Homeປະເພນີ-ວັດທະນະທຳການນຳພັກ-ລັດ ຮ່ວມໃສ່ບາດ ບຸນນະມັດສະການ ພະທາດຫລວງວຽງຈັນ

ການນຳພັກ-ລັດ ຮ່ວມໃສ່ບາດ ບຸນນະມັດສະການ ພະທາດຫລວງວຽງຈັນ

Published on

l251

ຂປລ. ໃນຕອນເຊົ້າວັນທີ 25 ເດືອນພະຈິກ ປີ 2015 ກົງກັບ​ມື້ຂຶ້ນ 15 ຄ່ຳ ​ເດ​ືອນ 12 (ລາວ) ພສ. 2558 ​ເຊິ່ງ ເປັນມື້ສຸດທ້າຍ ຂອງບຸນນະມັດສະການ ພະທາດຫລວງວຽງຈັນ​ແລະ ຢູ່​ໃນ​ບັນຍາກາດ​ ແຫ່ງ​ການສະ​ເຫລີ​ມສະຫລອງ ວັນ​ສະຖາ​ປະນາ ສປປ ລາວ ຄົບຮອບ 40 ປີ.

ບັນດາຜູ້ນຳພັກ-ລັດ ນຳໂດຍ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ການ​ນຳ​​ພັກ-ລັດ, ຕະຫລອດຮອດ ຊາວພຸດທະສາສະນິກະຊົນລາວ ​ບັນດາ​ເຜົ່າ ໃນຂອບເຂດທົ່ວປະເທດ ກໍຄືມວນຊົນຊາວນະຄອນ ຫລວງວຽງຈັນ ຕ່າງ​ກໍໄດ້​ເຂົ້າຮ່ວມເຮັດບຸນໃສ່ບາດ ຖວາຍສັງຄະທານ ​ແດ່​ພະພິຂຸສົງ​ສຳມະ​ເນນ ຫລາຍພັນອົງ. ພ້ອມ​ທັງ​ຮັບ​ຟັງ​ທຳ​ມະ​ເທ​ສະໜາ ຕາມ​ຄຳ​ສອນ​ ຂອງ​ພະ​ສຳ​ມາສຳ​ພຸດທະ​ເຈົ້າ ​ຕໍ່​ການ​ໃຫ້​ທານ, ​ຖື​ສິນ​ພາວັນນາ ຕາມຮີດຄອງປະເພນີອັນດີງາມ ທີ່ມີມາແຕ່ດຶກດຳບັນ. ເຊິ່ງການເຮັດບຸນສິນ​ທານດັ່ງກ່າວ ​ແມ່ນເພື່ອລະນຶກເຖິງ ຄຸນງາມຄວາມດີ ແລະ ອຸທິດບຸນ ກຸສົນແດ່ ພະເຈົ້າໄຊຍະເສດຖາທິຣາດ ທີ່ເປັນຜູ້ກໍ່ສ້າງ ແລະ ປະຕິສັງຂອນ ພະທາດຫລວງວຽງຈັນ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...