spot_img
Homeຂ່າວການພັດທະນາVietinBank ມອບເຄື່ອງຊ່ວຍເຫລືອ ສູນພັດທະນາແມ່ຍິງ ຄົນພິການລາວ

VietinBank ມອບເຄື່ອງຊ່ວຍເຫລືອ ສູນພັດທະນາແມ່ຍິງ ຄົນພິການລາວ

Published on

viet

ຂປລ. ທ່ານ ຫງຽນ ​ແມັງຮຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ທ່ານ ເລກວກນາມ ຜູ້ອຳນວຍການໃຫຍ່ ທະນາຄານຫວຽດຕີນ ລາວ ຈຳກັດ ໄດ້ຕາງໜ້າໃຫ້ແກ່ ທ່ານນາງ ຫງວຽນ ທິຢວານ ຮອງປະທານປະເທດ ສສ ຫວຽດນາມ ນຳເຄື່ອງຄອມພິວເຕີ ຈຳນວນ 25 ຊຸດ ແລະ ເຄື່ອງຮັບໃຊ້ຫ້ອງການ ຈຳນວນໜຶ່ງ ມູນຄ່າລວມທັງໝົດ 70 ລ້ານກີບ ມາມອບໃຫ້ແກ່ສູນພັດທະນາ ແມ່ຍິງຄົນພິການລາວ ເຊິ່ງຕາງໜ້າຮັບ ໂດຍທ່ານ ດຣ.ຄຳແກ້ວ ຈັນບຸນຄຸນໄຊ ລັດຖະມົນຕີຊ່ວຍວ່າການ ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ, ທ່ານ ນາງ ຈັນເພງ ສີວິລາ ອຳນວຍການ ສູນພັດທະນາແມ່ຍິງຄົນພິການລາວ.

ພິທີມອບ-ຮັບ ເຄື່ອງຊ່ວຍເຫລືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 24 ພະຈິກ 2015 ຢູ່ນະຄອນ ຫລວງວຽງຈັນ ເພື່ອນຳໃຊ້ເຂົ້າໃນ ການເຄື່ອນໄຫວວຽກງານ ຂອງສູນພັດທະນາແມ່ຍິງ ຄົນພິການ ລາວ ໃຫ້ມີຄວາມສະດວກ ແລະ ຖືເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ລາວຫວຽດນາມ ​ແບບ​ພິ​ເສດ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...