Homeຂ່າວພາຍ​ໃນລາວ-ຍີ່ປຸ່ນ-ໄທ ຕົກລົງຮ່ວມມືສົ່ງເສີມການລົງທຶນ

ລາວ-ຍີ່ປຸ່ນ-ໄທ ຕົກລົງຮ່ວມມືສົ່ງເສີມການລົງທຶນ

Published on

japan-laos

ພິທີລົງນາມບົດບັນທຶກຄວາມເຂົ້າໃຈເພື່ອຊຸກຍູ້ສົ່ງເສີມການລົງທຶນຈາກຕ່າງປະເທດມາລາວໃຫ້ຫລາຍຂຶ້ນໃນອະນາຄົດ, ໄດ້ມີຂຶ້ນໃນວັນທີ 24 ພະຈິກນີ້ທີ່ນະຄອນຫລວງວຽງຈັນລະຫວ່າງທ່ານ ມະໂນທອງ ວົງໄຊ ຫົວໜ້າກົມສົ່ງເສີມການລົງທຶນກະຊວງແຜນການ ແລະ ການລົງທຶນ ແລະ ທ່ານໂກວານາເບະອໍານວຍການຫົວໜ້າພາກພື້ນອາຊີທະນາຄານໂຕກຽວ-ມິຊູບິຊິຢູເອບເຈ(MUFG) ແລະ ທ່ານ ໂນຣິອາ ກິໂກໂຕ ປະທານທະນາຄານກຸງສີປະເທດໄທ.

ທ່ານຫົວໜ້າກົມສົ່ງເສີມການລົງທຶນໃຫ້ຮູ້ວ່າ: ນີ້ແມ່ນນິມິດໝາຍທີ່ດີໃນການຮ່ວມມື ແລະ ພັດທະ ນາເສດຖະກິດລະຫວ່າງລາວ, ຍີ່ປຸ່ນ ແລະ ໄທໃນອະນາຄົດ, ເຊິ່ງໄລຍະຜ່ານມາການຮ່ວມມືຂອງ 3 ປະເທດລາວ, ຍີ່ປຸ່ນ ແລະ ໄທ ກໍມີຜົນສໍາເລັດຫລາຍດ້ານ, ໂດຍສະເພາະການຊ່ວຍເຫລືອພັດທະນາ

ພື້ນຖານໂຄງລ່າງຕ່າງໆ ແລະ ນັບແຕ່ພັກ ແລະ ລັດຖະບານໄດ້ມີນະໂຍບາຍເປີດກວ້າງການຮ່ວມມືກັບຕ່າງປະເທດກໍເຫັນວ່າການລົງທຶນຂອງພາກເອກະຊົນຍີ່ປຸ່ນ ແລະ ໄທເຂົ້າມາລາວແມ່ນມີມູນຄ່າເພີ່ມຂຶ້ນຫລາຍເທົ່າຕົວໃນແຕ່ລະປີ ແລະ ສໍາລັບການດຶງດູດການລົງທຶນຈາກຕ່າງປະເທດໃນຕໍ່ໜ້າ, ລັດຖະບານມີເປົ້າໝາຍສືບຕໍ່ສົ່ງເສີມຂະແໜງອຸດສະຫະກໍາປຸງແຕ່ງ, ຂະແໜງບໍລິການ, ກະສິກໍາສະອາດ,ການຂົນສົ່ງ, ການສຶກສາ ແລະ ສາທາລະນະສຸກ, ຂະນະດຽວກັນກໍແນ່ໃສການດຶງດູດການລົງທຶນໃໝ່ໃນຂະແໜງປະກອບສີ້ນສ່ວນອີເລັກໂຕຼນິກ ແລະ ອື່ນໆໃນເຂດເສດຖະກິດພິເສດ ແລະສະເພາະ.

ທ່ານອໍານວຍການຫົວໜ້າພາກພື້ນ(MUFG)ກ່າວວ່າ: ພວກເຮົາໝັ້ນໃຈວ່າການລົງທຶນຈາກຕ່າງປະເທດໃນລາວຈະມີແນວໂນ້ມເພີ່ມຂຶ້ນ, ໂດຍສະເພາະພາຍຫລັງເປັນປະຊາຄົມເສດຖະກິດອາ ຊຽນ(AEC) ໃນທ້າຍປີ 2015ນີ້ ແລະ ປັດຈຸບັນສະມາຊິກຂອງສະພາການຄ້າຍີ່ປຸ່ນໃນລາວໄດ້ເພີ່ມຂຶ້ນຈາກ 39 ຫົວໜ່ວຍໃນປີ 2011 ມາເປັນ 80ຫົວໜ່ວຍໃນປີ 2015 ແລະ ມີມູນຄ່າການລົງທຶນຫລາຍຮ້ອຍລ້ານໂດລາສະຫະລັດໃນແຕ່ລະປີ, ສະນັ້ນການລົງນາມເທື່ອນີ້ຍິ່ງຈະມີຄວາມສໍາຄັນໃນການດຶງດູດເອົາບັນດາບໍລິສັດຂອງຍີ່ປຸ່ນ ແລະ ບໍລິສັດລະດັບໂລກມາລົງທຶນຢູ່ປະເທດລາວດ້ວຍເຄືອຂ່າຍຂອງພວກເຮົາທີ່ມີຫລາຍກວ່າ 40 ປະເທດທົ່ວໂລກ.

ທ່ານປະທານທະນາຄານກຸງສີກ່າວວ່າ: ທະນາຄານພວກເຮົາໄດ້ເປີດສາຂາຢູ່ລາວມາແຕ່ປີ 1994 ຄືຢູ່ນະຄອນຫລວງວຽງຈັນ ແລະ ແຂວງສະຫວັນນະເຂດໃນປີ 2008 ຍ້ອນເສດຖະກິດຂອງລາວມີການເຕີບໃຫຍ່ວ່ອງໄວສະເລ່ຍ 7-8% ຕໍ່ປີຈຶ່ງເປັນແນວໂນ້ມທີ່ສໍາຄັນຂອງການດຶງດູດການລົງທຶນຈາກຕ່າງປະເທດເຂົ້າມາລາວຫລາຍຂຶ້ນໃນຊຸມປີຕໍ່ໜ້າ, ໂດຍສະເພາະໃນເຂດເສດຖະກິດພິເສດສະຫວັນ-ເຊໂນ, ເຂດອຸດສະຫະກໍາ ແລະ ການຄ້າວຽງຈັນ ແລະເຂດເສດຖະກິດອື່ນໆ, ເຊິ່ງຖືວ່າເປັນທ່າແຮງຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ແລະ ສ້າງວຽກເຮັດງານທໍາໃຫ້ປະຊາຊົນ, ທັງເປັນການປະຕິບັດຕາມທິດຫັນເປັນອຸດສະຫະກໍາ ແລະ ທັນສະໄໝເທື່ອລະກ້າວ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...