spot_img
Homeຂ່າວພາຍ​ໃນ65 ປີ ກອງທັບປະຊາຊົນລາວ ມີຄວາມເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ

65 ປີ ກອງທັບປະຊາຊົນລາວ ມີຄວາມເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ

Published on

ວັນ​ທີ 23 ທັນວາ 2013 ນີ້ ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ໄດ້​ຫວນ​ຄືນ​ມູນເຊື້ອ​ປະຫວັດສາດ​ຂອງ​ຊາດ​ຄື: ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 65 ປີ (20/1/1949-20/1/2014) ຂຶ້ນ​ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ນະຄອນຫຼວງ​ວຽງ​ຈັນ ໂດຍ​ໃຫ້​ກຽດ​ປາຖະກະຖາ​ຂອງ​ທ່ານ ພົນ​ເອກ ສີ​ສະຫວາດ ແກ້ວ​ບຸນ​ພັນ ອະດີດ​ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ອະດີດ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຊຶ່ງ​ມີ​ທ່ານ ​ສຈ.​ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ບັນດາ​ທ່ານ​ຄະນະ​ພັກ ຄະນະ​ນຳ ສະມາຊິກ​ພັກ ແລະ ພະນັກງານ-ລັດຖະກອນ​ອ້ອມ​ຂ້າງ​ກະຊວງ ຖວທ ເຂົ້າ​ຮ່ວມ​ຮັບ​ຟັງ 500 ກວ່າ​ທ່ານ.

ການ​ປາຖະກະຖາ​ຄັ້ງ​ນີ້ ທ່ານ ພົນ​ເອກ ສີ​ສະຫວາດ ແກ້ວ​ບຸນ​ພັນ ໄດ້​ຍົກ​ໃຫ້​ເຫັນ​ມູນເຊື້ອ​ປະຫວັດສາດ ກໍ​ຄື​ການ​ກຳເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວ ຂອງ​ກອງທັບ​ປະຊາຊົນ​ລາວ ຕະຫຼອດ​ໄລຍະ​ເກືອບ 65 ປີຜ່ານມາ ໂດຍ​ສະເພາະ​ແມ່ນ​ໄລຍະ​ຕໍ່ສູ້​ກູ້​ຊາດ ຕ້ານ​ພວກ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ແລະ ໃໝ່ ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ໂດຍ​ກົງ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ກອງທັບ​ປະຊາຊົນ​ລາວ ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ໃນ​ວັນ​ທີ 20 ມັງກອນ 1949 ຢູ່​ເຂດ​ທີ່​ໝັ້ນ​ການ​ປະຕິວັດ ແຂວງ​ຫົວພັນ ໂດຍ​ແມ່ນ​ປະທານ ໄກສອນ ພົມວິຫານ ເປັນ​ຜູ້​ກໍ່​ຕັ້ງ​ຂຶ້ນ ຊຶ່ງ​ກອງທັບ​ປະຊາຊົນ​ລາວ ພາຍຫຼັງ​ສ້າງຕັ້ງ​ຂຶ້ນ ກໍ່​ໄດ້​ເຮັດ​ໜ້າທີ່​ອັນ​ໜັກໜ່ວງ ໃນ​ການ​ນຳພາ​ປະຊາຊົນ​ລາວ​ບັນດາເຜົ່າ ຕໍ່ສູ້​ກັບ​ພວກ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ ເພື່ອ​ຍາດ​ເອົາ​ເອກະລາດ ຍາດ​ເອົາ​ຄວາມ​ເປັນ​ເຈົ້າ​ຂອງ​ປະເທດ​ຊາດ​ອັນ​ແທ້​ຈິງ ມາ​ໃຫ້​ປະຊາຊົນ​ລາວ ກອງທັບ​ປະຊາຊົນ​ລາວ​ຍິ່ງ​ຕໍ່ສູ້​ຍິ່ງ​ມີ​ຄວາມ​ເຂັ້ມແຂງ ແລະ ເຕີບ​ໃຫຍ່​ຂະຫຍາຍຕົວ​ເປັນ​ກ້າວໆ ສາມາດ​ຕີ​ເອົາ​ໄຊຊະນະ​ຝ່າຍ​ກົງກັນຂ້າມ​ໄດ້​ຢ່າງ​ມີ​ໄຊ ແລະ ກ້າວ​ໄປ​ເຖິງ​ການ​ປົດ​ປ່ອຍປະ​ເທດ​ຊາດ ປະກາດ​ເອກະລາດ ສະຖາປະນາ ​ສປປ ລາວ ຂຶ້ນ​ໃນ​ວັນ​ທີ 2 ທັນວາ 1975 ແລະ ພາຍຫຼັງ​ປະເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ ກອງທັບ​ປະຊາຊົນ​ລາວ ກໍ່​ສືບຕໍ່​ເຮັດ​ພາລະ​ບົດບາດ​ໜ້າທີ່​ຂອງ​ຕົນ​ຢ່າງ​ເຂັ້ມແຂງ ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ພ້ອມ​ທັງ​ສ້າງ​ກອງທັບ​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່ ແລະ ເຂັ້ມແຂງ​ຮອບດ້ານ​ເປັນ​ກ້າວໆ​ມາ​ເຖິງ​ທຸກ​ວັນ​ນີ້.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...