spot_img
Homeຂ່າວພາຍ​ໃນເຂດເສດຖະກິດພິເສດ-ເຂດເສດຖະກິດສະເພາະ ຂະຫຍາຍຕົວ ເປັນທ່າແຮງດຶງດູດການລົງທຶນ

ເຂດເສດຖະກິດພິເສດ-ເຂດເສດຖະກິດສະເພາະ ຂະຫຍາຍຕົວ ເປັນທ່າແຮງດຶງດູດການລົງທຶນ

Published on

sez-007

ການ​ພັດທະນາ ເຂດ​ເສດຖະກິດ​ພິເສດ-ເຂດ​ເສດຖະກິດ​ສະເພາະ (​ຂພສ) ໃນ​ໄລຍະ​ຜ່ານ​ມາ ເຫັນ​ໄດ້ວ່າ ພັກ-ລັດຖະບານ ໄດ້​ສ້າງ ແລະ ພັດທະນາ ​ຂພສ ເພື່ອ​ສະພາບ​ແວດ​ລ້ອມ​ທີ່​ອຳນວຍ​ຄວາມ​ສະດວກ ​ໃນ​ການ​ດຶງ​ດູດ​ນັກ​ລົງທຶນ​ຈາກ​ຕ່າງປະເທດ ​ມາ​ຮອດປັດຈຸບັນ ​ລາວ​ເຮົາ​ມີ ​ຂພສ 10 ແຫ່ງ ໃນ​ນັ້ນ ເຂດເສດຖະກິດພິເສດ 2 ແຫ່ງ ສ່ວນ​ອີກ 8 ແຫ່ງ ແມ່ນ​ເຂດ​ເສດຖະກິດ​ສະເພາະ.

ຜ່ານ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ ໃນ​ໄລຍະ​ຜ່ານ​ມາ ໂດຍ​ລວມ​ແລ້ວ​ເຫັນ​ວ່າ ​ສະພາບ​ການພັດທະນາ​ແມ່ນ​ມີ​ທ່າ​ອຽງ​ດີ​ຂຶ້ນ​ເລື້ອຍໆ ເຊິ່ງ​ມີ​ນັກ​ລົງທຶນ​ຈາກ​ຕ່າງປະເທດ​ສົນໃຈ​ເຂົ້າ​ມາ​ລົງທຶນ​ໃນ ​ຂພສ ເປັນ​ຈຳນວນ​ຫຼາຍ​ສົມຄວນ ແລະ ມີ​ບັນດາ​ບໍລິສັດ​ທີ່​ເຂົ້າ​ມາ​ລົງທຶນ​ກໍ່​ເພີ່ມ​ຂຶ້ນ​ການ​ສ້າງ​ວຽກ​ເຮັດງານ ​ທຳ ກໍ່​ມີ​ທ່າແຮງ​ຂະຫຍາຍຕົວ​ດີ​ຂຶ້ນ ​ຖ້າ​ທຽບໃສ່​ໃນ​ປີຜ່ານມາ.

