັດ​ລາວ ​ແລະ ກໍ​ແມ່ນຄວາມ​ອົດທົນ, ຄວາມ​​ເສຍສະຫລະອັນ​ສູງ​ສົງ​ຂອງ​ປະຊາຊົນ​ລາວ​ຂອງ​ພວກ​ເຮົາ. ການ​ທີ່​ມີ​ສປປ ລາວ​ເຮົ​າ​ໃນ​ທຸກ​ມື້​ນີ້ ກໍ​ແມ່ນ​ການ​ເສ​ຍະສະ​ຫລະ​ອັນ​ສູງ​ສົງ ​ຂອງນັກ​ວິລະ​ຊົນ, ທະຫານ​ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ. ພັກ–ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ ຍາມ​ໃດ​ກໍ​ຖື​ສະ​ເໝີ​ວ່າ ພີ່ນ້ອງ​ ຄົນ​ເຊື້ອ​ຊາດ​ລາວ​ທີ່​ອາ​​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ ​ເຊິ່ງບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ ວົງ​ຄະນະ​ຍາດ​ແຫ່ງ​ຊາດ​ລາວ​ໄດ້, ​ເປັນ​ແຫ​ລ່ງກຳລັງ​ແຮງ​ອັນ​ໜຶ່ງ ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ​ເປັນຂົວ​ຕໍ່ໃນ​ການ​ເປີດ​ກວ້າງ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືກັບ​ຕ່າງປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ.

​ໃນ​ຕອນ​ທ້າຍ ທ່ານ ​ປະທານ​ສະພາ​ແຫ່ງ​ຊາດ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ອີກ​ເທື່ອ​ໜຶ່ງ ຕໍ່​ພີ່ນ້ອງ​ຄົນ​ເຊື້ອ​ຊາດ​ລາວ ​ຢູ່​ຕ່າງປະ​ເທດ​ທັງ​ໝົດ ​ທີ່​ໄດ້​ກັບ​ຄືນ​ມາ​ຢ້ຽມຢາມ​ຍາດຕິ​ພີ່ນ້ອງ ​ແລະ ປະ​ເທດ​ຊາດ​ອັນ​ແສນ​ຮັກ​ ຂອງ​ພວກ​ເຮົາ​ໃນ​ຄັ້ງ​ນີ້ ​ແລະ ຂໍ້​ໃຫ້​ມີ​ຄວາມ​ເບີກບານ​ມ່ວນຊື່ນ ​ໃນ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ, ພ້ອມ​ກັນ​ນັ້ນ ກໍ​ຂໍ​ໃຫ້​ນຳ​ເອົາ​ຄວາມ​ຢ້ຽມ ຢາມ​ຖາມ​ຂ່າວ ​ໄມຕີ​ຈິດມິດຕະພາບ ​ແລະ ຄວາມ​ປາຖະໜາ​ດີ​ ຈາກ​ພັກ–ລັດ ​ແລະ ສະພາ​ແຫ່ງ​ຊາດ ສົ່ງ​ໄປ​ຍັງ​ຄອບຄົວ​ເພື່ອ​ມິດ ​ທີ່​ບໍ່​ໄດ້​ມາ​ຮ່ວມ​ງານ​ໃນ​ຄັ້ງ​ນີ້​ດ້ວຍ. ​ເມື່ອ​ກັບ​​ເມືອ​ແລ້ວ ກໍ​ຂໍ​ໃຫ້​ຊ່ວຍ​ສະໜັບສະໜູນ ຊຸກຍູ້​ການ​ພັດທະນາ​ປະ​ເທດ​ຊາດ ​ຂອງ​ພວກ​ເຮົາ​ຕາມ​ທ່າ​ແຮງ ​ແລະ ຄວາມ​ຮູ້-ຄວາມ​ສາມາດ​ຂອງ​ຕົນ ​ໂດຍ​ສະ​ເພາະ​ແມ່ນ​ຊ່ວຍ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ ສານຄວາມ​ເປັນ​ຈິງ ກໍ​ຄື ການ​ເປັນ​ຂົວ​ຕໍ່ ລະຫວ່າງ ລັດຖະບານ ​ແລະ ປະຊາຊົນ​ລາວ ກັບ ລັດຖະບານ ​ແລະ ປະຊາຊົນ ຂອງ​ບັນດາ​ປະ​ເທດ​ ທີ່​ບັນດາ​ທ່ານ​ອາ​ໄສ​ຢູ່​ນັ້ນ ​ໃຫ້​ມີ​ຄວາມ​​ເຂົ້າ​ໃຈ ​ແລະ ຮ່ວມ​ໄມ້​ຮ່ວມ​ມື​ກັນ​ດີ​ຂຶ້ນ​ເລື້ອຍໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...