spot_img
Homeຂ່າວພາຍ​ໃນກະສິກຳ-ປ່າໄມ້ ຈະສູ້ຊົນເຮັດໃຫ້ ຍອດຜະລິດຕະພັນ ເພີ່ມຂຶ້ນ 31%

ກະສິກຳ-ປ່າໄມ້ ຈະສູ້ຊົນເຮັດໃຫ້ ຍອດຜະລິດຕະພັນ ເພີ່ມຂຶ້ນ 31%

Published on

08102012133001

ຂປລ. ສົກປີ 2015-2016 ຂະແໜງກະສິກຳ ແລະ ປ່າໄມ້ ຈະສູ້ຊົນເຮັດໃຫ້ ລວມຍອດຜະລິດຕະພັນ ກະສິກຳ ແລະ ປ່າໄມ້ ຂະຫຍາຍຕົວເພີ່ມຂຶ້ນ 31%, ກວມເອົາປະມານ 22,7% ຂອງມູນຄ່າ ຜະລິດຕະພັນພາຍໃນ (GDP) ແຫ່ງຊາດ ຂະຫຍາຍຕົວບໍ່ໃຫ້ຫລຸດ 7,5%, ໃນນີ້ຈະສູ້ຊົນ ຜະລິດເຂົ້າເປືອກໃຫ້ໄດ້ 4,2 ລ້ານໂຕນ, ອັດຕາບໍລິໂພກຊີ້ນປາປາ ໄດ້ 55 ກິໂລ/ຄົນ/ປີ ຈາກ 53 ກິໂລ/ຄົນ/ປີ ໃນປີ 2015, ກຳນົດເຂດຟື້ນຟູນອກເຂດປ່າຜະລິດ ໃຫ້ໄດ້ 60 ພັນເຮັກຕາ, ໃນເຂດປ່າຜະລິດໃຫ້ໄດ້ 1 ແສນກວ່າເຮັກຕາ ແລະ ປູກໄມ້ໃຫ້ໄດ້ 30 ພັນເຮັກຕາ, ສູ້ຊົນສະໜອງນ້ຳຮັບໃຊ້ການຜະລິດລະດູແລ້ງ 180.000 ເຮັກຕາ ໃນນັ້ນຮັບໃຊ້ນາແຊງ ໃຫ້ໄດ້ 120.000 ເຮັກຕາ, ຮັບໃຊ້ການປູກພືດ 60 ພັນເຮັກຕາ.

ທ່ານ ໄຊປລາເດດ ຈຸລາມະນີ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້ ເປີດ ເຜີຍ​ໃຫ້​ຮູ້ວ່າ: ເພື່ອບັນລຸຕາມຄາດໝາຍທີ່ກ່າວນັ້ນ ຈະສູ້ຊົນຂະຫຍາຍເນື້ອທີ່ປູກເຂົ້າ ລວມໃຫ້ໄດ້ 1 ລ້ານກວ່າເຮັກຕາ ສະເລ່ຍສະມັດຕະພາບ ການຜະລິດປະມານ 4,2 ໂຕນ/ເຮັກຕາ, ຜົນຜະລິດທັງໝົດໃຫ້ໄດ້ 4,2 ລ້ານໂຕນ ລວມມີ ເຂົ້ານາແຊງ 120.000 ເຮັກຕາ (ຈາກ 102.000 ເຮັກຕາ ໃນປີ 2014-2015 ຜ່ານມາ) ເນື່ອງຈາກວ່າ ຈະສະໜອງນ້ຳ ໄດ້ເພີ່ມຕື່ມຢູ່ປະຕູ 3 ນ້ຳເທີນ 2 ຈຳນວນ 1 ພັນເຮັກຕາ, ເຊສາລະລອງ 6 ຮ້ອຍເຮັກຕາ ແລະ ບ່ອນອື່ນໆ, ຜົນຜະລິດ 6 ແສນໂຕນ, ເຂົ້ານາປີ 787.000 ເຮັກຕາ ຜົນຜະລິດໄດ້ 3.400.000 ໂຕນ, ເຂົ້າໄຮ່ 1 ແສນເຮັກຕາ ຜົນຜະລິດ 2 ແສນໂຕນ ໃນນີ້ຈະແບ່ງອອກເປັນ ເຂົ້າບໍລິໂພກ ປະມານ 2.100.000 ໂຕນ, ຄັງແຮ 4 ແສນໂຕນ, ແນວພັນ 60 ພັນໂຕນ, ສຳລັບປຸງແຕ່ງພາຍໃນ 640.000 ໂຕນ ແລະ ເຂົ້າເປັນສິນຄ້າພາຍໃນ ແລະ ສົ່ງອອກປະມານ 1 ລ້ານໂຕນ.

ສຳລັບສົກປີ 2014-2015 ຜ່ານມາ ຕາມການເກັບກຳຂໍ້ມູນສະຖິຕິ ເຂົ້າບໍລິໂພກ ແລະ ຄັງແຮ ມີປະມານ 1,5 ລ້ານໂຕນ, ເຂົ້າແນວພັນ 60 ພັນໂຕນ, ເປັນສິນຄ້າທີ່ມີເຄື່ອງໝາຍການຄ້າສົ່ງ ອອກຜ່ານດ່ານສາກົນ 1 ແສນໂຕນ ແລະ ເຂົ້າສ່ວນເກີນສົ່ງອອກຕາມຊາຍແດນ ປະມານ 6 ແສນ ໂຕນ ແລະ ສ່ວນເຫລືອແມ່ນ ການປຸງແຕ່ງພາຍໃນ.

 

ແຫລ່ງຂ່າວ:

 

ຂປລ

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...