Homeຂ່າວການພັດທະນາຍີ່ປຸ່ນໃຫ້ການຊ່ວຍເຫລືອ ປັບປຸງຂົວຢູ່ເສັ້ນທາງເລກ 9 ຄືນໃໝ່

ຍີ່ປຸ່ນໃຫ້ການຊ່ວຍເຫລືອ ປັບປຸງຂົວຢູ່ເສັ້ນທາງເລກ 9 ຄືນໃໝ່

Published on

4-1

ວັນ​ທີ 24 ພະຈິກນີ້ທີ່ ກະ ຊວງການຕ່າງປະເທດໄດ້ມີ ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກ ລັດຖະບານຍີ່ປຸ່ນ ຈຳນວນ 1 ໂຄງການຄື: ໂຄງການອອກແບບປັບປຸງຂົວຄືນໃໝ່ໃນເສັ້ນທາງຫຼວງເລກທີ 9 ມູນຄ່າ 70ລ້ານ​ເຢັນ, ຕາງໜ້າ​ລັດຖະບານ ແຫ່ງ ສປປ ລາວ ຮ່ວມລົງນາມສານ ແລກປ່ຽນ ດັ່ງກ່າວແມ່ນທ່ານ ແສງເພັດ ຮຸ່ງບຸນຍວງ ລັດຖະມົນຕີຊ່ວຍ ວ່າການກະຊວງການຕ່າງປະ ເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນແມ່ນທ່ານ ຮິໂຣຢູກິ ກິຊິໂນະ  ເອກອັກຄະລາຊະທູດຍີ່ປຸ່ນປະຈຳ ສປປ ລາວ ໂດຍມີພະນັກງານຈາກກະຊວງຂະແໜງການທີ່ກ່ຽວຂ້ອງ ຂອງ ສປປ ລາວ, ສະຖານທູດຍີ່ປຸ່ນ ແລະ ອົງການ JICA ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພິ ຍານ. ໂຄງການດັ່ງກ່າວແມ່ນ ນອນຢູ່ໃນແຜນງານຂອງລັດ ຖະບານ ສປປ ລາວທີ່ໄດ້ສະ ເໜີຂໍການຊ່ວຍເຫຼືອຈາກລັດ ຖະບານຍີ່ປຸ່ນ ພາຍໃຕ້ຂອບການຊ່ວຍເຫຼືອທາງການເພື່ອ ການພັດທະນາ (ODA) ຊຶ່ງ​ຈະ ​ປະກອ​ບ ສ່ວນອັນ​ສຳຄັນ​ໃຫ້​ແກ່​ ການພັດທະນາ​ເສດຖະກິດ-ສັງຄົມ​ຂອງ ສປປ ລາວ ​ໃນຕໍ່ໜ້າ, ​ເວົ້າ​ສະ​ເພາະ​ແມ່ນ​ການ ​ເຊື່ອມ​ໂຍງ​ທາງ​ດ້ານ​ຄົມມະນາຄົມ​ກັບ​ບັນດາ​ປະ​ ເທດ​ໃນ​ຂົງ ​ເຂດ​ອະນຸພາກພື້ນ​ແມ່ນ້ຳ​ຂອງ. ພາຍຫຼັງ​ສຳ​ເລັດ​ການ​ລົງ​ນາມດັ່ງກ່າວ, ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າ​ງ ປະ​ເທດ ​ໄດ້​ຕາງໜ້າ​ລັດຖະບານ ​ແຫ່ງ ສປປ ລາວ ປະ​ດັບ​ຫຼຽນ​ກາ​ມິດ ຕະພາບ​​ໃຫ້​ແກ່​ທ່ານ​ເອກ​ອັກ ຄະ​ລາຊະທູດ ຮິ​ໂຣຢູກິ ກິ​ຊິ​ໂນະ ​ເພື່ອ​ສະ​ແດງຄວາ​ມຮູ້​ບຸນ ຄຸນ ​ແລະ ຍ້ອງຍໍ​ທ່ານ​ທູດ​ທີ່​ມີ ຜົນງານ​ໃນ​ການ​ປະກອບສ່ວນ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດ ຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ລາວ-ຍີ່ປຸ່ນ ກໍ​ຄື​ການ​ເປັນ “ຄູ່​ຮ່ວມ​ມື​ຍຸດທະ ສາດ” ​ໃຫ້ມີ​ບາດກ້າວ​ຂະຫຍາຍ ຕົວ​ຍິ່ງໆ​ຂຶ້ນ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...