Homeຂ່າວເຫດການມວນຊົນຈຳນວນຫຼາຍ ຮ່ວມແຫ່ຜາສາດເຜີ້ງສູ່ພະທາດຫຼວງ ຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍ ຮ່ວມແຫ່ຜາສາດເຜີ້ງສູ່ພະທາດຫຼວງ ຢ່າງຄຶກຄື້ນ

Published on

152b4c5a1aa5508e0ab4d45b1c8ae87d

ວັນ​ທີ 24 ພະຈິກ 2015 (ກົງ​ກັບ​ຂຶ້ນ 15 ຄ່ຳ ເດືອນ 12) ໄດ້​ຈັດ​ພິທີ​ທາງ​ສາສະໜາ​ແຫ່​ຜາສາດ​ເຜີ້ງ​ຄື​ກັບ​ທຸກໆ​ປີ ສຳລັບ​ປີນີ້​ນຳ​ໂດຍ​ທ່ານ ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ ລັດ​ຖະມົນຕີ​ວ່າການ​ກະຊວງ​ສຶກ​ສາ​ທິການ ແລະ ກີລາ ທ່ານ ​ດຣ. ສິນລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນ​ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍຂະ​ບວນ​ແຫ່​ແນວ​ໂຮມ​ສູນ​ກາງແນວ​ໂຮມ​ນະຄອນຫຼວງ ແລະ ຂະບວນ​ແຫ່​ທີ່​ມາ​ຈາກ 9 ຕົວ​ເມືອງ ພ້ອມ​ດ້ວຍ​ຂະ​ບວນ​ແຫ່​ຈາກ​ທາງພາກ​ລັດ ພໍ່ຄ້າຊາວ​ຂາຍ ປະຊາຊົນ ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ແລະ ຕ່າງປະເທດ ​ເຂົ້າ​ຮ່ວມ​ຢ່າງຄຶກຄື້ນ​ມ່ວນຊື່ນ.

ພິທີການ​ແຫ່​ຜາສາດ​ເຜີ້ງ​ເພື່ອຖວາຍ​ແກ່​ພະ​ທາດຫຼວງ ​ເປັນ​ໜຶ່ງໃນ​ປະເພນີ​ຂອງ​ງານ​ບຸນ​ນະ​ມັດສະການ​ພະ​ທາດຫຼວງທີ່​ສືບ​ກັນມາ​ຫຼາຍເຊັ່ນຄົນ​ຈົນ ຄົບຮອບ 449 ປີ ທີ່​ເປັນ​ການສະແດງ​ເຖິງການ​ອະນຸ​ຮັກ​ ຮັກສາຮີດຄອງປະເພນີ​ອັນ​ດີງາມ​ຂອງ​ຊາດ​ເອົາໄວ້ ທັງ​ເປັນ​ການ​ສ້າງ​ຄວາມ​ສາມັກ​ຄີ​ພາຍ​ໃນ​ນະຄອນຫຼວງ ກໍ່​ຄືມວນ​ຊົນ​ໃນ​ທົ່ວ​ປະເທດ ສະເພາະປີ​ນີ້​ ເພື່ອ​ໃຫ້​ມີ​ຄວາມ​ເປັນ​ລະບຽບຮຽບ​ຮ້ອຍ ​ທາງ​ຄະນະ​ບໍ່​ອະນຸຍາດໃຫ້​ເຮັດ​ຜາສາດ​ເຜີ້ງ​ທີ່​ມີ​ລັກ​ສະນະ​ຄ້າຍ​ກັບ​ນາກ ເນື່ອງ​ຈາກເຫັນ​ວ່າ​ບໍ່​ມີ​ຄວາມ​ເໝາະ​ສົມ.

ເພື່ອ​ໃຫ້​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ຖືກຕ້ອງຕາມ​ປະເພນີ​ທີ່​ສືບ​ທອດ​ກັນ​ມາ ໄດ້​ມີ​ການ​ກຳນົດ​ແຫ່​ຈາກ​ວັດ​ສີເມືອງ-ປະຕູ​ໄຊ-ວັດ​ໜອງ​ບອນ ກ່ອນ​ກ້າວ​ສູ່​ເດີ່ນ​ພະທາດ​ດັ່ງກ່າວ ເຊິ່ງ​ປີ​ນີ້​ແມ່ນ​ໄດ້​ຮັບ​ຄວາມ​ສົນໃຈຈາກ​ມວນ​ຊົນ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ເປັນ​ຢ່າງ​ດີ ​ທີ່​ເຂົ້າຮ່ວມ​ໃນ​ຂະ​ບວນ​ແຫ່​ທ່າມກາງແມ່​ຄ້າ​ຊາວ​ຂາຍ ນັກ​ທ່ອງ​ທ່ຽວ ກອງທັບ​ສື່​ມວນ​ຊົນທັງ​ພາຍ​ໃນ ແລະ ຕ່າງປະເທດ ທີ່​ເຂົ້າ​ຮ່ວມເກັບ​ກຳ​ຂ່າວ ແລະ ຖ່າຍ​ພາບ​ອັນມີ​ຄວາມ​ໝາຍ​ໄວ້.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...