Homeຂ່າວພາຍ​ໃນບໍລິສັດມັງກອນຄຳ ມອບຄອມພິວເຕີໃຫ້ຫ້ອງວ່າການລັດຖະບານ

ບໍລິສັດມັງກອນຄຳ ມອບຄອມພິວເຕີໃຫ້ຫ້ອງວ່າການລັດຖະບານ

Published on

5f2970e0ea75e2d05c353db978a2cd7f

ໃນ​ອາທິດ​ຜ່ານ​ມາ ທີ່​ຫ້ອງວ່າການ​ລັດຖະບານ ໄດ້​ຈັດ​ພິທີມອບ-ຮັບ​ຄອມ​ພິວ​ເຕີ ຈຳນວນ 100 ເຄື່ອງ ໂດຍ​ກ່າວ​ມອບ​ຂອງທ່ານ ​ດຣ. ແອນ​ດູ​ຢາງ ປະທານກຸ່ມ​ບໍລິສັດ ມັງກອນ​ຄຳ ແລະ ກ່າວ​ຮັບ​ໂດຍ​ທ່ານ ສອນ​ໄຊ ສີ​ພັນດອນ ລັດຖະມົນຕີ ຫົວໜ້າ​ຫ້ອງວ່າການ​ລັດຖະບານ ເຊິ່ງ​ມີ​ພາກສ່ວນ​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ​ເຂົ້າຮ່ວມ​ເປັນ​ສັກຂີ​ພິຍານ.

ທ່ານ ​ດຣ. ແອນ​ດູ​ຢາງ ກ່າວວ່າ: ຈຳນວນ​ຄອມ​ພິວ​ເຕີ​ທີ່​ນຳມາ​ມອບ​ຄັ້ງ​ນີ້ ຈຳນວນ​ລວມ 100 ເຄື່ອງ ມູນ​ຄ່າ 329 ລ້ານ​ກີບ ເພື່ອ​ເປັນ​ການ​ປະກອບສ່ວນ​ຮັບໃຊ້​ໃນ​ໜ້າທີ່​ວຽກ​ງານ​ ໃຫ້​ມີຄວາມ​ສະດວກ​ສະບາຍ​ຂຶ້ນ ທັງເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ ໃນ​ການ​ກະກຽມ​ສະເຫຼີມສະຫຼອງ ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...