spot_img
Homeຂ່າວພາຍ​ໃນວາງສະແດງຮູບພາບເນື່ອງໃນໂອກາດວັນສະຖາປະນາ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ

ວາງສະແດງຮູບພາບເນື່ອງໃນໂອກາດວັນສະຖາປະນາ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ

Published on

l25

ຂປລ.ໃນ​ວັນທີ 23-24 ພະຈິກ 2015 ທີ່ຫໍພິພິຕະພັນ ​ປະທານໄກ​ສອນ ພົມວິຫານ, ​​ເມືອງ​ໄກສອນພົມວິຫານ ແຂວງ​ສະຫວັນ​ນະ​ເຂດ, ໄດ້ຈັດງານ​ ວາງສະ​ແດງ​ຮູບ​ພາບ ​ເນື່ອງ​ໃນ​ໂອກາດ​ວັນ​ສະຖາ ປະນາ ສປປ ລາວ ຄົບ​ຮອບ 40 ປີ ​ແລະ ວັນ​ຄ້າຍ​ວັນ​ເກີດ ປະທານ ​ໄກສອນ ພົ​ມວິຫານ​ຄົບຮອບ 95 ປີ ພ້ອມ​ທັງ​ໄດ້​ເປີດກອງ​ປະ​ຊຸມ​ສຳ​ມະ​ນາ ວິທະຍາສາດພາຍ​ໃຕ້​ຫົວ​ຂໍ້ “ ຊີວິດ ​ແລະ ພາລະກິດປະຕິວັດ​ຂອງ​ປະທານ ​ໄກສອນ ພົມວິຫານ ” ເປັນກຽດເຂົ້າຮ່ວມມີທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານ ເສດຖະກິດການຜະລິດ ແລະ ຈໍລາຈອນ, ທ່ານຫົວໜ້າ ຄະນະ​ໂຄສະນາ​ອົບ ຮົມ​ສູນ​ກາງ​ພັກ, ​ເຈົ້າ​ແຂວງ​ໆສະ​ຫວັນນະ​ເຂດ, ບັນດາ​​ແຂວງອ້ອມ​ຂ້າງ​, ຫົວໜ້າຫໍພິພິທະພັນ​ປະທານ ໄກ ສອນ​ ພົມ​ວິຫານ, ຄະນະ​ປະຈຳ​ພັກ​ແຂວງ, ອະດີດ​ການ​ນຳ​ແຂວງ ​​ແລະ ພະນັກງານ​ປະຕິວັດ​ອາວຸ​ໂສ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ໃນພິທີເປີດງານດັ່ງກ່າວ ທ່ານ ດຣ. ສຸພັນ ​ແກ້ວ​ມີ​ໄຊ ​ເຈົ້າ​ແຂວງໆສະຫວັນ​ນະ​ເຂດ​ ​​ໄດ້​ລາຍ​ງານ​ໃຫ້ຮູ້ວ່າ: ການຈັດ​ວາງສ​ະແດງຮູບ​ພາບ​ເນື່ອງ​ໃນ​ວັນ​ສະຖາປະນາ ສປປ ລາວ ຄົບຮອບ 40 ປີ ​ແລະ ລະນຶກ​ວັນ​ຄ້າຍ​ວັນ​ເກີດ​ ​ປະທານ ​ໄກສອນ ພົມວິຫານ ຄົບຮອບ 95 ໃນຄັ້ງນີ້ແມ່ນ ປະຕິບັດ​ຕາມ​ການ​ຊີ້ນຳ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ແລະ ຄະນະ​ຊີ້ນຳ​ລະດັບ​ຊາດ ​ເພື່ອ​ສະ​ເຫລີມສະຫລອງ ສອງ​ວັນ​ປະ​ຫວັດ​ສາດ​ຂອງ​ຊາດ. ເຊິ່ງ​ຮູບ​ພາບທີ່​ນຳ​ມາ​ວາງສະ​ແດງ​ໃນ​ຄັ້ງ​ນີ້ ປະກອບ​ມີບັນດາ​ຮູບ​ພາບ, ​ເອກະສານ ​ແລະ ວັດຖຸ​ພັນຈຳນວນ 250 ​ແຜ່ນ ທີ່​ຕິດ​ພັນ​ກັບ​ບັນດາ​ເຫດການ​ທີ່​ສຳຄັນ, ​ໂດດ​ເດັ່ນ, ​​ເລິກເຊິ່ງ ​ແລະ ປະ​ທັບ​ໃຈ​ທີ່​ສະທ້ອນ​ໃຫ້​ເຫັນ ​ວິວັດທະນາ​ການ​ແຫ່ງ​ການ​ກຳ​ເນີ​ດຂຶ້ນ, ການ​ເຕີບ​ໃຫຍ່​ເຂັ້ມ​​ແຂງ ​ແລະ ການ​ນຳພາຂອງ ​ພັກ​ປະຊາຊົນ ​ປະຕິວັດ​ລາວ ​ທີ່​ມີ​ກຽດຢ່າງສະ​ຫງ່າ, ສ່ອງ​ແສງ​ໃຫ້​ເຫັນ​ ວິລະ​ກຳ​ອັນ​ລໍ້າ​ເລີດ ​ຂອງ​ພັກ​ເຮົາ​ໃນ​ການ​ນຳພາ​ ປວງ​ຊົນ​ລາວ​ທັງ​ຊາດ ​ເຮັດ​ສຳ​ເລັດ​ການ​ປະຕິວັດ​ຊາດ ຕໍ່ສູ້​ເອົາ​ເອກະລາດ, ອິດສະຫລະພາບ ​ແລະ ຜືນ​ແຜ່ນດິນ ​ອັນ​ຄົບ​ຖ້ວນ​ຂອງ​ຊາດ, ຊີ້​ໃຫ້​ເຫັນ​ຄວາມ​ປີ​ຊາ​ ສາມາດ​ຂອງ​ພັກ​ເຮົາ ​ໃນ​ການ​ວາງ​ແນວທາງ​ ການ​ປ່ຽນ​ແປງ​ໃໝ່ຮອບດ້ານ, ມີຫລັກການ​​ຢ່າງ​ຖືກຕ້ອງ​ປະດິດ​ສ້າງ ​ແລະ ​ເປັນ​ເຈົ້າ​ນຳພາ​ປະຊາຊົນ​ບັນດາ​ເຜົ່າ​ ຈັດ​ຕັ້ງ​ປະຕິບັດ​ແນວ​ທາງ ​ໃຫ້​ເກີດ​ຜົນ​ເປັນ​ຈິງ, ​ເຊິ່ງສາມາດ​ຍາດ​ໄດ້ຜົນ​ສຳ​ເລັດ​ອັນ​ໃຫຍ່ຫລວງຫລາຍ ດ້ານ​ຕະຫລອດ 40 ປີຜ່ານມາ. ຈາກ​ນັ້ນ ທ່ານ ຮອງນາຍົກລັດຖະມົນຕີ ​ແລະ ບັນດາ​ຜູ້​ເຂົ້າ​ຮ່ວມ​ງານ​ ກໍໄດ້​ເຂົ້າ​ຊົມ​ການວາງສະ​ແດງ​ຮູບ​ພາບ ​ແລະ ປະຫວັດ​ມູນ​ເຊື້ອ​ຂອງ ​ປະທານ ​ໄກສອນ ພົມວິຫານ.

