HomeມູມໄອທີລາວXiaomi ເປີດໂຕ Redmi Note 3 ສະເປັກແຮງໃນລາຄາຖືກ

Xiaomi ເປີດໂຕ Redmi Note 3 ສະເປັກແຮງໃນລາຄາຖືກ

Published on

image

Redmi Note 3 ໜ້າຈະເປັນໂທລະສັບລຸ້ນທຳອິດຂອງ Xiaomi ທີ່ເລືອກໃຊ້ວັດສະດຸທີ່ເປັນອະລູມິນ້ຽມ (ຈາກລຸ້ນກ່ອນໜ້ານີ້ Redmi Note 2 ນັ້ນວັດສະດຸເປັນປຼາສຕິກ) ຢ່າງໃດກໍຕາມໃນທາງດ້ານການອອກແບບນັ້ນ Redmi Note 3 ກໍບໍ່ໄດ້ມີຫຍັງປ່ຽນແປງໄປຈາກເກົ່າຫຼາຍ

image

ສ່ວນຈຸດເດັ່ນຂອງລຸ້ນນີ້ໜ້າຈະເປັນລະບົບສະແກນລາຍນິ້ວມືເຊິ່ງໄດ້ບອກໄວ້ວ່າສາມາດປົດລ໋ອກໄດ້ໄວເຖິງ 0.3 ວິນາທີເລີຍ ສ່ວນຈຸດເດັ່ນອື່ນໆແມ່ນຢູ່ທາງດ້ານສະເປັກຕ້ອງບອກເລີຍວ່າຈັດມາເຕັມອີ່ຫຼີ!!

ສະເປັກໂດຍລວມຂອງ Redmi Note 3 :

– ໜ່ວຍປະມວນຜົນ: Helio X10 MediaTek Flagship Processor

– ໜ້າຈໍ: ຂະໜາດ 5.5 ນິ້ວ ຄວາມລະອຽດ Full-HD 1080p

– ແຣມ: ມີໃຫ້ເລືອກສອງລຸ້ນຄື 2 GB ແລະ 3GB

– ໜ່ວຍຄວາມຈຳໃນເຄື່ອງ: 16 GB (ສຳລັບລຸ້ນແຣມ 2 GB) ແລະ 32GB (ສຳລັບລຸ້ນແຣມ 3GB)

– ກ້ອງຫຼັງຄວາມລະອຽດ: 13MP PDAF ພ້ອມແຟລັດແບບ Two-Tone

– ກ້ອງໜ້າຄວາມລະອຽດ: 5MP ພ້ອມໂໝດຄວາມງາມ 36 ໂໝດ

-ແບັດເຕີຣີ่: 4000 mAh

– ຮອງຮັັບ Dual Sim ແລະທັງ 2 ຊິມຮອງຮັບການໃຊ້ງານ 4G

– ລະບົບສະແກນລາຍນິ້ວມືສາມາດປົດລ໋ອກໄດ້ພາຍໃນ 0.3 ວິນາທີ

– ມາພ້ອມກັບລະບົບປະຕິບັດການ Android 5.1.1 ຄອບດ້ວຍ MIUI 7

– ສີ: ສີເທົາເຂັ້ມ, ສີຟ້າ, ສີທອງ

– 899 ຢວນ (1.150.000 ກີບ) ສຳລັບລຸ້ນແຣມ 2 GB + ໜ່ວຍຄວາມຈຳ 16 GB

– 1099 ຢວນ (1.405.000 ກີບ) ສຳລັບລຸ້ນແຣມ 3 GB + ໜ່ວຍຄວາມຈຳ 32 GB

ສຳລັບກຳນົດການວາງຂາຍນັັ້ນຍັງບໍ່ມີກຳນົດເທື່ອຕ້ອງໄດ້ຖ້າໃຫ້ປະກາດອອກມາກ່ອນ

image

ທີ່ມາ: Phonearena

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...