ສຳລັບ​ການ​ພັດທະນາ ​ຂພສ ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ປະກອບ​ມີ ເຂດ​ເສດຖະກິດ​ພິເສດ ສະຫວັນ-ເຊ​ໂນ ແຂວງ​ສະຫວັນ​ນະ​ເຂດ ເລີ່ມ​ສ້າງຕັ້ງປີ 2003 ໃນ​ອາຍຸສຳ​ປະທານ 73 ປີ ໃນ​ເນື້ອທີ່ 954 ເຮັກຕາ ມູນ​ຄ່າ​ການ​ລົງທຶນ 74 ລ້ານ​ໂດ​ລາ​ສະຫະລັດ ຜູ້​ພັດທະ​ນາ​ແມ່ນ​ລັດຖະບານ​ລາວ 100% ເຂດ​ພັດທະນາ​ເຂດ​ເສດຖະ​ກິດ​ສະເພາະ​ບໍ່​ເຕັນ​ແດນ​ງາມ ແຂວງ​ຫຼວງ​ນ້ຳ​ທາ ເລີ່ມ​ສ້າງຕັ້ງ​ປີ 2003 ເຊັ່ນ​ກັນ ໃນ​ເນື້ອທີ່ 1.640 ເຮັກຕາ ອາຍຸ​ສຳ​ປະທານ 50 ປີ ມູນ​ຄ່າ​ການ​ລົງທຶນ 500 ລ້ານໂດ​ລາ ຜູ້​ພັດທະນາ​ແມ່ນ​ເອກະຊົນ​ຈີນ 100% ເຂດ​ເສດຖະກິດພິເສດສາມ​ລ່ຽມ​ຄຳ ຕັ້ງ​ຢູ່​ເມືອງຕົ້ນ​ເຜິ້ງ ແຂວງ​ບໍ່​ແກ້ວ ສ້າງຕັ້ງ​ປີ 2007 ໃນ​ເນື້ອທີ່ 3.000 ເຮັກຕາ ອາຍຸ​ສຳ​ປະທານ 50 ປີ ມູນ​ຄ່າການ​ລົງທຶນ 86,6 ລ້ານ​ໂດ​ລາ ຜູ້ພັດທະນາ​ແມ່ນ​ລັດຖະບານ ຮ່ວມກັບເອກະ​ຊົນ​ຈີນ ເຂດ​ນິຄົມ​ອຸດສາ​ຫະ​ກຳ-ການ​ຄ້າ ວຽງ​ຈັນ-ໂນນ​ທອງ ຕັ້ງ​ຢູ່​ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ສ້າງຕັ້ງຂຶ້ນ​ປີ 2009 ໃນ​ເນື້ອທີ່ 110 ເຮັກຕາ ມີ​ອາຍຸ​ສຳ​ປະທານ 75 ປີ ມູນຄ່າ​ການ​ລົງທຶນ 12,9 ລ້ານ​ໂດ​ລາ ໂດຍ​ລັດຖະບານ​ລາວ ຮ່ວມ​ກັບເອກະ​ຊົນ​ຈີນ (ໄຕ້​ຫວັນ) ເປັນ​ຜູ້ຈັດ​ຕັ້ງ​ປະຕິບັດ ເຂດ​ພັດທະນາກວມ​ລວມໄຊ​ເຊດ​ຖາ ຕັ້ງ​ຢູ່​ເມືອງໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ສ້າງຕັ້ງ​ຂຶ້ນ​ໃນ​ປີ 2010 ໃນ​ເນື້ອທີ່ 1.000 ເຮັກຕາ ມູນ​ຄ່າ​ການ​ລົງທຶນ 128 ລ້ານ​ໂດ​ລາ ຜູ້​ພັດ​ທະນາ​ແມ່ນ​ລັດຖະບານ​ລາວ ຮ່ວມກັບເອກະ​ຊົນ​ຈີນ ເຂດ​ເສດ​ຖະກິດ​ສະເພາະ​ພູ​ຂຽວ ຕັ້ງ​ຢູ່​ເມືອງທ່າ​ແຂກ ແຂວງ​ຄຳ​ມ່ວນ ສ້າງຕັ້ງ​ຂຶ້ນ​ປີ 2010 ໃນ​ເນື້ອທີ່ 4.850 ເຮັກຕາ ອາຍຸ​ສຳ​ປະທານ 99 ປີ ມູນ​ຄ່າ​ການ​ລົງທຶນ 708 ລ້ານໂດ​ລາ ຜູ້​ພັດທະນາ​ແມ່ນ​ເອກະຊົນ​ພາຍ​ໃນ 100% ເຂດ​ເສດ​ຖະກິດ​ສະເພາະ​ບຶງ​ທາດຫຼວງ ຕັ້ງ​ຢູ່ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງວຽງ​ຈັນ ສ້າງຕັ້ງ​ຂຶ້ນ​ໃນ​ປີ 2011 ໃນ​ເນື້ອທີ່ 365 ເຮັກຕາ ອາຍຸ​ສຳປະທານ 99 ປີ ມູນ​ຄ່າ​ການ​ລົງທຶນ 1,6 ຕື້​ໂດ​ລາ ໂດຍ​ແມ່ນເອກະ​ຊົນ​ຈີນເປັນ​ຜູ້​ພັດທະນາ 100%.

ນອກ​ນັ້ນ ກໍ່​ຍັງ​ມີ​ເຂດ​ເສດ​ຖະກິດ​ສະເພາະ ລອງ​ແທງ-ວຽງ​ຈັນ ຕັ້ງ​ຢູ່​ເມືອງ​ຫາດ​ຊາຍ​ຟອງ ນະຄອນ​ຫຼວງ​ວຽງ​ຈັນ ສ້າງຕັ້ງ​ຂຶ້ນ​ປີ 2008 ໃນ​ເນື້ອທີ່ 557,75 ເຮັກຕາ ມີ​ອາຍຸ​ສຳ​ປະທານ 50 ປີ ມູນຄ່າ​ການ​ລົງທຶນ 1 ຕື້​ໂດ​ລາ ໂດຍເອກະ​ຊົນ​ຫວຽດນາມເປັນ​ຜູ້​ພັດທະ​ນາ 100% ເຂດ​ເສດຖະກິດສະເພາະ​ດົງ​ໂພ​ສີ ສ້າງຕັ້ງ​ຂຶ້ນ​ປີ 2009 ໃນ​ເນື້ອທີ່ 53.974 ເຮັກຕາ ມີ​ອາຍຸ​ສຳ​ປະທານ 50 ປີ ມູນຄ່າ​ການ​ກໍ່ສ້າງ 50 ລ້ານ​ໂດ​ລາ ໂດຍ​ແມ່ນ​ເອກະ​ຊົນ​ມາ​ເລ​ເຊຍ 100% ແລະ ສຸດ​ທ້າຍ​ແມ່ນ​ເຂດເສດຖະກິດ​ສະເພາະ​ທ່າ​ແຂກ ແຂວງ​ຄຳ​ມ່ວນ ສ້າງຕັ້ງ​ຂຶ້ນ​ປີ 2012 ໃນ​ເນື້ອທີ່ 1.035 ເຮັກຕາ ອາຍຸ​ສຳ​ປະທານ 75 ປີ ໂດຍແມ່ນ​ລັດຖະບານ​ລາວເປັນ​ຜູ້​ພັດທະ​ນາ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...