ສຳລັບ​ກອງ​ປະຊຸມ ​​ສຳ​ມະ​ນາ​ວິທະຍາສາດ​ໃນຄັ້ງນີ້ ແມ່ນໄດ້ຮັບຟັງການເລົ່າມູນເຊື້ອປະຕິວັດ ແລະ ແບບແຜນການດຳລົງຊີວິດ ຂອງປະທານ ໄກສອນ ພົມວິຫານ ໃນບັນດາຫົວຂໍ້ຕ່າງໆທີ່​ກ່ຽວຂ້ອງ ເປັນຕົ້ນ: ປະທານ ​ໄກສອນ ພົມວິຫານ ນັກ​ຮັກ​ຊາດ​ຜູ້​ຍິ່ງ​ໃຫຍ່, ຜູ້ນຳ​ທີ່​ປີ​ຊາ​ສາມາດ, ສະຫລາດສ່ອງ​ໃສ ​ແລະ ສະ​ດຸ້ງ​ໄວຂອງ​ພັກ ​ແລະ ລັດ​ເຮົາ; ປະທານ​ ໄກສອນ ພົມວິຫານ ກັບ​ວຽກງານ​ແນວ​ຄິດ ​ທິດ​ສະ​ດີ​ຂອງ​ພັກ; ຊີວິດ ​ແລະ ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ປະທານ ​ໄກສອນ ພົມວິຫານ… ປະທານ​ ​ໄກສອນ ພົມວິຫານ ກັບ​ການ​ຊີ້ນຳ​ວຽກງານ​ຊົນ​ເຜົ່າ ຢູ່​​ແຂວງ​ສະຫວັນ​ນະ​ເຂດ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ...