spot_img
Homeຂ່າວພາຍ​ໃນຊາວນະຄອນຫຼວງພ້ອມໃຈກັນອະນາໄມ ໃນງານສັບປະດາວຽງຈັນສະອາດ

ຊາວນະຄອນຫຼວງພ້ອມໃຈກັນອະນາໄມ ໃນງານສັບປະດາວຽງຈັນສະອາດ

Published on

ພິທີ​ປິດ​ງານ​ສັບປະດາ​ວຽງ​ຈັນ​ສະອາດ ໄດ້​ມີ​ຂຶ້ນ​ວັນ​ທີ 21 ທັນວາ 2013 ຢູ່​ສວນ​ປະຕູ​ໄຊ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສຸ​ກັນ ມະຫາລາດ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ (ນວ) ມີ​ຕາງໜ້າ​ບັນດາ​ກະຊວງ ອົງ​ການຈັດຕັ້ງ​ພັກŒລັດ​ອ້ອມ​ຂ້າງ ນວ ເຂົ້າ​ຮ່ວມ.

ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ ນວ ໄດ້​ກ່າວ​ວ່າ: ການ​ຈັດ​ງານ​ສັບປະດາ​ວຽງ​ຈັນ​ສະອາດ ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ ມັນ​ເປັນ​ການ​ປະຕິບັດ​ມະຕິ 9 ຂອງ​ພັກ ແລະ ມະຕິ 5 ຂອງ​ອົງຄະ​ນະ​ພັກ ນວ ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ 3 ວັນ​ປະຫວັດສາດ​ຂອງ​ຊາດ ພ້ອມ​ນັ້ນ​ຍັງ​ເປັນ​ການ​ປະຕິບັດ​ຄຳ​ຂວັນ 6ສ ຂອງ ນວ ໂດຍ​ສະເພາະ​ແມ່ນ ສ.ສະອາດ ໃຫ້​ປາກົດ​ຜົນ​ເປັນ​ຈິງ ໄລຍະ​ການ​ສ້າງ​ຂະ​ບວນ​ການ​ແຕ່​ວັນ​ທີ 14Œ21 ທັນວາ 2013 ນີ້ ໃນ​ວັນ​ທີ 14 ທັນວາ 2013 ເປັນ​ມື້​ເປີດ​ຂະ​ບວນ​ການ​ທົ່ວ ນວ ໃນ 9 ເມືອງ ສະເພາະ​ຢູ່ 4 ເມືອງ​ໃນ (ຈັນທະ​ບູ​ລີ ສີ​ໂຄດ​ຕະບອງ ໄຊ​ເຊດ​ຖາ ແລະ ສີ​ສັດຕະ​ນາກ) ແມ່ນ​ໄດ້​ເຂົ້າ​ຮ່ວມ​ຢູ່​ສວນ​ປະຕູ​ໄຊ ສ່ວນ 5 ເມືອງ​ນອກ ແມ່ນ​ໄດ້​ກຳນົດ​ສະຖານທີ່​ຢູ່​ຂອບ​ເຂດ​ຂອງ​ຕົນ ໂດຍ​ກິດຈະກຳ​ອອກແຮງ​ງານ​ແມ່ນ​ໄດ້​ຊວ້ານ​ດິນ​ແຄມ​ທາງ ດອນ​ກາງ ເກັບ​ມ້ຽນ​ຂີ້​ເຫຍື້ອ ແລະ ລ້າງ​ທາງ ຈຳນວນ 17 ເສັ້ນ ແລະ ອີກ 2 ເສັ້ນ​ແມ່ນ​ໄດ້​ເຮັດ​ໃນ​ມື້​ປິດ (ວັນ​ທີ 21 ທັນວາ) ລວມ​ທັງ​ໝົດ 19 ເສັ້ນ ມີ​ຜູ້​ເຂົ້າ​ຮ່ວມ 11.985 ຄົນ ຍິງ 5.832 ຄົນ.

