HomeມູມໄອທີລາວSnapdragon 810 ມີບັນຫາຄວາມຮ້ອນເພາະຜູ້ຜະລິດເຮັດການທົດສອບໜ້ອຍເກີນໄປ

Snapdragon 810 ມີບັນຫາຄວາມຮ້ອນເພາະຜູ້ຜະລິດເຮັດການທົດສອບໜ້ອຍເກີນໄປ

Published on

image

ອ້າງອີງຈາກຂໍ້ມູນຂອງເວັັບໄຊ Fudzilla ນັ້ນໄດ້ຂຽນຂ່າວໃນຄວາມເຫັນກົງກັນຂ້າມກັບຊຸດໜ່ວຍປະມວນຜົນ Snapdragon 810 ທີ່ເປັນຄວາມລົ້ມເຫຼວຂອງທັັງຜູ້ອອກແບບແລະຜູ້ຜະລິດໂທລະສັບມືຖືໃນປີ 2015 ນີ້ວ່າ ເນື່ອງຈາກບັນຫາຄວາມຮ້ອນທີ່ສະສົມຫຼາຍເກີນໄປ ຈົນເຮັດໃຫ້ຜູ້ບໍລິໂພກບໍ່ກ້າຊົມໃຊ້ໂທລະສັບມືຖືທີ່ມີຊິບໜ່ວຍປະມວນຜົນດັ່ງກ່າວນີ້ ເພາະວ່າເກືອບໝົດປີນີ້ຊິບປະມວນຜົນລຸ້ນດັ່ງກ່າວແມ່ນມີຂ່າວອອກມາກ່ຽວກັບບັນຫາດ້ານຄວາມຮ້ອນຢ່າງຫຼວງຫຼາຍ ເຊັ່ນ: HTC M9 ແລະ LG G Flex 2. ຈົນມາເຖິງໂທລະສັບລຸ້ນ Xperia Z5 ແລະ Nexus 6P ທີ່ໄດ້ອອກແບບປັບປຸງລະບົບລະບາຍຄວາມຮ້ອນມາໃໝ່ເພື່ອຮອງຮັບກັບຊິບປະມວນຜົນດັ່ງກ່າວ ກໍເຮັດໃຫ້ມີຂ່າວເລື່ອງຂອງຄວາມຮ້ອນນັ້ນຫຼຸດລົງເລື້ອຍໆ

ເຫດຜົນທີ່ເຮັດໃຫ້ຊິບປະມວນຜົນ Snapdragon 810 ຖືກເວົົ້າເຖິງໃນທາງດ້ານບັນຫາຄວາມຮ້ອນນັ້ນ ເຊື່ອວ່າສ່ວນໜຶ່ງແມ່ນມາຈາກຜູ້ຜະລິດໂທລະສັບມືຖືທີ່ຟ້າວເລັ່ງ ເອົາໂທລະສັບມືຖືຂອງຕົົນເອງອອກສູ່ຕະຫຼາດ ໂດຍທີ່ວ່າຍັງບໍ່ທັນໄດ້ທົດສອບປະສິດທິພາບແລະຄວບຄຸມຈັດການເລື່ອງຂອງຄວາມຮ້ອນມາເປັນຢ່າງດີ, ຈົນເຮັດໃຫ້ເກີດຂ່າວແລະກະແສຂຶ້ນເລື້ອຍໆໃນໂລກອອນລາຍ. ແຕ່ສຳລັບການອ້າງອີງຂອງທາງ Qualcomm ວ່າດ້ວຍຊິບປະມວນຜົນ Snapdragon 810 ນັັ້ນມີການໃຊ້ພະລັງງານແລະປົດປ່ອຍຄວາມຮ້ອນໜ້ອຍກວ່າ ຊິບປະມວນຜົນ Snapdragon 805 ອີກ ແຕ່ກໍບໍ່ມີໃຜນຳເອົາປະເດັນນີ້ມາເວົ້າເລີຍ

image

ເຊິ່ງໃນໄລຍະຕໍ່ມາກໍໄດ້ມີຜູ້ຜະລິດມືຖືນຳເອົາຊິບປະມວນຜົນດັັ່ງກ່າວນີ້ມາໃຊ້ແຕ່ກໍບໍ່ໄດ້ມີບັນຫາເກີດຂຶ້ນຫຼາຍດັ່ງຂ່າວຄາວທີ່ເກີດຂຶ້ນແບບຊ່ວງຕົ້ນປີເລີຍ. ອາດເປັນເພາະວ່າໄດ້ໃຊ້ເວລາໃນການທົດສອບແລະອອກແບບລະບົບລະບາຍຄວາມຮ້ອນໄດ້ດີ ແລະແນ່ນອນວ່າ Qualcomm ແລະຄູ່ຄ້າຜູ້ຜະລິດລວມໄປເຖິງຜູ້ບໍລິໂພກກໍບໍ່ຢາກໃຫ້ເລື່ອງນີ້ເກີດຂຶ້ນອີກກັບຊິບປະມວນຜົນເຮືອທຸງປີ 2016 ທີ່ຫາກ່ອນເປີດໂຕມາໃໝ່ຄືຊິບປະມວນຜົນ Snapdragon 820 ນີ້

ທີ່ມາ: Fudzilla

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...