Homeຂ່າວຕ່າງປະເທດປະຊາກອນໂລກ ເສຍຊີວິດ 600.000 ກວ່າຄົນ ຈາກໄພທຳມະຊາດ

ປະຊາກອນໂລກ ເສຍຊີວິດ 600.000 ກວ່າຄົນ ຈາກໄພທຳມະຊາດ

Published on

640x390_675838_1448368800 400

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 24 ພະຈິກ 2015, ຈາກ​ຜົນ​ການ​ ສຳ​ຫລວດ ຄວາມ​ສ່ຽງ ​ໄພພິບັດ​ ແຫ່ງ​ຊາດ​ ສະຫະ ​ປະຊາ​ຊາດ ​ແລະ ​ສູນ​ວິ​ໄຈ​ ລະບາດ​ວິທະຍາ​ ໄພພິບັດ ​ລະບຸ​ວ່າ: ​ໃນ​ໄລຍະ 20 ປີຜ່ານມາ​ ​ໄພພິບັດສ່ວນ​ໃຫຍ່​ 90% ​ເກີດ​ມາ​ຈາກ​ ນ້ຳ​ຖ້ວມ, ພາຍຸ, ຄື້ນຄວາມ​ຮ້ອນ,​ ໄພ​ແຫ້ງ​ແລ້ງ ​ແລະ ອຶ່ນໆ ​ເຖິງ 6.457 ຄັ້ງ, ເຮັດ​ໃຫ້ ​ປະຊາກອນ ​ເສຍ​ຊີວິດ 606.000 ຄົນ, ຂາດ​ທີ່ຢູ່​ອາ​ໄສ ​ແລະ ຈຳ​ເປັນ​ ຕ້ອງ​ໄດ້​ຮັບ ​ຄວາມ​ຊ່ວຍ​ເຫລືອ​ ສຸກ​ເສີນ​ອີກ 4.100 ລ້ານ​ຄົນ ສ່ວນ​ໃຫຍ່ ​ໄພ​ທຳ​ມະ​ຊາດ ​ເກີດ​ຢູ່ ​ສ.ອາ​ເມ​ລິ​ກາ, ຈີນ, ອິນ​ເດຍ, ຟີ​ລິບ​ປິນ ​ແລະ ອິນ​ໂດ​ເນ​ເຊຍ ຕາມ​ລຳດັບ. ນອກ​ນີ້​ ຍັງສົ່ງ​ຜົນ​ ເສຍ​ຫາຍ ຕໍ່​​ເສດຖະກິດ ​ສູງ​ເຖິງ 300.000 ລ້ານ​ໂດ​ລາ​ ສະຫະລັດ/ປີ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...