ຜ່ານ​ການ​ສ້າງ​ຂະ​ບວນ​ການ​ງານ​ສັບປະດາ​ວຽງ​ຈັນ​ສະອາດ​ຄັ້ງ​ນີ້ ເຫັນ​ວ່າ​ໄດ້​ມີ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ມີ​ການ​ຊີ້​ນຳ ແລະ ກວດກາ​ເປັນ​ຢ່າງ​ດີ ໄດ້​ມີ​ການ​ກຳນົດ​ເສັ້ນທາງ​ເປັນ​ຈຸດ​ສຸມ ໃນ​ການ​ຮັກສາ​ຄວາມ​ສະອາດ​ຂອງ​ເສັ້ນທາງ ແລະ ໄດ້​ມີ​ການ​ຕອບ​ສະໜອງ​ພາຫະນະ​ຮັບ​ໃຊ້ ໃນ​ການ​ສ້າງ​ຂະ​ບວນ​ການ ໂດຍ​ສະເພາະ​ແມ່ນ​ພາຫະນະ ແລະ ກຳລັງ​ມວນ​ຊົນ​ເຂົ້າ​ຮ່ວມ ເຊິ່ງ​ເປັນ​ຈຸດ​ເລີ່ມ​ຕົ້ນ​ການ​ຮັກສາ​ຄວາມ​ສະອາດ​ຂອງ​ເສັ້ນທາງ ເພື່ອ​ກະກຽມ​ໃສ່​ການ​ຂ່ຳນັບ​ສະເຫຼີມສະຫຼອງ 3 ວັນ​ປະຫວັດສາດ ດ້ວຍ​ຮູບ​ການ​ສ້າງ​ໃຫ້​ມວນ​ຊົນ​ເຂົ້າ​ຮ່ວມ​ດ້ວຍ​ເຫື່ອແຮງ ແລະ ງົບປະມານ​ຈາກ​ຫົວໜ່ວຍ​ທຸລະ​ກິດ ແຕ່​ແນວໃດ​ກໍ່​ດີ ໄລຍະ​ເວລາ​ໃນ​ການ​ກະກຽມ​ແມ່ນ​ສັ້ນ​ເກີນ​ໄປ ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ທີ່​ມີ​ເຮືອນ​ຢູ່​ແຄມ​ທາງ​ຍັງ​ບໍ່​ທັນ​ເປັນ​ ເຈົ້າ​ການ ຜູ້​ເຂົ້າ​ຮ່ວມ​ຂະ​ບວນ​ການ​ມີ​ຈຳນວນ​ຫຼວງຫຼາຍ ແຕ່​ອຸປະກອນ​ຮັບ​ໃຊ້​ບໍ່​ພຽງພໍ ສຳລັບ​ແຜນການ​ໃນຕໍ່ໜ້າ ແມ່ນ​ມອບ​ໃຫ້​ອຳນາດ​ການ​ປົກຄອງ​ແຕ່​ລະ​ຂັ້ນ ເຮັດ​ສັນຍາ​ກັບ​ຄອບຄົວ​ໃນ​ການ​ຮັກສາ​ຄວາມ​ສະອາດ ເສັ້ນທາງ​ຕໍ່ໜ້າ​ເຮືອນ​ຕົນ​ເອງ ແລະ ສ້າງ​ຂະ​ບວນ​ການ​ວັນ​ເສົາ​ແດງ​ທຸກ​ວັນ​ເສົາ ຫ້ອງການ​ກະຊວງ ພະແນກການ ອົງການ​ຕ່າງໆ ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ຮັກສາ​ຄວາມ​ສະອາດ ຂອງ​ເສັ້ນທາງ​ຕໍ່ໜ້າ​ສຳນັກງານ​ຕົນ​ເອງ ອົງການ​ພັດທະນາ ແລະ ບໍລິຫານ​ຕົວ​ເມືອງ (​ອພບ) ຕ້ອງ​ສືບຕໍ່​ຊວ້ານ​ດິນ ລ້າງ​ທາງ 19 ເສັ້ນ​ໃຫ້​ເປັນ​ປົກກະຕິ ສຳລັບ​ຫ້ອງ​ວ່າການ ນວ ຈະ​ສືບຕໍ່​ລະດົມ​ທຶນ​ນຳ​ຫົວໜ່ວຍ​ທຸລະ​ກິດ ໃຫ້​ມີ​ພັນທະ​ລວມ​ໃນ​ການ​ປະກອບສ່ວນ​ຊ່ວຍ ໃນ​ການ​ຮັກສາ​ຄວາມ​ສະອາດ​ຂອງ​ເສັ້ນທາງ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...