spot_img
Homeຂ່າວເຫດການກະຊວງແຜນການ ແລະ ການລົງທຶນລະນຶກວັນສໍາຄັນຂອງຊາດ

ກະຊວງແຜນການ ແລະ ການລົງທຶນລະນຶກວັນສໍາຄັນຂອງຊາດ

Published on

262

ຂປລ. ກະຊວງ​ແຜນການ ​ແລະ ການ​ລົງ​ມຶນ(ຜທ)​ໄດ້​ຈັດ​ຕັ້ງ​ສະ​ເຫລີ​ມສະຫລອງ​ ລະນຶກ​ວັນ​ສໍາ​ວັນຕ່າງໆ​ຂອງ​ຊາດ ​ເຊັ່ນ: ວັນຊາດ​ທີ 2 ທັນວາ ​ຄົບຮອບ 40 ປີ, ວັນ​ຄ້າຍ​ວັນ​ເກີດ ​ປະທານ​ໄກສອນ ພົມວິຫານ ຄົບຮອບ 95 ປີ ​ແລະ ວັນ​ສາກົນ-ສັບປະດາ​ແຫ່ງ​ຊາດ ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ17-24 ຕຸລາ 2015 ຂຶ້ນ​ໃນ​ວັນ​ທີ 26 ພະຈິກ 2015 ນີ້ ທີ່​ກະຊວງ​ດັ່ງກ່າວ ​​ໃຫ້​ກຽດ​ປະ​ຖະ​ກະຖາ​ໂດຍ ທ່ານນາງ​ ຄໍາ​ຈັນ ວົງ​ແສນ​ບຸນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ຜທ ​ແລະ ທ່ານ ສີ​ປະ​ເສີດ ​ແສນ​ສະຫວັດ ຮອງ​ຫົວໜ້າ ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ, ມີ​ບັນດາ​ຄະນະ​ກົມ, ສະມາຊິກ​ພັກ, ພະນັກງານ-ລັດຖະກອນ​ອ້ອມ​ຂ້າງ​ກະຊວງ ຜທ ​ເຂົ້າ​ຮ່ວມ.

​ໃນ​ໂອກາດດັ່ງກ່າວ ທ່ານ ສີ​ປະ​ເສີດ ​ແສນ​ສະຫວັດ ​ໄດ້​ຍົກ​ໃຫ້​ເຫັນ​ປະຫວັດ​ ​ແລະ ຄວາມໝາຍ​ຄວາມ​ສໍາຄັນ​ຂອງ​ວັນຊາດ​ 2 ທັນວາ​ ຄົບຮອບ 40 ປີ ​ແລະ ວັນຄ້າຍ​ວັນ​ເກີດ​ຂອງ​ປະທານ ​ໄກສອນ ພົມວິຫານ ຄົບຮອບ 95 ປີ ​ເຊິ່ງ​ເປັນ​ວັນ​ສໍາຄັນ​ທາງ​ປະຫວັດສາດ​ຂອງ​ຊາດ​ລາວ​ເຮົາ ​ເພື່ອ​ເຮັດ​ໃຫ້​ສະມາຊິກ​ພັກ, ພະນັກງານ-ລັດຖະກອນ​ພາຍ​ໃນ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໄດ້​ຮັບ​ຮູ້ກ່ຽວ​ກັບ​ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ການ​ ສະຖາປະນາ ສປປ ລາວ​ຄົບຮອບ 40 ປີ ​ເຊິ່ງ​ເປັນ​ເຫດການ​ປະຫວັດສາດ​ອັນ​ສໍາຄັນ ​ໃຫຍ່​ຫລວງ​ຂອງ​ຊາດ​ລາວ​ເຮົາ, ບົນ​ພື້ນຖານ​ປຸກລະດົມ​ເສີມ​ຂະຫຍາຍ​ ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດ ​ແລະ ຂອງ​ພັກ, ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ແນວທາງ​ນະ​ໂຍບາຍ ​ຂອງ​ພັກ-ລັດ​ ໃຫ້​ປະກົດ​ຜົນ​ເປັນ​ຈິງ​ຍິ່ງ​ໆຂຶ້ນ, ​ໂຄສະນາ​ຢ່າງ​ກ້ວາງ​ຂວາງ​ເລິກ​ເຊິ່ງ ກ່ຽວ​ກັບ​ຜົນ​ສໍາ​ເລັດ​ ອັນ​​ໃຫຍ່​ຫລວງຫລາຍ​ດ້ານ​ ທີ່​ພວກ​ເຮົາ​ຍາດ​ມາ​ໄດ້​ໃນ​ພາລະກິດ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​ພາຍ​ໃຕ້​ການ​ນໍາພາ​ອັນ​ສະຫລາດ​ສ່ອງ​ໃສ ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ໃນ​ໄລຍະ 40 ປີຜ່ານມາ ພ້ອມ​ດຽວ​ກັນ​ນີ້ ກໍ​ໄດ້​ຮັບ​ຮູ້​ຊີວິດ ​ແລະ ການ​ເຄື່ອນ​ໄຫວ​ປະຕິວັດ​, ຜົນງານ​ຄຸນງາມຄວາມດີ, ຄຸນສົມບັດ​ສິນ​ທໍາ​ປະຕິວັດ ​ຂອງ​ປະທານ​ໄກສອນ ພົມວິຫານ ຜູ້​ນໍາ​ທີ່​ແສນ​ເຄົາລົບ​ຮັກ​ ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ເພື່ອ​ໃຫ້​ສະມາຊິກ​ພັກ-ພະນັກງານ ກະຊວງ​ ຜທ ​ໄດ້​ຮັບ​ຮູ້ ​ແລະ ຮໍ່າຮຽນ​ເອົາ​ແບບຢ່າງ​ອັນ​ດີງາມ​ຂອງ​​ເພີ່ນ ​ແລະ ຝຶກ​ຝົນ​ຫລໍ່​ຫລອມ​ຕົນ​ເອງ ​​ແນ​ໃສ່​ເພື່ອ​ຮັບ​ໃຊ້​ຊາດ ​ແລະ ຮັບ​ໃຊ້​ປະຊາຊົນ​ຢ່າງ​ແທ້​ຈິງ.

​ໃນ​ໂອກາດ​ດຽວ​ກັນ​ນີ້ ທ່ານນາງ ​ຄໍາ​ຈັນ ວົງ​ແສນ​ບຸນ ກໍ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ ​ຄວາມ​ສໍາຄັນຂອງ​ວັນ​ສາ ກົນ-ສັບປະດາ​ແຫ່ງ​ຊາດ ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ທັງ​ນີ້​ກໍ​ເພື່ອ​ປຸກລະດົມ​ສ້າງ​ຈິດ​ສໍານຶກ ​ໃຫ້​ພະນັກງານ-ລັດຖະກອນ​ຮັບ​ຮູ້​ເຂົ້າ​ໃຈ​ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ ​ແກ້​ໄຂ​ຄວາມທຸກ​ຍາກ ​ເຮັດ​ໃຫ້ການ​ພັດທະນາ​ຊົນນະບົດ ​ກາຍ​ເປັນ​ສະໜາມຮົບ​ອັນ​ດັບ​ໜຶ່ງ​ ຂອງ​ການ​ພັດທະນາ​ໃນ​ການ​ແກ້​ໄຂ​ ຄວາມທຸກ​ຍາກ​ຂອງ​ປະຊາຊົນ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...